Saturday, October 19, 2024
Homeສຶກສາທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ໄດ້ຮັບນາມມະຍົດ ສາດສະດາຈານ ກິດຕິມະສັກ ຈາກ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ...

ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ໄດ້ຮັບນາມມະຍົດ ສາດສະດາຈານ ກິດຕິມະສັກ ຈາກ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 05 ສິງຫາ 2024 ນີ້ ທີ່ ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ຂອງ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ໃຫ້ແກ່ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາໃນການຄົ້ນຄວ້າ ແລະ ພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີ, ມີສ່ວນສໍາຄັນໃນການກໍານົດ ແລະ ຜັນຂະຫຍາຍນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການນ້ອງຢາກເປັນວິທະຍາສາດ ທີ່ໄດ້ມີການຈັດຕັ້ງປະຕິບັດ ແລະ ປະສົບຜົນສຳເລັດໃນໄລຍະທີ່ຜ່ານມາ ຊຶ່ງເປັນກິດຈະກຳທີ່ເຜີຍແຜ່ຄວາມຮູ້ໃຫ້ແກ່ນັກຮຽນ-ນັກສຶກສາຕະຫຼອດຮອດສັງຄົມໃນວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ທັງເປັນຜູ້ທີ່ມີຜົນງານໂດດເດັ່ນໃນການສ້າງສາຍພົວພັນຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີທັງພາຍໃນ ແລະ ຕ່າງປະເທດ ພິເສດ ກັບ ສສ ຫວຽດນາມ ກໍຄື ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ.

ໃນພິທີ ທ່ານຫົວໜ້າກົມຮ່ວມມືສາກົນ, ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ຂຶ້ນຜ່ານຂໍ້ ຕົກລົງ ກ່ຽວກັບການຕົກລົງມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ສະບັບເລກທີ 888/QĐ-HVKHCN.

ຫຼັງຈາກນັ້ນ, ທ່ານ ບັນດິດ ສຈ. ເຈົາ ວັນ ມິງ, ກຳມະການສູນກາງພັກ, ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ໃຫ້ກຽດມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ໃຫ້ແກ່ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ.

ຂ່າວ ແລະ ຮູບພາບ: ພະແນກປະຊາສໍາພັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments