Saturday, September 21, 2024
Homeຂ່າວພາຍໃນສື່ມວນຊົນເປັນຜູ້ສະໜອງຂໍ້ມູນຂ່າວສານໃຫ້ທຸກຊັ້ນຄົນ, ການຈັດຕັ້ງ ແລະ ສັງຄົມ

ສື່ມວນຊົນເປັນຜູ້ສະໜອງຂໍ້ມູນຂ່າວສານໃຫ້ທຸກຊັ້ນຄົນ, ການຈັດຕັ້ງ ແລະ ສັງຄົມ

ສື່ມວນຊົນໃນປັດຈຸບັນ, ມີຄວາມສໍາຄັນ ແລະ ຈໍາເປັນຫລາຍເປັນວຽກງານໜຶ່ງ ເຊິ່ງເປັນສື່ກາງໃນການເກັບກໍາສະພາບການຕ່າງໆ ແລະ ສະໜອງຂໍ້ມູນຂ່າວສານໃຫ້ທຸກຊັ້ນຄົນ, ການຈັດຕັ້ງ ແລະ ສັງຄົມ. ສະເພາະ ວຽກງານສື່ມວນຊົນ ກໍຄື ວຽກງານຂ່າວສານ ຂອງສູນກາງສະຫະພັນກໍາມະບານລາວ ກໍໄດ້ເຄື່ອນໄຫວວຽກງານດັ່ງກ່າວຢູ່ງມີປະສິດທິຜົນ.

ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນ ກໍາມະບານລາວ ຜູ້ຊີ້ນໍາວຽກງານສື່ມວນຊົນ ໄດ້ສະແດງທັດສະນະຕໍ່ວັນສື່ມວນຊົນ ແລະ ພິມຈຳໜ່າຍ ຄົບ ຮອບ 74 ປີ ວ່າ: ສູນກາງສະຫະພັນກໍາມະບານລາວ ເປັນອົງການຈັດຕັ້ງມະຫາຊົນໜຶ່ງທີ່ກວ້າງຂວາງ.ໃນນັ້ນ, ວຽກງານສື່ມວນຊົນ ກໍຄື ວຽກງານຂ່າວສານ ພວກເຮົາຖືວ່າເປັນກະບອກສຽງອັນແຫລມຄົມ ແລະ ເປັນເວທີຖະແຫລງຂ່າວ ເພື່ອໂຄສະນາປຸກລະດົມ, ຂົນຂວາຍ, ເຜີຍແຜ່ບັນດາແນວທາງແຜນນະ ໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ການເຄື່ອນໄຫວວຽກງານຂອງສະຫະພັນກໍາມະບານ ແຕ່ລະຂັ້ນ, ຂະບວນການແຂ່ງຂັນ 5 ເປັນເຈົ້າ, ຕົວແບບໃນການຜະລິດ, ການສ້າງເສດຖະ ກິດຄອບຄົວ ແລະ ອື່ນໆ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ຜູ້ອອກແຮງງານ, ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ.

ສື່ມວນຊົນ ຂອງສະຫະພັນກໍາມະບານ ປະກອບດ້ວຍສື່ສິ່ງພິມ ກໍຄື ໜັງສືພິມແຮງງານ ທີ່ໄດ້ຮັບການສ້າງຕັ້ງມາແຕ່ປີ 1979 ແລະ ສື່ເອເລັກໂຕນິກ, ປະກອບມີລາຍການວິທະຍຸ ແລະ ລາຍການໂທ ລະພາບເພື່ອນກໍາມະກອນ ຊຶ່ງສ້າງຕັ້ງມາແຕ່ປີ 1980 ມາຮອດ ປີ 2015 ສ້າງຕັ້ງວາລະສານກໍາມະບານລາວ ແລະ ສື່ອອນລາຍ ຂອງກໍາມະບານ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2018. ໃນນັ້ນ, ສະຫະພັນກໍາມະບານແຕ່ລະຂັ້ນໃນທົ່ວປະເທດ ໄດ້ປັບປຸງການເຄື່ອນໄຫວວຽກງານສື່ມວນຊົນ ກໍຄື ວຽກງານຂ່າວ ສານນັບແຕ່ມື້ສ້້າງຕັ້ງເຖິງປັດຈຸບັນ ກໍໄດ້ຮັບການພັດທະນາເປັນກ້າວໆມາ ອັນໄດ້ສ້າງຄວາມເຊື່ອໝັ້ນຈາກເພື່ອນຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງໄດ້ດີ, ເຖິງວ່າປັດຈຸບັນ, ສື່ສັງຄົມອອນລາຍ ໄດ້ມີການພັດທະນາຂຶ້ນເລື້ອຍໆ ແລະ ເປັນທີ່ນິຍົມຂອງສັງຄົມກໍຕາມ ແຕ່ສື່ຂອງກຳມະບານ ກໍຍັງມີຂອດທີ່ຈະປັບປຸງບາງດ້ານ ເປັນຕົົ້ນ ເນື້ອໃນໂຄສະນາ, ເນື້ອໃນຂອງບົດຂ່າວ ໃຫ້ມີຄຸນນະພາບ ກະທັດຮັດ, ສາມາດເປັນຂໍ້ມູນ ແລະ ບົດຮຽນໄດ້. ພ້ອມກັນນັ້ນ, ພະນັກງານທີ່ຮັບຜິດຊອບວຽກງານສື່ມວນຊົນ ກໍຕ້ອງໄດ້ມີການພັດທະນາທາງດ້ານຄວາມຮູ້, ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments