ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ສະພາບອາກາດໃນໄລຍະວັນທີ 11 ຫາ 17 ກໍລະກົດ 2022 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານ ພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນ ລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ ຈະເພີ່ມກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.

ສໍາລັບຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງ ຢູ່ເຂດທະເລຈີນໃຕ້ ແມ່ນຈະມີທ່າອ່ຽງເພີ່ມກໍາລັງແຮງຂຶ້ນ ອາດຈະກາຍ ເປັນພາຍຸດີເປລຊັນ ແລະ ຈະເຄື່ອນທີ່ໄປທາງພາກເໜືອຂອງປະເທດ ສສ ຫວຽດນາມ ໃນໄລຍະວັນທີ 11 ຫາ 13 ກໍລະກົດ 2022.

ຂ່າວ-ພາບ: ກົມອຸຕຸນິຍົມ ແລະ ອຸທົກກະສາດ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here