Saturday, October 19, 2024
Homeຂ່າວພາຍໃນເປິດແລ້ວ…. ຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາ PTTLAO XENO ສະຫວັນນະເຂດສາຂາທໍາອິດໃນສະຖານທີ່ບໍລິການປໍ້ານໍ້າມັນ PTT ສປປ.ລາວເຊື່ອມຕໍ່ເສດຖະກິດ-ກະຕຸ້ນການທ່ອງທ່ຽວ

ເປິດແລ້ວ…. ຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາ PTTLAO XENO ສະຫວັນນະເຂດສາຂາທໍາອິດໃນສະຖານທີ່ບໍລິການປໍ້ານໍ້າມັນ PTT ສປປ.ລາວເຊື່ອມຕໍ່ເສດຖະກິດ-ກະຕຸ້ນການທ່ອງທ່ຽວ

ໃນວັນທີ 07 ສິງຫາ ທີ່ຜ່ານມາ ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ ເຊເວັ່ນ ອີເລຟເວັ່ນ ສາຂາ PTTLAO XENO ຢ່າງເປັນທາງການ ຖືເປັນຮ້ານສາຂາທໍາອິດທີ່ຕັ້ງຢູ່ໃນສະຖານທີ່ບໍລິການນໍ້າມັນ ແລະ ເປັນຮ້ານສາຂາທີ 7 ໃນ ສປປ.ລາວ ຕັ້ງຢູ່ພາຍໃນ PTT station ຈະເລີນໄຊ 2 ບ້ານໄຊອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.

ໂດຍຮ້ານສາຂາ PTTLAO XENO ບໍລິຫານໂດຍຜູ້ຮ່ວມທຸລະກິດ ເຊເວັ່ນ ອີເລຟເວັ່ນ ຂອງລາວ ເຊິ່ງເປັນໄປຕາມນະໂຍບາຍຂອງບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ຊີພີ ອໍລ໌ ທີ່ຕ້ອງການສົ່ງມອບໂອກາດ ແລະ ຄວາມຮູ້ໃນການບໍລິຫານຈັດການທຸລະກິດຂາຍຍ່ອຍສະໄໝໃໝ່ເພື່ອສ້າງຄຸນຄ່າ, ຜົນປະໂຫຍດໃຫ້ແກ່ ສປປ.ລາວ ຕາມຄ່ານິຍົມ 3 ປະໂຫຍດຂອງເຄືອຈະເລີນໂພກກະພັນ.

ສໍາລັບຈຸດແຂງຂອງພື້ນທີ່ນີ້ຖືວ່າເປັນໜຶ່ງໃນເສັ້ນທາງຄົມມະນາຄົມຂົນສົ່ງຫຼັກເສັ້ນທາງໜຶ່ງທັງຂອງນັກທຸລະກິດ ແລະ ນັກທ່ອງທ່ຽວ, ສາມາດເຊື່ອມຕໍ່ໄປຫາປະເທດຫວຽດນາມ ລວມທັງລົງໄປສູ່ສູນກາງເສດຖະກິດທາງພາກໃຕ້ຂອງ ສປປ.ລາວ ທີ່ແຂວງຈໍາປາສັກໄດ້ ການເປີດບໍລິການຮ້ານ ເຊເວັ່ນ ອີເລຟເວັ່ນ ຈະເຮັດໃຫ້ສະຖານທີ່ບໍລິການນໍ້າມັນແຫ່ງນີ້ໃຫ້ກາຍເປັນຈຸດບໍລິການຈຸດດຽວທັງໝົດ (One Stop Service) ໃຫ້ການເບິ່ງແຍງດູແລອໍານວຍຄວາມສະດວກທັງຄົນ ແລະ ຍານພາຫະນະ ເຮັດໃຫ້ເກີດຄວາມຄຶກຄື້ນໃນພື້ນທີ່ ແລະ ຈະນໍາເອົາຜົນປະໂຫຍດໃຫ້ກັບຊຸມຊົນໃນບໍລິເວນອ້ອມຂ້າງ ໂດຍສະເພາະການສົ່ງເສີມພາກການທ່ອງທ່ຽວໃນປີທ່ອງທ່ຽວລາວ. (Visit Lao Year) ຕາມນະໂຍບາຍຂອງພາກລັດ.

ທ່ານ ໂອໃດ ເສນສອນ ຜູ້ຮ່ວມທຸລະກິດ ເຊເວັ່ນ ອີເລຟເວັ່ນ ຜູ້ບໍລິຫານຮ້ານ ສາຂາ PTTLAO XENO ໄດ້ກ່າວວ່າ ເຊເວັ່ນ ອີເລຟເວັ່ນ ເປັນຮ້ານສະດວກຊື້ ເປັນທີ່ຍອດນິຍົມໃນທົ່ວໂລກ, ນັກເດີນທາງ, ນັກທ່ອງທ່ຽວທີ່ເຄີຍມາໃຊ້ບໍລິການ ໃນປະເທດໄທ ລ້ວນແລ້ວແຕ່ມີຄວາມປະທັບໃຈໃນຄຸນນະພາບຂອງສິນຄ້າ ແລະ ການບໍລິການ. ເມື່ອ ຊີພີ ອໍລ໌ ເຂົ້າມາດຳເນີນທຸລະກິດຮ້ານ ເຊເວັ່ນ ອີເລຟເວັ່ນ ໃນ ສປປ.ລາວ ກໍໄດ້ຮັບການຕອບຮັບເປັນຢ່າງດີຕັ້ງແຕ່ສາຂາທຳອິດ ຈຶ່ງໄດ້ຮັບຄວາມເຊື່ອໝັ້ນ. ໃນຂະນະດຽວກັນກໍໄດ້ຮັບການສະໜັບສະໜູນຈາກ ຊີພີ ອໍລ໌ ລາວ ໃນການຖ່າຍທອດບັນດາອົງຄວາມຮູ້ດ້ານເຕັກໂນໂລຊີ ເຊັ່ນດຽວກັນກັບ PTT LAO ເພື່ອເຮັດໃຫ້ການດໍາເນີນງານຄັ້ງນີ້ ປະສົບຜົນສໍາເລັດ ແລະ ເຊື່ອວ່າຈະເປັນພາບລັກທີ່ດີຂອງ ສປປ.ລາວ ໃນການສົ່ງເສີມຄວາມເຂັ້ມແຂງທາງດ້ານເສດຖະກິດຕໍ່ໄປ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments