Thursday, September 19, 2024
Homeຂ່າວການເມືອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພົບປະກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ

ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພົບປະກັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ

ໃນວັນທີ 13 ສິງຫາ 2024 ນີ້, ທີ່ນະຄອນຫຼວງ ມົດສະກູ ສ ຣັດເຊຍ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ອານເດຼ ແຣມມົບວິດຈ໌ ເບຍລາອູຊົບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ເນື່ອງໃນໂອກາດທີ່ເດີນທາງເຂົ້າຮ່ວມເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ ສ ຣັດເຊຍ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ກໍ່ຄືກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແກ່ ສປປ ລາວ ກໍ່ຄືກອງທັບປະຊາຊົນລາວ ໃນຫຼາຍດ້ານ ຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນ ການກໍ່ສ້າງພະນັກງານບັນຊາ ແລະ ວິຊາການເຕັກນິການທະຫານ, ການພົວພັນຮ່ວມມືດ້ານການເກັບກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທຳ ຢູ່ ສປປ ລາວ ແລະ ວຽກງານດ້ານອື່ນໆ ເຊິງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄື ການສ້າງກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນທັງສອງຝ່າຍກໍ່ໄດ້ຕີລາຄາຜົນສໍາເລັດຂອງການຮ່ວມມືທາງດ້ານການທະຫານໃນໄລຍະຜ່ານມາ ແລະ ແຜນການພົວພັນຮ່ວມມືໃນຕໍ່ໜ້າ. ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແລະ ສະຫາຍ ອານເດຼ ແຣມມົບວິດຈ໌ ເບຍລາອູຊົບ ໄດ້ຕາງໜ້າໃຫ້ລັດຖະບານຂອງທັງສອງປະເທດ ລົງນາມ ກ່ຽວກັບການພົວພັນຮ່ວມມືດ້ານການທະຫານສະບັບໃໝ່ ເພື່ອເປັນບ່ອນອີງໃນການເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມື ລະຫວ່າງສອງປະເທດ ເວົ້າສະເພາະແມ່ນ ກອງທັບປະຊາຊົນລາວ ແລະ ຣັດເຊຍ ໃຫ້ນັບມື້ໄດ້ຮັບການພັດທະນາດີຂຶ້ນ.

ໂດຍ: ທອງມາ ໄຊຍະເພັງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments