Saturday, September 21, 2024
Homeຂ່າວຕ່າງປະເທດຫວຽດນາມ - ADB ຊຸກຍູ້ຄວາມຄືບໜ້າບັນດາໂຄງການຮ່ວມມື

ຫວຽດນາມ – ADB ຊຸກຍູ້ຄວາມຄືບໜ້າບັນດາໂຄງການຮ່ວມມື

———————

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 31 ກໍລະກົດ ຜ່ານມາ ຢູ່ສຳນັກງານລັດຖະບານ ທີ່ ຮ່າໂນ້ຍ ທ່ານ ເຈິ່ນລິວກວາງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ ຊານທານຸ ຈັກຣາບໍຣຕິ ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB).

ຂ່າວລະບຸວ່າ: ໃນການຕ້ອນຮັບ, ທ່ານ ເຈິ່ນລຶວກວາງ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ຮ່ວມເດີນທາງຂອງ ADB ກັບ ຫວຽດນາມ ໃນຫຼາຍຂົງເຂດ ໃນໄລຍະ 30 ກວ່າປີຜ່ານມາ, ພິເສດແມ່ນການລຶບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ເຂດຫ່າງໄກສອກຫຼີກ, ເຂດທະເລໝູ່ເກາະ, ການພັດທະນາສາທາລະນະສຸກ, ການສຶກສາ, ພື້ນຖານໂຄງລ່າງຄົມມະນາຄົມ; ທ່ານຕີລາຄາສູງຄວາມພະຍາຍາມຂອງ ADB ໃນການລະດົມແຫຼ່ງກຳລັງໃຫ້ແກ່ 23 ໂຄງການຢູ່ ຫວຽດນາມ ໃນໄລຍະ 2023 – 2026. ໃນໄລຍະຈະມາເຖິງ, ທ່ານສະເໜີໃຫ້ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ຄວາມຄືບໜ້າໃນການປະຕິບັດບັນດາໂຄງການທີ່ໄດ້ໃຫ້ຄຳໝັ້ນສັນຍາແລ້ວ. ພ້ອມກັນນັ້ນ, ທ່ານ ເຈິ່ນລຶວກວາງ ກໍສະແດງຄວາມສະໜັບສະໜູນການປະຕິຮູບ, ສ້າງໂຄງປະກອບອົງການຈັດຕັ້ງ, ບຸກຄະລາກອນຂອງ ADB ຄືນໃໝ່ ເພື່ອຍົກສູງປະສິດທິຜົນການອຸປະຖຳໃຫ້ແກ່ບັນດາປະເທດ.

ທ່ານ ຊານທານຸ ຈັກຣາບໍຣຕິ ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ADB, ທ່ານປາຖະໜາຢາກສົມທົບກັນກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອສ້າງຄວາມກົມກຽວດ້ານລະບຽບການລະຫວ່າງ 2 ຝ່າຍ, ແນໃສ່ຊຸກຍູ້ການເຄື່ອນໄຫວໃຫ້ກູ້ຢືມຢູ່ ຫວຽດນາມ, ໂດຍສະເພາະແມ່ນບັນດາກິດຈະກຳຈຸດສຸມແຫ່ງຊາດ, ການເຕີບໂຕສີຂຽວ, ປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍຜິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments