ຕອນເຊົ້າວັນທີ 11 ກໍລະກົດ 2022 ທີ່ຫ້ອງປະຊຸມພະແນກ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ໄດ້ໃຫ້ການຕ້ອນຮັບຄະນະນັກຂ່າວ ສື່ມວນຊົນຈາກສູນກາງ ກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ສັງຂານ ຈູມຄຳພັນ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີຄະນະສື່ມວນຊົນຈາກສຳນັກຂ່າວສານປະເທດລາວ,ໂທລະພາບແຫ່ງຊາດ,ວິທະຍຸກະຈາຍສຽງແຫ່ງຊາດ, ກົມສື່ມວນຊົນ ແລະ ໜ້າເພຈຂ່າວລາວໂພສ

ໂອກາດດັ່ງກ່າວທ່ານ ສັງຂານ ຈູມຄຳພັນ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ກໍ່ໄດ້ຕາງໜ້າໃຫ້ຄະນະສື່ມວນ ລາຍງານເຖິງຈຸດປະສົງໃນການມາເຮັດວຽກທີ່ແຂວງສະຫວັນນະເຂດຄັ້ງນີ້ ກໍ່ເພື່ອເຄື່ອນໄຫວເກັບກຳຂ່າວຂະບວນການສັກວັກຊີນປ້ອງກັນພະຍາດໂຄວິດ 19 ແລະ ວັກຊີນຮອບປົກກະຕິສຳລັບແມ່ຍິງ ແລະ ເດັກນ້ອຍຢູ່ແຂວງສະຫວັນນະເຂດ ພ້ອມທັງເປັນການຍູ້ແຮງໂຄສະນາຊ່ວຍສື່ມວນຊົນຂອງແຂວງ ກໍ່ຄືພະແນກສາທາລະນະສຸກແຂວງ ໃນການປຸກລະດົມປະຊາຊົນໃນກຸ່ມເປົ້າໝາຍໃຫ້ມີຄວາມຕື່ນຕົວ ແລະ ເປັນເຈົ້າການ ໃນການໄປສັກວັກຊີນກັນພະຍາດໂຄວິດ 19 ແລະ ວັກຊີນໃນຮອບປົກກະຕິສຳລັບແມ່ຍິງ ແລະ ເດັກນ້ອຍ ເນື່ອງຈາກໂຕເລກຜູ້ທີ່ໄດ້ວັກຊີນຢູ່ແຂວງສະຫວັນນະເຂດແມ່ນຍັງຕ່ຳ ( ບໍ່ບັນລຸເປົ້າໝາຍ ) ໃນນີ້ເປົ້າໝາຍຫຼັກແມ່ນຈະໄດ້ລົງເຄື່ອນໄຫວເກັບກຳຂ່າວການສັກວັກຊີນໃນ 3 ເມືອງຄື: ເມືອງພີນ, ພະລານໄຊ ແລະ ເມືອງຊົນນະບູລີ

ພາບ – ຂ່າວ: ອັກສອນສິນ ພົມມະຈັນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ນັກຂ່າວແຂວງສະຫວັນນະເຂດ)

LEAVE A REPLY

Please enter your comment!
Please enter your name here