Friday, September 20, 2024
Homeຂ່າວໜ້າໜຶ່ງບໍລິສັດວັງຕັດມາຍນິງກຣຸບ ມອບເງິນສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ

ບໍລິສັດວັງຕັດມາຍນິງກຣຸບ ມອບເງິນສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ

ໃນວັນທີ 14 ສິງຫາ 2024 ນີ້, ບໍລິສັດ ວັງຕັດ ມາຍນິງກຣຸບ ໄດ້ມອບເງິນ ຈໍານວນ 20 ຕື້ກີບ ໃຫ້ລັດຖະບານລາວ ເພື່ອສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ມອບໂດຍ ທ່ານນາງ ສີລີວັນ ປັດທຳມະວົງ ຮອງຜູ້ອໍານວຍການບໍລິສັດວັງຕັດ ມາຍນິງກຣຸບ ແລະ ຕາງໜ້າຮັບໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ການສະໜັບສະໜູນ ຂອງບໍລິສັດດັ່ງກ່າວ, ພ້ອມທັງຢືນຢັນວ່າ ຈະນຳເອົາທຶນທີ່ໄດ້ຮັບໃນຄັ້ງນີ້, ໄປນຳໃຊ້ເຂົ້າໃນວຽກງານການດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມທັງການກະກຽມ ແລະ ດໍາເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ “ເພີ່ມທະວີກນເຊື່ອມຈອດ ແລະ ຄວາມເຂັ້ນແຂງອາຊຽນ” ທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່ງຈະມີປະມຸກລັດ ຫລື ຫົວໜ້າລັດຖະບານ ຂອງບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືອື່ນໆຂອງອາຊຽນ ເຂົ້າຮ່ວມ.

ຂ່າວ-ພາບ: ກຕທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments