Friday, September 20, 2024
Homeຂ່າວໜ້າໜຶ່ງສື່ມວນຊົນ ຍັງມີສິ່ງທ້າທາຍຫຼາຍຢ່າງໃນຍຸກດີຈີຕອນ

ສື່ມວນຊົນ ຍັງມີສິ່ງທ້າທາຍຫຼາຍຢ່າງໃນຍຸກດີຈີຕອນ

ໃນໂອກາດເຂົ້າຮ່ວມກອງປະຊຸມເສວະນາໃນຫົວຂໍ້: ການນໍາໃຊ້ປັນຍາປະດິດ ແລະ ສິ່ງທ້າທາຍຂອງສື່ສັງຄົມອອນລາຍ ສຳລັບສື່ມວນຊົນລາວເມື່ອບໍ່ດົນມານີ້, ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ປັດຈຸບັນສື່ມວນຊົນຍັງມີສິ່ງທ້າທາຍຫຼາຍຢ່າງໃນຍຸກດີຈີຕອນ ໂດຍສະເພາະການນໍາໃຊ້ເຕັກໂນໂລຊີໃໝ່ໆຢູ່ໃນສື່ມວນຊົນຈະຕ້ອງຮູ້ຈັກກຸ່ມເປົ້າໝາຍ ຊຶ່ງກຸ່ມເປົ້າໝາຍແຕ່ລະສື່ແມ່ນກຸ່ມເປົ້າໝາຍຫຍັງ, ຖ້າເຮົາບໍ່ຮູ້ກຸ່ມເປົ້າໝາຍຊັດເຈນ ເມື່ອເຮົາໂຄສະນາໄປນັ້ນຈະບໍ່ໄດ້ຮັບໝາກຜົນ. ໃນນັ້ນ, ການພັດທະນາບຸກຄະລາກອນ ຕ້ອງໃຫ້ຕອບສະໜອງກັບຍຸກໃໝ່ນີ້ (ຍຸກດີຈີຕອນ) ເປັນສິ່ງສໍາຄັນຫຼາຍ ເນື່ອງຈາກສື່ສັງຄົມອອນລາຍ ເປັນພາຫະນະໜຶ່ງສຳລັບສື່ມວນຊົນຢູ່ໃນການກະຈາຍຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ, ມີປະສິດທິພາບ ແລະ ຄ່າໃຊ້ຈ່າຍຕໍ່າ ຖ້າທຽບໃສ່ການນໍາໃຊ້ສື່ແບບເກົ່າ.

ທ່ານ ສົມສະຫວາດ ພົງສາ ຍັງໃຫ້ຮູ້ວ່າ: ຂ່າວປອມ ເປັນບັນຫາໃນທົ່ວໂລກ ກໍຄືໃນປັດຈຸບັນ. ສະນັ້ນ, ສື່ມວນຊົນຈະຕ້ອງນໍາສະເໜີຂໍ້ມູນທີ່ມີມູນຄວາມເປັນຈິງ, ຂ່າວປອມ ເປັນຂ່າວທີມີບົດບາດສຳຄັນເຮັດໃຫ້ສັງຄົມເກີດຄວາມລະແວງສົງໄສ, ບໍ່ມີຄວາມສະຫງົບ, ບໍ່ໄປຕາມທິດທາງ ແນວທາງນະໂຍບາຍທີ່ທາງລັດຖະບານວາງອອກ, ຂ່າວປອມ ຄືຂ່າວທີ່ເຮັດໃຫ້ບິດເບືອນຄວາມເປັນຈິງ ສ້າງຄວາມບໍ່ສະຫງົບໃນສັງຄົມ. ດັ່ງນັ້ນ, ສື່ມວນຊົນມີຄວາມສຳຄັນຫຼາຍໃນການຕ້ານກັບຂ່າວປອມເຊັ່ນວ່າ: ສື່ມວນຊົນຈະຕ້ອງນໍາສະເໜີຂໍ້ມູນທີ່ມີຄວາມຈິງ, ຈະຕ້ອງໄດ້ອະທິບາຍໃຫ້ສັງຄົມເຂົ້າໃຈວ່າຂ່າວທີ່ໄດ້ເຜີຍແຜ່ໄປນັ້ນແມ່ນຂ່າວທີ່ບໍ່ມີຄວາມຈິງ. ສະນັ້ນ, ໃນອະນາຄົດຈະຕ້ອງໄດ້ຮ່ວມກັບສື່ມວນຊົນໃນການເຜີຍແຜ່ຂໍ້ມູນຂ່າວສານ ໂດຍສະ ເພາະສ້າງຈັນຍາບັນຢູ່ໃນການຊົມໃຊ້ສື່ສັງຄົມອອນລາຍເຮັດແນວໃດ ບໍ່ໃຫ້ປະຊາຊົນຕົກເປັນເຄື່ອງມືຂອງຜູ້ບໍ່ຫວັງດີ ໂດຍການກະຈາຍຂ່າວປອມ. ພ້ອມນັ້ນ, ປະຊົນຍັງມີສ່ວນຮ່ວມສຳຄັນ ເນື່ອງຈາກເຂົາເຈົ້າໄດ້ຮັບຂໍ້ມູນຂ່າວສານແລ້ວສາມາດແຊຕໍ່ໄດ້ຢ່າງວ່ອງໄວໂດຍບໍ່ໄດ້ຄໍານຶງເຖິງວ່າເປັນຂ່າວແທ້ ຫຼື ຂ່າວປອມ, ຂ່າວປອມສ້າງຂຶ້ນບໍ່ແມ່ນເພື່ອຜົນປະໂຫຍດສ່ວນລວມ ແຕ່ສ້າງຂຶ້ນເພື່ອຜົນປະໂຫຍດຜູ້ໃດຜູ້ໜຶ່ງ.

ເຖິງແມ່ນວ່າໃນປັດຈຸບັນເຂົ້າສູ່ຍຸກດີຈີຕອນ ເປັນສິ່ງທ້າທາຍຕໍ່ສື່ມວນຊົນ. ສະນັ້ນ, ຂໍໃຫ້ຜູ້ບໍລິໂພກຂ່າວສານ ຈົ່ງມີສະຕິຮູ້ຈັກຈຳແນກຂ່າວແທ້ ຫຼື ຂ່າວປອມ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ຫວັງດີ, ສ້າງຄວາມບໍ່ສະຫງົບໃນສັງຄົມ.

ໂດຍ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments