Saturday, September 21, 2024
Homeຂ່າວຕ່າງປະເທດເສດຖະກິດພາກພື້ນປາຊີຟິກ ຈະມີການເຕີບໂຕລະດັບ 3,3% ໃນປີນີ້

ເສດຖະກິດພາກພື້ນປາຊີຟິກ ຈະມີການເຕີບໂຕລະດັບ 3,3% ໃນປີນີ້

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ວັນທີ 14 ສິງຫານີ້ ທະນາຄານພັດທະນາອາຊີ (ADB) ມີສຳນັກງານຕັ້ງຢູ່ຟີລິບປິນ ໄດ້ຄາດຄະເນວ່າພື້ນຖານເສດຖະກິດຂອງພາກພື້ນປາຊີຟິກ ຈະມີການເຕີບໂຕຢູ່ລະດັບ 3,3% ໃນປີນີ້ ແລະ 4% ໃນປີຕໍ່ໄປ. ຫລັງຈາກໃນບົດລາຍງານຕິດຕາມເສດຖະກິດປາຊີຟິກ (PEM) ADB ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການເຕີບໂຕ ເສດຖະກິດພາກພື້ນໄດ້ຮັບການຊຸກຍູ້ຍ້ອນການຟື້ນຟູໃນການເຄື່ອນໄຫວຂຸດຄົ້ນຊັບພະຍາກອນທຳມະຊາດ ຢູ່ Papua New Guinea, ການທ່ອງທ່ຽວເປັນປົກກະຕິເກືອບທັງໝົດ ຂອງບັນດາໂຄງການພື້ນຖານເສດຖະກິດແມ່ນຂຶ້ນກັບການທ່ອງທ່ຽວ ແລະ ກຳລັງໜູນຈາກບັນດາພື້ນຖານໂຄງລ່າງສາທາລະນະ. ເຖິງຢ່າງໃດກໍຕາມ ADB ກໍ່ກ່າວເຕືອນບາງຄວາມສ່ຽງຄືສະພາບການຂາດແຮງງານ, ການເງິນທີ່ມີຈຳກັດ, ໄພທຳມະຊາດ ແລະ ການຜັນແປຂອງລາຄາສິນຄ້າທົ່ວໂລກ ແລະ ລະບົບສະໜອງ. ADB ປະຕິບັດ PEM ຕາມຮອບວຽນ 2 ປີເທື່ອໜຶ່ງເພື່ອຕີລາຄາ ກ່ຽວກັບບັນດາການຜັນແປທາງດ້ານເສດຖະກິດ ແລະ ບັນດາບັນຫານະໂຍບາຍຂອງ 14 ພື້ນຖານເສດຖະກິດທີ່ພວມພັດທະນາຢູ່ປາຊີຟິກ. ບົດລາຍງານສະບັບຫລ້າສຸດໄດ້ພິຈາລະນາໃນຫລາຍແງ່ມູມທີ່ແຕກຕ່າງກັນ ເຊິ່ງມີສ່ວນກ່ຽວຂ້ອງເຖິງຄວາມສາມາດໃນການຟື້ນຟູຢູ່ປາຊີຟິກ. ນອກນັ້ນ, ບົດລາຍງານກໍ່ສຸມໃສ່ການເຄື່ອນໄຫວກໍ່ສ້າງພື້ນຖານໂຄງລ່າງຟື້ນຟູ, ເພີ່ມທະວີຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ເພີ່ມທະວີການຄຸ້ມຄອງການເງິນພາກລັດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments