Saturday, September 21, 2024
Homeຂ່າວການເມືອງຜົນງານທີ່ພົ້ນເດັ່ນກົມວັນນະຄະດີ ແລະ ພິມຈຳໜ່າຍ

ຜົນງານທີ່ພົ້ນເດັ່ນກົມວັນນະຄະດີ ແລະ ພິມຈຳໜ່າຍ

(ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ (13/8/1950-13/8/2024)

ໂດຍ: ຍຸພິນທອງ

ທ່ານນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 5 ສິງຫາ ນີ້ ທີ່ກົມດັ່ງກ່າວ ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ ທີ່ຈະໝູນວຽນມາເຖິງນີ້ວ່າ: ວັນທີ 13 ສິງຫາ ເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນທາງປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ເປັນວັນສ້າງຕັ້ງແນວລາວອິດສະຫຼະ ທັງເປັນວັນສ້າງຕັ້ງໜັງສືພິມປະຕິ ວັດສະບັບທຳອິດ ແລະ ເປັນວັນສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນ ຄືວັນທີ 13 ສິງຫາ 1950 ນັ້ນຄືທີ່ມາຂອງວັນສື່ມວນຊົນ ແລະ ການພິມຈຳໜ່າຍຂອງຊາດລາວ ຊຶ່ງປີນີ້ຄົບຮອບ 74 ປີ ແຫ່ງການສະເຫຼີມສະຫຼອງມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາຂອງວຽກງານສື່ມວນຊົນ ແລະ ພິມຈຳໜ່າຍນັບແຕ່ມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປີວ ແລະ ມີໜັງສືພິມ, ວິທະຍຸ, ໂທລະພາບຢູ່ປະເທດເຮົາຕາມລຳດັບຈົນກ້າວມາຮອດຍຸກສື່ເອເລັກໂຕຣນິກ ແລະ ການພິມຈຳໜ່າຍທາງເອເລັກໂຕຣນິກ (E-book) ສາມາດບໍລິການການອ່ານໄດ້ຢ່າງໄຮ້ຂີດຈຳກັດ.

ວຽກງານພິມຈຳໜ່າຍ ເປັນວຽກງານໜຶ່ງທີ່ມີບົດບາດຄວາມສຳຄັນໃນຂະແໜງວັດທະນະທຳ ແລະ ການສື່ສານ ຕອບສະໜອງຄວາມຮູ້ ຊັບສິນທາງປັນຍາໃຫ້ແກ່ສັງຄົມເພື່ອພັດທະນາຊັບພະຍາກອນມະນຸດ. ກົມວັນ ນະຄະດີ ແລະ ພິມຈຳໜ່າຍ ໄດ້ເຮັດບົດບາດໜ້າທີ່ຄຸ້ມຄອງ, ປົກປັກຮັກສາ, ສົ່ງເສີມການປະດິດແຕ່ງວັນນະ ກຳ ພັດທະນາການພິມຈຳໜ່າຍ, ຫໍສະໝຸດ ແລະ ສົ່ງເສີມການອ່ານ. ໃນໄລຍະຜ່ານມາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມວຽກງານວັນນະຄະດີ ແລະ ການພິມຈຳໜ່າຍໃຫ້ມີບາດກ້າວຂະຫຍາຍຕົວເລື້ອຍໆມາ. ປຶ້ມ, ສິ່ງພິມຕ່າງໆເປັນປັດໄຈຊຸກຍູ້ທີ່ແຂງແກ່ນ ໃຫ້ແກ່ການສ້າງວິໄສທັດ ສ້າງສາຍພົວພັນສັງຄົມ ສາມາດສຶກສາອົບຮົມຄຸນສົມບັດ, ແບບແຜນດຳລົງຊີວິດທີ່ປອດໃສໃຫ້ແກ່ຜູ້ອ່ານ, ສ້າງຮຸ່ນສືບທອດທີ່ມີລະດັບວັດທະນະທຳ ແລະ ການສຶກສາຢ່າງຮອບດ້ານ, ທັງສາມາດຈຳກັດບັນຫາ ແລະ ປະກົດການຫຍໍ້ທໍ້ທາງສັງຄົມ ເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ທ່ານກ່າວຕື່ມວ່າ: ຜົນງານທີ່ພົ້ນເດັ່ນໃນປີຜ່ານມາ ໄດ້ສໍາເລັດການປັບປຸງກົດໝາຍວ່າດ້ວຍການພິມຈໍາໜ່າຍ (ສະບັບປັບປຸງ) ເລກທີ 44/ສພຊ, ລົງວັນທີ 17 ກໍລະກົດ 2023 ນຳໃຊ້ເປັນເຄື່ອງມື ແລະ ເປັນບ່ອນອີງທີ່ສຳຄັນທາງດ້ານຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ, ກວດກາວຽກງານການພິມຈຳໜ່າຍເຮັດໃຫ້ວຽກງານພິມຈຳໜ່າຍຂະຫຍາຍຕົວ, ພັດທະນາ ແລະ ເຄື່ອນໄຫວຢ່າງແຂງແຮງ. ປັດຈຸບັນ ມີເຖິງ 44 ໂຮງພິມ ແລະ 15 ສຳນັກພິມ, ມີຮ້ານຈຳໜ່າຍປຶ້ມ-ສິ່ງພິມເກີດຂຶ້ນ ແລະ ເຄື່ອນໄຫວຢ່າງມີຊີວິດຊີວາ, ມີຂະແໜງຄົ້ນຄວ້າຈັດພິມປຶ້ມການຮຽນ-ການສອນ, ມີປຶ້ມຜົນງານການຄົ້ນຄວ້າຂອງບັນດາຂະແໜງການວິຊາການ, ປຶ້ມແປ, ປຶ້ມວັນນະຄະດີປະເພດຕ່າງໆຈຳນວນຫຼາຍ, ມີອົງການຈັດຕັ້ງເຄື່ອນໄຫວເຮັດວຽກງານພິມຈຳໜ່າຍຄື: ສະມາຄົມການພິມ, ສະມາຄົມນັກປະພັນລາວ, ສະມາຄົມຫໍສະໝຸດລາວ ແລະ ກຸ່ມສຳນັກພິມເກີດຂຶ້ນເພື່ອສົ່ງເສີມຂະແໜງການພິມຈຳໜ່າຍ ແລະ ສົ່ງເສີມການອ່ານດ້ວຍຫຼາຍຮູບການ, ເປັນຕົ້ນແມ່ນໄດ້ມີການຈັດວາງສະແດງປຶ້ມ (ບຸນປຶ້ມໃຫຍ່) ໄດ້ 4 ຄັ້ງຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ຕ່າງໆ ສາ ມາດສ່ອງແສງໃຫ້ເຫັນບົດບາດຄວາມໝາຍຄວາມສຳຄັນຂອງປຶ້ມ, ພ້ອມນີ້, ຍັງມີການຈັດງານບຸນມະໂຫລານປຶ້ມ ແລະ ສົ່ງເສີມການອ່ານຢູ່ນະຄອນຫຼວງວຽງຈັນ 4 ຄັ້ງ, ຢູ່ແຂວງຈຳປາສັກ 1 ຄັ້ງ, ແຂວງຊຽງຂວາງ 2 ຄັ້ງ ລວມ 7 ຄັ້ງ, ໄດ້ມີການລະດົມປຶ້ມຈາກກຸ່ມສຳນັກພິມຈຳນວນຫຼາຍເພື່ອມອບໃຫ້ບັນດາໂຮງຮຽນຈຳນວນໜຶ່ງຢູ່ບັນດາແຂວງ ແລະ ມີແຜນຈັດຢູ່ແຂວງຫຼວງພະບາງ, ບັນດາແຂວງໃນທົ່ວປະເທດຕໍ່ໄປເລື້ອຍໆ. ນອກຈາກນີ້, ວຽກງານການພິມຈຳໜ່າຍຍັງໄດ້ມີການຮ່ວມມືກັບເພື່ອນມິດຍຸດທະສາດ ໂດຍສະເພາະ ສສ ຫວຽດນາມ ໃນການຈັດຝຶກອົບຮົມວຽກງານພິມຈໍາໜ່າຍສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລາວ ແລະ ວຽກງານການແລກປ່ຽນ ຈັດພິມປຶ້ມແປດີເດັ່ນຂອງບັນດາສຳນັກພິມຂອງລາວ ແລະ ສຳນັກພິມ ສປ ຈີນ ຈຳນວນຫຼາຍຫົວເລື່ອງ, ພ້ອມທັງໄດ້ຮັບການຊຸກຍູ້ການຈັດພິມປຶ້ມນິທານ, ປຶ້ມອ່ານເສີມຂອງບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ເພື່ອມອບໃຫ້ຫ້ອງສະໝຸດໂຮງຮຽນສາມັນໃນຂອບເຂດເປົ້າໝາຍຂອງໂຄງການ; ເຄື່ອນໄຫວວຽກງານສົ່ງເສີມການອ່ານຢູ່ບັນດາແຂວງ. ໃນປີ 2024, ວຽກງານການຈັດພິມປຶ້ມສາມາດອອກທະບຽນພິມປຶ້ມໄດ້ 704 ຫົວເລື່ອງມີຈໍານວນ 3.049.549 ຫົວ, ສິ່ງພິມອື່ນໆໄດ້ 319.900 ສະບັບ. ໃນແຕ່ລະປີມີບົດປະພັນວັນນະຄະດີ ປະເພດກະວີ, ເລື່ອງສັ້ນລົງພິມ ແລະ ໂຄສະນາໃນສື່ ແລະ ສິ່ງພິມຕ່າງໆປະມານ 2.000 ບົດ.

ສຳລັບປີນີ້, ໜຶ່ງໃນກິດຈະກຳສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 74 ປີ ຂະແໜງການພິມຈຳໜ່າຍໄດ້ຈັດກອງປະຊຸມແລກປ່ຽນບົດຮຽນການຈັດພິມ ແລະ ຈຳໜ່າຍຂຶ້ນໃນວັນທີ 25 ມິຖຸນາຜ່ານມາ ໂດຍມີບັນດາສຳນັກພິມຢູ່ພາຍໃນນະຄອນຫຼວງວຽງຈັນເຂົ້າຮ່ວມ. ໂດຍມີແຜນໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການພິມຈຳໜ່າຍ (ສະປັບປັບປຸງ) ເລກທີ 44/ສພຊ, ລົງວັນທີ 17 ກໍລະກົດ 2023 ໃນລະ ຫວ່າງເດືອນກັນຍາ 2024 ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ. ຄຽງຄູ່ໄປກັບຜົນສຳ ເລັດ ແລະ ທ່າແຮງທີ່ມີດັ່ງກ່າວນັ້ນ, ຍັງມີສິ່ງຄົງຄ້າງ ແລະ ທ້າທາຍຄື: ປັດຈຸບັນໄດ້ມີຕົ້ນສະບັບປຶ້ມຄົ້ນຄວ້າວິຊາການຂະແໜງການຕ່າງໆ, ປຶ້ມບົດປະພັນວັນນະຄະດີ, ໜັງສືຜູກໃບລານ, ພັບສາ, ປຶ້ມເກົ່າແກ່ທີ່ບັນທຶກຫຼັກຖານທາງປະຫວັດສາດຂອງຊາດລາວເປັນຈຳນວນຫຼວງຫຼາຍ ຍັງບໍ່ທັນມີການຈັດພິມເຜີຍແຜ່ຍ້ອນຂາດທຶນພິມ; ຍັງຂາດການລົງທຶນໃສ່ການສ້າງລະບົບບໍລິການຫໍສະໝຸດດີຈີຕອນ ຫຼື ບໍລິການ ການອ່ານດ້ວຍອີເລັກໂຕຣນິກ ເພື່ອຫຼຸດຜ່ອນງົບປະມານຈັດພິມເປັນເຫຼັ້ມ, ຫຼຸດຜ່ອນຄ່າຂົນສົ່ງ ແລະ ຫຼຸດຜ່ອນມົນລະພິດ ແລະ ອື່ນໆ.

ໃນຕໍ່ໜ້າວຽກງານພິມຈຳໜ່າຍ ຈະສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການພິມ ແລະ ຈຳໜ່າຍໃຫ້ທົ່ວເຖິງ, ປະຕິບັດນະໂຍບາຍສົ່ງເສີມວຽກງານພິມຈຳໜ່າຍໃຫ້ເຕີບໃຫຍ່ຂະຫຍາຍຕົວດ້ວຍຫຼາຍຮູບແບບເພື່ອຜະລິດປຶ້ມ, ສິ່ງພິມ ແລະ ຈຳໜ່າຍດ້ວຍຮູບການຕ່າງໆ ລົງສູ່ທ້ອງຖິ່ນຢ່າງທົ່ວເຖິງ; ສືບຕໍ່ຊຸກຍູ້ນັກຄົ້ນຄວ້າ, ນັກປະພັນ, ນັກປະດິດແຕ່ງຄົ້ນຄວ້າຂຽນປຶ້ມ, ສິ່ງພິມຮັບໃຊ້ແກ່ຫຼາຍເປົ້າໝາຍຍິ່ງຂຶ້ນ ເພື່ອສະໜອງການຜະລິດຢູ່ໂຮງພິມຂອງພາກລັດ ແລະ ເອກະຊົນພາຍໃນ; ສືບຕໍ່ປັບປຸງນິຕິກຳລຸ່ມກົດໝາຍການຄຸ້ມຄອງວຽກງານການພິມຈຳໜ່າຍ ແລະ ຫໍສະໝຸດເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ສະດວກຂຶ້ນ; ສືບຕໍ່ເກັບກຳສະຖິຕິໂຮງພິມ, ຮ້ານພິມ, ຮ້ານຈຳໜ່າຍປຶ້ມ, ຫໍສະໝຸດ, ຫ້ອງສະໝຸດ, ຫ້ອງອ່ານນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນເພື່ອເປັນຂໍ້ມູນວາງແຜນວິໄຈ ແລະ ພັດທະນາວຽກງານການພິມຈຳໜ່າຍໃຫ້ສອດຄ່ອງເໝາະສົມກັບສະພາບການຂະຫຍາຍຕົວຂອງປະເທດເຮົາ. ເຖິງຢ່າງໃດກໍດີ, ເພື່ອເຮັດສໍາເລັດໜ້າທີ່ອັນສໍາຄັນດັ່ງກ່າວອົງ ການພິມຈໍາໜ່າຍກໍຍັງຕ້ອງການ ການຊ່ວຍເຫຼືອສະໜັບສະໜູນຈາກພາກລັດ, ພາກເອກະຊົນ, ທຸລະກິດ ແລະ ສັງຄົມ ເປັນຕົ້ນການມີນະໂຍບາຍຕໍ່ຂະແໜງການການພິມຈໍາໜ່າຍ ເພື່ອຜ່ອນຜັນຄ່າໃຊ້ຈ່າຍການນຳເຂົ້າອຸປະກອນການຈັດພິມ, ການຜະລິດຂອງບັນດາສຳນັກພິມ, ໂຮງພິມເພື່ອການຈັດພິມປຶ້ມ ແລະ ສິ່ງພິມໃຫ້ຫຼາຍ, ເຮັດໃຫ້ວຽກງານການພິມຈໍາໜ່າຍມີຄວາມເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງໄດ້ຮັບການພັດທະນາມີຄວາມຍືນຍົງ.

ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 74 ປີ ຕາງໜ້າໃຫ້ພະນັກງານ-ລັດຖະກອນ, ກໍາມະກອນ, ຜູ້ປະກອບການດ້ານການພິມຈໍາໜ່າຍທຸກພາກສ່ວນຂະແໜງການ ການພິມຈໍາໜ່າຍຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈເປັນຢ່າງສູງຕໍ່ການນໍາພັກ-ລັດ ແລະ ທຸກພາກສ່ວນໃນສັງຄົມທີ່ໄດ້ປະກອບສ່ວນເຮັດໃຫ້ວຽກງານການພິມຈໍາໜ່າຍ ເຕີບໃຫຍ່ຂະຫຍາຍຕົວຮັບໃຊ້ສັງຄົມມາຕະຫຼອດ 74 ປີ. ຂໍອວຍພອນໄຊອັນປະເສີດແດ່ການນຳພັກ-ລັດທຸກຂັ້ນທຸກພາກສ່ວນ, ອົງການສື່ມວນຊົນ ແລະ ການພິມຈໍາໜ່າຍ, ພະນັກງານ-ລັດຖະກອນ, ກໍາມະກອນ, ຜູ້ປະກອບການດ້ານສື່ມວນຊົນ ແລະ ການພິມຈໍາໜ່າຍ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງບັນດາທ່ານ ປະກອບສ່ວນໃນພາລະກິດປົກປັກຮັກສາ ສ້າງສາ ແລະ ພັດທະນາປະເທດໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments