Friday, October 18, 2024
Homeຂ່າວໜ້າໜຶ່ງສານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໂອກາດຄົບຮອບ 57 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ...

ສານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໂອກາດຄົບຮອບ 57 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 27 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

– ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ,

ບັນດາພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່ແມ່ພີ່ນ້ອງຊາວລາວ ທີ່ນັບຖື ແລະ ຮັກແພງ ທັງຫລາຍ,

ເນື່ອງໃນໂອກາດຄົບຮອບ 57 ປີ ວັນສ້າງຕັ້ງ ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້ ຫລື ອາຊຽນ(8 ສິງຫາ 1967-8 ສິງຫາ 2024) ແລະ ວັນຄົບຮອບ 27 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2024), ຂ້າພະເຈົ້າ ຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ມາຍັງບັນດາທ່ານ ຜູ້ນໍາພັກ-ລັດ, ພະນັກງານ, ທະຫານ, ຕໍາຫລວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງພາຍໃນ ແລະ ຕ່າງປະເທດ ກໍຄື ຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ແລະ ດໍາລົງຊີວິດ ຢູ່ ສປປ ລາວ.

ອາຊຽນ ເປັນອົງການຈັດຕັ້ງພາກພື້ນ ລະຫວ່າງ ລັດຖະບານ ທີ່ມີຄວາມຫລາກຫລາຍ, ແຕ່ມີເປົ້າໝາຍ ລວມດຽວກັນຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືເພື່ອຄວາມສົມບູນພູນສຸກ. ຕະຫລອດໄລຍະ 57 ປີ ຜ່ານມາ, ການຮ່ວມມືຕາມ “ວິຖີທາງຂອງອາຊຽນ” ໄດ້ຮັບການພິສູດແລ້ວວ່າ ເປັນວິຖີທາງການຮ່ວມມືທີ່ສອດຄ່ອງກັບຈຸດພິເສດຂອງ ພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ເຕັມໄປດ້ວຍຄວາມຫລາກຫລາຍ.

ການຮ່ວມມືພາຍໃນອາຊຽນ ແລະ ການຮ່ວມມືລະຫວ່າງ ອາຊຽນກັບຄູ່ຮ່ວມມືພາຍນອກ ພາຍໃຕ້ກົນໄກການຮ່ວມມືທີ່ອາຊຽນສ້າງຕັ້ງຂຶ້ນ ແລະ ອາຊຽນ ເປັນແກນກາງ ໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ, ແລະ ໄດ້ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ກໍຄື ພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກໂດຍລວມ. ປີ 2024 ນີ້, ອາຊຽນ ມີອາຍຸຄົບຮອບ 57 ປີ ແລະ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ໄດ້ 27 ປີ ແລະ ເປັນປີທີ່ ສປປ ລາວ ພວກເຮົາ ໄດ້ຮັບກຽດເປັນປະທານອາຊຽນເປັນຄັ້ງທີ 3 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ຄໍາຂັວນດັ່ງກ່າວສອດຄ່ອງກັບນະ ໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດມີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດ ຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນ ໃນການສ້າງອາຊຽນ ໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ສມາດຮັບມືກັບສິ່ງທ້າທາຍຕ່າງໆໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກທີ່ພວມຜັນແປໄປຢ່າງໄວວາ ແລະ ສະ ຫລັບສັບຊ້ອນ.

ການເປັນປະທານອາຊຽນຂອງ ສປປ ລາວ ໃນ 7 ເດືອນຜ່ານມາ, ໄດ້ຮັບຜົນສໍາເລັດຢ່າງເປັນໜ້າເພິ່ງພໍ ໃຈ. ກະຊວງ, ຂະແໜງການຕ່າງໆຂອງ ສປປ ລາວ ພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານ ບັນດາກອງປະຊຸມອາຊຽນ ໃນລະດັບຕ່າງໆພາຍໃຕ້ຄວາມຮັບຜິດຊອບຂອງຕົນຢ່າງມີຜົນສໍາເລັດ. ອັນພົ້ນເດັ່ນແມ່ນ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສໍາເລັດການເປັນປະທານຮ່ວມກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫລີມສະຫລອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບ ຮອບ 50 ປີ ໃນເດືອນ ມີນາ 2024 ທີ່ ເມວເບີນ, ປະເທດ ອົດສະຕຣາລີ ແລະ ສປປ ລາວ ໄດ້ສໍາເລັດການເປັນເຈົ້າພາບ ແລະ ປະທານກອງປະຊຸມລະດັບລັດຖະມົນຕີໃນຂະແໜງການຕ່າງໆ. ຫລ້າສຸດ ແມ່ນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມລະດັບລັດຖະມົນຕີຕ່າງປະເທດທີ່ກ່ຽວຂ້ອງທີ່ ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 24-27 ກໍລະກົດ 2024 ຜ່ານມາ. ໝາກຜົນຂອງບັນດາກອງປະຊຸມພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ເປັນພື້ນຖານອັນສໍາຄັນໃນການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ.

ການເຂົ້າເປັນສະມາຊິກອາຊຽນ ແລະ ການເປັນປະທານອາຊຽນ ຂອງ ສປປ ລາວ ທັງ 3 ຄັ້ງນີ້ ໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ແລະ ທັງເປັນການດຶງດູດການສະໜັບສະໜູນຈາກບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກເຂົ້າໃນພາລະກິດປົກປັກຮັັກສາ ແລະ ສ້າງສາພັດທະນາ ສປປ ລາວ ອີກດ້ວຍ.

ຂ້າພະເຈົ້າຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງບັນດາກະຊວງຂະແໜງ ການ, ພາກເອກະຊົນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານອາຊຽນ ໃນໄລຍະຜ່ານມາ ແລະ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້. ພວກເຮົາຈະສືບຕໍ່ຮ່ວມກັນເປັນເຈົ້າພາບທີ່ດີ ແລະ ເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສໍາເລັດຕາມຄາດຫມາຍທີ່ວາງໄວ້.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ກໍ່ຂໍຕາງໜ້າລັດຖະບານແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ, ປະເທດຄູ່ເຈາລະຈາຂອງອາຊຽນ ກໍຄື ບັນດາຄູ່ຮ່ວມມືພາຍນອກ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືແລະ ການສະໜັບສະໜູນດັ່ງກ່າວ ຈະເຮັດໃຫ້ການເຄື່ອນໄຫວວຽກງານອາຊຽນຂອງ ສປປ ລາວ ແລະ ການເປັນປະທານຂອງ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດອັນຈົບງາມ.

ຊົມເຊີຍວັນອາຊຽນ 8 ສິງຫາ ຄົບຮອບ 57 ປີ ແລະ ຊົມເຊີຍສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 27 ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments