Saturday, September 21, 2024
Homeຂ່າວຕ່າງປະເທດທ່ານ ຟຸມິໂອະ ຄິຊິດະ ຈະລາອອກຈາກຕຳແໜ່ງນາຍົກລັດຖະມົນຕີຍີ່ປຸ່ນ

ທ່ານ ຟຸມິໂອະ ຄິຊິດະ ຈະລາອອກຈາກຕຳແໜ່ງນາຍົກລັດຖະມົນຕີຍີ່ປຸ່ນ

ວິທະຍຸສາກົນແຫ່ງ ສປ ຈີນ ວັນທີ 14 ສິງຫານີ້ ທ່ານ ຟຸມິໂອະ ຄິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ ປະກາດຈະບໍ່ເຂົ້າຮ່ວມ ການເລືອກຕັ້ງປະທານພັກເສລີ ປະຊາທິປະໄຕ ທີ່ຈະຈັດຂຶ້ນໃນເດືອນກັນຍານີ້ ຊຶ່ງໝາຍຄວາມວ່າ: ຫລັງຈາກເລືອກຕັ້ງ ປະທານພັກ ເສລີ ປະຊາທິປະໄຕແລ້ວ, ທ່ານ ຟຸມິໂອະຄິຊິດະ ຈະລາອອກ ຈາກຕຳແໜ່ງ ນາຍົກລັດຖະມົນຕີ ຍີ່ປຸ່ນ. ພາຍຫລັງ ທ່ານ ຟຸມິໂອະ ຄິຊິດະ ຕັດສິນໃຈ ເລື່ອງດັ່ງກ່າວ ສາເຫດມາຈາກວ່າ: ຕ້ອງມີຄົນ ແບກຫາບ ໜ້າທີ່ ຮັບຜິດຊອບ ຕໍ່ເຫດການ “ການເມືອງເງິນມືດ” ຂອງພັກເສລີ ປະຊາທິປະໄຕ. ຜົນການສຳຫລວດ ຄວາມຄິດເຫັນຕ່າງໆ ຂອງຍີ່ປຸ່ນ ສະແດງ ໃຫ້ເຫັນວ່າ: “ການເມືອງເງິນມືດ” ເຮັດໃຫ້ຄະແນນ ນິຍົມ ທີ່ມີຕໍ່ ຄະນະ ລັດຖະບານ ຍີ່ປຸ່ນ ພາຍໃຕ້ ການນຳຂອງ ທ່ານ ຟຸມິໂອະ ຄິຊິດະ ຫລຸດຕ່ຳລົງ ຢ່າງວ່ອງໄວ,ພ້ອມກັນນັ້ນ, ປະຊາຊົນ ຍີ່ປຸ່ນບໍ່ພໍໃຈຕໍ່ ບັນຫາໄພເງິນເຟີ້ ແລະ ອັດຕາແລກປ່ຽນ ຂອງເງິນເຢັນ ຫລຸດລົງ ເມື່ອບໍ່ດົນມານີ້ , ສິ່ງນີ້ອາດຈະແມ່ນສາເຫດ ສຳຄັນ ອັນໜຶ່ງ ທີ່ເຮັດໃຫ້ ທ່ານ ຟຸມິໂອະ ຄິຊິດະ ຕັດສິນໃຈ ບໍ່ເຂົ້າຮ່ວມ ການເລືອກຕັ້ງ ປະທານ ພັກເສລີ ປະຊາທິປະໄຕ ໃນຄັ້ງນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments