Friday, September 20, 2024
Homeຂ່າວພາຍໃນກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ( HLTF-EI ) ຄັ້ງທີ 46

ກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ( HLTF-EI ) ຄັ້ງທີ 46

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ( HLTF-EI ) ຄັ້ງທີ 46 ໃນວັນທີ 14 ສິງ ຫາ 2024, ທີ່ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອມີຂໍ້ສະເໜີ, ແນະນຳ ດ້ານນະໂຍບາຍການເຊື່ອມໂຍງເສດຖະກິດອາຊຽນ, ເພື່ີອເປັນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 (AEM) ທີ່ ສປປ ລາວ ຈະໄດ້ເປັນ ເຈົ້າພາບຈັດກອງປະຊຸມໃນກາງເດືອນ ກັນຍາ 2024.

ກອງປະຊຸມ ຈະໄດ້ຮັບຮູ້ຄວາມຄືບໜ້າກ່ຽວກັບການການຈັດຕັ້ງປະຕິບັດແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ (PEDs) ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ເຊິ່ງກວມເອົາ 3 ກຸ່ມຍຸດທະສາດຄື: ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ ແລະ ການຫັນປ່ຽນເພື່ອກ້າວໄປສູ່ດິຈີຕອນໃນອະນາຄົດ, ເຊິ່ງໃນນັ້ນ ປະກອບມີ 14 ຫົວຂໍ້ແຜນວຽກບູລິມະສິດ ທີ່ຢູພາຍໃຕ້ການຊີ້ກໍາຂອງລັດຖະມົນຕີເສດຖະກິດອາຊຽນ. ພ້ອມນັ້ນ, ກອງປະຊຸມຈະໄດ້ປຶກສາຫາລືຮ່າງບົດ ລາຍງານ ກ່ຽວກັບບົດສຶກສາບັນຫາທີ່ເກີດຂຶ້ນໃໝ່ໃນຂອບການຮ່ວມມືລະຫວ່າງອາຊຽນ +1 FTAs. ພິຈາລະນາ ແລະ ປຶກສາຫາລື ເອກະສານອ້າງອີງ (TOR) ສໍາລັບການສ້າງຕັ້ງ ຫນ່ວຍງານຂອງລັດຖະບານ ສໍາລັບຍຸດທະສາດກ່ຽວກັບຄວາມເປັນກາງດ້ານຄາບອນອາຊຽນ. ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານການຈັດຕັ້ງປະຕິບັດລະບຽບການທີ່ດີ ຕິດພັນກັບລົດໄຟຟ້າ ແລະ ອຸດສາຫະກຳ, ຮັບຟັງການລາຍງານຄວາມຄືບໜ້າຂອງການພັດທະນາແຜນຍຸດທະສາດ ປະຊາຄົມເສດຖະກິດອາຊຽນ ປີ 2026-2030, ຄວາມຄືບໜ້າການເຮັດສຶກສາແຜນປະຊາຄົມເສດຖະກິດອາຊຽນ ແລະ ເອກະສານອ້າງອີງ TOR ຂອງໜ່ວຍງານດ້ານວິຊາການ ຫລັງປີ 2025. HLTF-EI, ທົບທວນຄືນທ້າຍສະໄໝຂອງ ແຜນແມ່ບົດປະຊາຄົມເສດຖະກິດອາຊຽນປີ 2025 ແລະ ການກະກຽມເປັນປະທານອາຊຽນຂອງປະເທດ ມາເລເຊຍໃນປີ 2025.

ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶສາຫາລືບັນຫາອື່ນໆ ທີ່ຕິດພັນໃນຂົງເຂດເສດຖະກິດອາຊຽນ ເຊັ່ນ: ເສດຖະກິດສີຟ້າ, ຄວາມຄືບໜ້າກ່ຽວກັບ ການຈັດຕັ້ງປະຕິບັດຂອບວຽກກ່ຽວກັບເສດຖະກິດສີຟ້າ, ກອງປະຊຸມໜ່ວຍງານປະສານງານສະເພາະກິດກ່ຽວກັບເສດຖະກິດສີຟ້າຄັ້ງທີໜຶ່ງ ແລະ ກອງປະຊຸມເສດຖະກິດສີຟ້າອາຊຽນຄັ້ງທີສອງ, ຕິດຕາມຖະແຫລງການ ແຜນຍຸດທະສາດຂອງການນໍາລະດັບສູງອາຊຽນ ຊຶ່ງເປັນສູນກາງຂອງການຂະຫຍາຍຕົວ, ແລະຈະສຸມໃສ່ ການຫຼຸດຮອຍຕໍ່ຂອງການເຊື່ອມຈອດ ເພື່ອສົ່ງເສີມການແລກປ່ຽນສະຫວ່າງຄົນກັບຄົນ, ການຄ້າ, ແລະ ການລົງທຶນໃນພາກພື້ນ ເຊິ່ງເປັນພາກສ່ວນໜຶ່ງຂອງວາລະການເຊື່ອມຈອດອາຊຽນຫລັງປີ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments