Saturday, October 19, 2024
Homeຂ່າວພາຍໃນໂທລະພາບແຫ່ງຊາດ ເຕີບໃຫຍ່ເຂັ້ມແຂງຜ່ານຂະບວນວິວັດ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ໂທລະພາບແຫ່ງຊາດ ເຕີບໃຫຍ່ເຂັ້ມແຂງຜ່ານຂະບວນວິວັດ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ຕະຫລອດໄລຍະ 40 ກວ່າປີຜ່ານມາ, ໂທລະພາບແຫ່ງຊາດລາວ ໄດ້ເຕີບໃຫຍ່ເຂັ້ມແຂງຜ່ານຂະບວນວິວັດຕ່າງໆ, ທັງໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ດີໃນຫຼາຍດ້ານ ເປັນຕົ້ນ ດ້ານເນື້ອໃນມີຄວາມແຫລມຄົມ, ຊັດເຈນ, ວ່ອງໄວ ແລະ ທັນເຫດການ, ຕັ້ງໜ້າໂຄສະນາແນວທາງນະໂຍ ບາຍຂອງພັກ, ເສດຖະກິດ, ວິທະຍາສາດ-ສັງຄົມ, ນຳເອົາສິ່ງທີ່ກ້າວໜ້າທັງພາຍໃນ ແລະ ຕ່າງປະເທດ, ຂໍ້ມູນຂ່າວສານ, ຄວາມຮູ້ ແລະ ສາລະບັນເທີງ ລົງສູ່ປະຊາຊົນບັນດາເຜົ່າ ແລະ ນຳເອົາຄວາມມຸ່ງມາດປາຖະໜາຂອງ ປະຊາຊົນບັນດາເຜົ່າຂຶ້ນຫາພັກ ແລະ ລັດຖະບານ.

ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ ສະຖານີໂທລະພາບແຫ່ງຊາດລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ສິງຫາ 2024 ນີ້ວ່າ: ຕະຫລອດໄລຍະ 40 ກວ່າປີຜ່ານມາ, ໂທລະພາບແຫ່ງຊາດລາວ ມີການພັດທະນາຕົນເອງເປັນກ້າວໆມາ ເຊິ່ງເມື່ອກ່ອນມີພຽງແຕ່ກະຈາຍທາງພາກພື້ນດິນ ຢູ່ພາຍໃນນະຄອນຫລວງວຽງຈັນ ເທົ່ານັ້ນດ້ວຍລະບົບອານາລອກ, ມີແຮງສົ່ງ 100 ວັດ, ອອກອາກາດ 3 ມື້ຕໍ່ອາທິດ, ມີ 3 ຊົ່ວໂມງຕໍ່ມື້.

ຈາກຄວາມກ້າວໜ້າທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະພາບແຫ່ງຊາດລາວ ໄດ້ຖ່າຍທອດລາຍການຕ່າງໆ 18 ຊົ່ວໂມງຕໍ່ມື້, ສ່ວນລະບົບແມ່ນໄດ້ຫັນຈາກລະບົບອານາລອກ ມາເປັນລະບົບດີຈິຕອນເກືອບຈະສົມບູນ.

ໃນຍຸກແຫ່ງການພັດທະນາ ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ມີການພັດທະນາຢ່າງກ້າວກະໂດດເຮັດໃຫ້ຂໍ້ມູນຂ່າວສານຢູ່ໃນທົ່ວໂລກ ບໍ່ມີພົມແດນ. ເມື່ອເປັນດັ່ງນັ້ນ, ຊື່ດັ້ງເດີມ ຫລື ສືແບບເກົ່າ ໂດຍສະເພາະ ແມ່ນສື່ໂທລະພາບ ແມ່ນໄດ້ຮັບຜົນກະທົບ ຕົ້ນຕໍກໍແມ່ນການແຂ່ງຂັນ ເພື່ອດຶງດູດຜູ້ຟັງ ແລະ ຜູ້ຊົມ, ແຂ່ງຂັນໃນການສ້າງລາຍຮັບເຂົ້າມາໃນອົງກອນຂອງຕົນ, ການຕອບໂຕ້ ແລະ ຕໍ່ຕ້ານຂ່າວປອມ ຍັງເຫັນວ່າເປັນສິ່ງທ້າທ້າຍຫລາຍສໍາລັບໂທລະພາບ. ນອກນັ້ນຍັງເຫັນວ່າ: ພື້ນຖານວັດຖຸເຕັກນິກທາງໂທລະພາບ ຍັງບໍ່ທັນເປັນລະບົບຄົບຊຸດ, ການລົງທຶນໃສ່ວຽກງານດັ່ງກ່າວ ຍັງຈຳກັດ ຈຶ່ງເຮັດໃຫ້ຄວາມອາດສາມາດໃນການພັດທະນາດ້ານຕ່າງໆ ທັງຊອບແວ ແລະ ຮາດແວ ຍັງບໍ່ທັນສູງ ແລະ ຍັງບໍ່ເທົ່າທຽມກັບພາກພື້ນ ແລະ ສາກົນ.

ທ່ານ ອຳຄາ ວົງໝື່ນກ້າ ຍັງໄດ້ກ່າວອີກວ່າ: ເພື່ອເຮັດໃຫ້ສືໂທລະພາບ ໄດ້ຮັບການພັດທະນາ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ໃນການສະໜອງຂໍ້ມູນຂ່າວສານໃນໄລຍາໃໝ່ນີ້, ໃນຕໍ່ໜ້າໂທ ລະພາບແຫ່ງຊາດລາວ ຈະຕ້ອງປັບປຸງ ແລະ ພັດທະນາບຸກຄະລະກອນ ໃຫ້ມີຄຸນນະພາບ, ໝາຍວ່າຈະຕ້ອງໄດ້ຫັນປ່ຽນດ້ານແນວຄວາມຄິດ ຈາກອັນເກົ່າໄປສູ່ອັນໃໝ່, ຮຽນຮູ້ເອົາສິ່ງໃໝ່ໃນແຕ່ລະວັນ, ແຕ່ລະຊົ່ວໂມງທີ່ມີການປ່ຽນແປງ; ໝູນໃຊ້ສື່ສັງຄົມອອນລາຍ ຫລື ສື່ແບບໃໝ່ໃຫ້ເປັນປະໂຫຍດຫລາຍເທົ່າທີ່ຈະຫລາຍໄດ້; ປັບປຸງເນື້ອໃນຂ່າວ, ບົດ, ລາຍການຕ່າງໆ ໃຫ້ກະທັດຮັດ, ແຫລມຄົມ-ຊັດເຈນ, ວ່ອງໄວການຂຶ້ນກວ່າເກົ່າ; ລົງທຶນປັບປຸງ ພາຫະນະເຕັກນິກໃຫ້ທັນສະໄໝ ເປັນລະບົບຄົບຊຸດ; ຊອກຫາແຫລ່ງລາຍຮັບ ເພື່ອມາພັດທະນາວຽກໂທລະພາບໃຫ້ຫລາຍຂຶ້ນ ສົມທົບກັບງົບປະມານຂອງລັດຖະບານ ທີ່ສະໜອງໃຫ້.

ໃນວັນສື່ມວນຊົນ ແລະ ວັນພິມຈຳໜ່າຍ 13 ສິງຫາ ຄົບຮອບ 74 ປີ ໃນປີ 2024 ນີ້, ທ່ານ ອຳຄາ ວົງໝື່ນກ້າ ໄດ້ສະແດງຄວາມຊົມເຊີຍ ຕໍ່ນັກຮົບສື່ມວນຊົນທີ່ໄດ້ເສຍສະລະ ແລະ ອຸທິດຕົນຢ່າງບໍ່ຮູ້ອິດຮູ້ເມື່ອຍຕໍ່ໜ້າທີ່ອັນຊົງກຽດ ໃນພາລະກິດຮັບໃຊ້ປະເທດຊາດ ກໍຄື ການເປັນກະບອກສຽງອັນແຫລມຄົມ ຮັບໃຊ້ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານຢ່າງເຕັມສ່ວນ. ພ້ອມທັງຫວັງຢ່າງຍິງວ່າ ບັນດາສື່ມວນຊົນທີ່ກໍາລັງປະຕິບັດໜ້າທີ່ດັ່ງກ່າວ ຈະມີຄວາມເອກອ້າງທະນົງໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ມີໂອກາດ ປະກອບສ່ວນຮັບໃຊ້ປະເທດຊາດ, ເຮັດໃຫ້ປະຊາຊົນ ໃນທົ່ວທັງຄົມໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຊັດເຈນ, ວ່ອງໄວ ແລະ ທັນເຫດການຈາກສື່ມວນຊົນ.

#ຂ່າວອອນລາຍວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments