Saturday, September 21, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວ

ໃນ​ວັນ​ທີ 1 ສິງຫາ 2024 ທີ່ ນະຄອນຫຼວງວຽງຈັນ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ​ຮອງນາຍົກລັດຖະມົນຕີ, ລັດຖະ​ມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມອຳ​ລາ ຂອງ ທ່ານ ນາງ ອີນາ ມາຈູລີອໍນິແຕ (Ina MARCIULIONYTE), ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສະຫະພາບເອີຣົບ (ອີຢູ) ປະ​ຈຳ ສປປ ລາວ ເນື່ອງໃນໂອ​ກາດ​​​ສຳ​ເລັດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ ຢູ່ ສ​ປ​ປ ລາວ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ຮອງນາຍົກລັດຖະມົນຕີ, ລັດ​ຖະ​ມົນ​ຕີກະຊວງການຕ່າງປະເທດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງຕໍ່ການ​ພົວພັນ​ຮ່ວມ​ມືສອງຝ່າຍ ລະ​ຫວ່າງ ລາວ-ອີຢູຕະຫຼອດໄລ​ຍະ​​ຜ່ານ​ມາ ຈົນເຖິງ ປະ​ຈຸ​ບັນ, ຊຶ່ງໃນປີ 2024 ນີ້ ກໍຄົບຮອບ 49 ປີ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ອີຢູ. ພ້ອມ​ກັນ​ນັ້ນ, ກໍ່​ສະ​ແດ​ງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ການ​ເອົາ​ໃຈ​ໃສ່​ຢ່າງ​ຫ້າວ​ຫັນ ຂອງ ​ທ່ານ​ທູດ ໃນ​ການ​ປະກອບສ່ວນຊຸກຍູ້ ແລະ ສົ່ງເສີມ​ສາຍ​ພົວ​ພັນ​ມິດຕ​ະ​ພາບ ແລະ ການ​ຮ່ວມ​ມື​ ລາວ-ອີຢູ ໃຫ້ມີການຂະຫຍາຍຕົວ ແລະ ແຕກດອກ​ອອກ​ຜົນ​ຍິ່ງ​ຂຶ້ນ ຕະຫຼອດ​ໄລ​ຍະ​ເວ​ລາທີ່ ທ່ານທູດ ປະຕິບັດໜ້າທີ່ ຢູ່ສປປ ລາວ, ໂດຍສະ ເພາະ ເຫັນໄດ້ວ່າ ການ​ຮ່ວມ​ມື ​ລາວ-ອີ​ຢູ ໄດ້ມີການສືບ​ຕໍ່​ເສີມ​ຂະ​ຫຍາຍ​ຂຶ້ນ​ເລື້ອຍໆ, ຊຶ່ງມີມູນຄ່າການຊ່ວຍເຫຼືອ ເພີ່ມຂຶ້ນຈາກ 312 ລ້ານ ເອີໂຣ ໃນແຜນການປີ 1994-2020 ມາເປັນ 550 ລ້ານ ເອີໂຣ ໃນແຜນງານ Team Europe ປີ 2021-2025 ໂດຍສຸມໃສ່ 3 ຂົງເຂດຕົ້ນຕໍ ຄື: 1) ການພັດທະນາເສດຖະກິດສີຂຽວ ແລະ ລວມໝູ່, 2) ການພັດທະນາຊັບພະຍາກອນມະ ນຸດ, ແລະ 3) ການປົກຄອງທີ່ດີ ໂດຍກວມເອົາຫຼາຍຂະແໜງເຊັ່ນ: ການສຶກສາ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ອຸດສາຫະ ກຳ-ການຄ້າ, ຍຸຕິທໍາ, ສະພາແຫ່ງຊາດ, ກະຊວງພາຍໃນ, ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງການເງິນ ແລະ ອື່ນໆ. ຄຽງຄູ່ກັນນັ້​ນ, ​ກໍ່​ໄດ້ສະ​ແດງຄວາມ​ຂອບ​ໃຈ ອີ​ຢູ ທີ່​ໃຫ້ ການຊ່ວຍເຫຼືອ ໃນຂອບຫຼາຍຝ່າຍ ໂດຍຜ່ານ​ອົງ​ການ​ຈັດ​ຕັ້ງ​ສາ​ກົນຕ່າງໆ, ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ​ສປປ ລາວ ຕະ​ຫລອດໄລຍະຜ່ານ​ມາ ໂດຍສອດຄ່ອງກັບ ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ ກໍ່ຄື ການພັດທະນາ​ຊົນ​ນະ​ບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນ່​ໃສ່​ເຮັດ​ໃຫ້ ສ​ປ​ປ ລາວ ຫຼຸດ​ພົ້ນ​ອອ​ກ​ຈາກ ສະ​ຖາ​ນະ​ພາບ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ໃນ​ປີ 2026 ແລະ ຊ່ວຍ​ໃຫ້ ສ​ປ​ປ ລາວ ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ແຜນ​ການ​ພັດ​ທະ​ນາແບບ​ຍືນ​ຍົງ​ ຂອງ ອົງ​ການ ສ​ປ​ຊ ໃນ​ປີ 2030.

ໃນ​ຕອນ​ທ່ຽງ​ຂອງວັນ​ດຽວກັນ​, ທ່ານຮອງນາຍົກລັດຖະມົນຕີ, ​​ລັດ​ຖະ​ມົນ​ຕີກະຊວງການຕ່າງປະເທດ ກໍ່ໄດ້​ໃຫ້​ກຽດ​ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ອຳລາ ຕາມປະເພນີທີ່ເຄີຍປະຕິບັດ ເພື່ອ​ເປັນ​ກຽດ​ໃຫ້​ແກ່ ​ທ່ານ​ທູດ ກ່ອນຈະເດີນ​ທາງ​ກັບ​ຄືນ​ປະ​ເທດ ເພື່ອຮັບໜ້າທີ່ໃໝ່.

ໃນ​ໂອ​ກາດ​ດຽວ​ກັນ​ນີ້, ທ່ານທູດ ອີນາ ມາຈູລີອໍນິແຕ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ທ່ານຮອງນາຍົກລັດຖະ ມົນຕີ, ​ລັດ​ຖະ​ມົນ​ຕີກະຊວງການຕ່າງປະເທດ ທີ່ໄດ້​ສະຫຼະເວ​ລາ​ໃຫ້​ການ​ຕ້ອນ​ຮັບຢ່າງ​ອົບ​ອຸ່ນ​, ທັງເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ອຳ​ລາໃນຄັ້ງນີ້, ພ້ອມ ທັງ​ໄດ້​​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສູງຕໍ່ລັດ​ຖະ​ບານ ສ​ປ​ປ ​ລາວ ທີ່​ໄດ້​ໃຫ້​ການ​ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູນ​ຊ່ວຍເຫຼືອ ກໍ່ຄື ການອໍາ​ນວຍ​ຄວາມ​ສະ​ດວກທຸກປະການ ເຮັດໃຫ້ການປະ​ຕິ​ບັດ​ໜ້າ​ທີ່​ການ​ທູດຂອງຕົນຢູ່ ສ​ປ​ປ ລາວ ປະ​ສົບ​ຜົນ​ສຳ​ເລັດເປັນ​ຢ່າງ​ດີ ແລະ ​ມີຄວາມຍິນດີທີ່ຈະ​ສືບ​ຕໍ່ປະ​ກອບ​ສ່ວນຊ່ວຍ​ຊຸກ​ຍູ້​ ສາຍ​ພົວ​ພັນ​ ແລະ ການຮ່ວມ​ມື ມິດຕະພາບ ລາວ-ອີຢູ ໃຫ້​ເຂັ້ມແຂງ ແລະ ຂະ​ຫຍາຍ​ຕົວ​ຍິ່ງ​ໆຂຶ້ນໃນ​ຕໍ່​ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments