Saturday, September 21, 2024
Homeຂ່າວຕ່າງປະເທດມາເລເຊຍ ຈະເຮັດຂໍ້ຕົກລົງຊື້ລົດໄຟຈາກ ສປ ຈີນ

ມາເລເຊຍ ຈະເຮັດຂໍ້ຕົກລົງຊື້ລົດໄຟຈາກ ສປ ຈີນ

ຕາມຂ່າວກົວລາລຳເປີ ຂອງມາເລເຊຍ ວັນທີ 14 ສິງຫາ ທ່ານ ແອນໂທນີ ໂລດ, ລັດຖະມົນຕີຄົມມະນາຄົມມາເລເຊຍ ເປີດເຜີຍ ແຜນການ ທີ່ຈະສືບຕໍ່ ເຮັດຂໍ້ຕົກລົງ ມູນຄ່າ 2.400 ລ້ານໂດລາ ສະຫະລັດ ໃນການຈັດຫາ ລົດໄຟ ໂດຍສານ ສຳລັບ ເກເຣຕາປີ ທານາ ເມລາຢູ ເບີຣຮາດ (Keretapi Tanah Melayu Berhad) ຫລື ເຄທີເອັມບີ ບໍລິສັດລົດໄຟຂອງ ລັດຖະບານ ຜ່ານຂໍ້ຕົກລົງ ຊື້ລົດໄຟກັບ ສປ ຈີນ.ໃນໄລຍະ ລະຫວ່າງປີ 2024-2027 ລັດຖະບານ ມາເລເຊຍ ມີເປົ້າໝາຍໃນການຈັດຫາ ລົດໄຟ ໂດຍສານ 62 ຂະບວນ,ຄິດເປັນ ມູນຄ່າ ປະມານ 2.400 ລ້ານໂດລາ ສະຫະລັດ, ຊຶ່ງຈ່າຍເປັນງວດ ໃນສັນຍາ 30 ປີ. ໂດຍຄ່າໃຊ້ຈ່າຍ ທີ່ແທ້ຈິງ ຈະສະຫລຸບໄດ້ ຫລັງຈາກ ສຳເລັດການ ເຈລະຈາ ກັບ ສປ ຈີນ ໃນໄວໆນີ້. ຊຶ່ງຄ່າໃຊ້ຈ່າຍ ດັ່ງກ່າວ ຈະກວມເອົາ ການສ້ອມແປງ-ບຳລຸງຮັກສາ ແລະ ບໍລິການຕ່າງໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments