Saturday, September 21, 2024
Homeຂ່າວພາຍໃນVietjet ລາຍງານຜົນການປະກອບການທີ່ເກີນຄາດໄວ້ດ້ວຍຜົນກຳໄລເຄິ່ງປີທຳອິດຂອງປີ 2024 ຢູ່ທີ່ 21% ເກີນລະດັບຄາດໝາຍ

Vietjet ລາຍງານຜົນການປະກອບການທີ່ເກີນຄາດໄວ້ດ້ວຍຜົນກຳໄລເຄິ່ງປີທຳອິດຂອງປີ 2024 ຢູ່ທີ່ 21% ເກີນລະດັບຄາດໝາຍ

(ນະຄອນຫຼວງວຽງຈັນ, ວັນທີ 01 ສິງຫາ 2024) – ບໍລິສັດການບິນ Vietjet (HOSE: VJC) ໄດ້ອອກຖະແຫຼງການການເງິນໃນໄລຍະເຄິ່ງຕົ້ນປີ 2024 (H1/2024) ໂດຍລາຍງານເປັນບັນທຶກການເຕີບໂຕຂອງລາຍຮັບ.
​ໃນໄລຍະ 6 ເດືອນ​ທຳອິດຂອງປີ 2024, ຜົນປະກອບການ​ຂອງ Vietjet ເພີ່ມຂຶ້ນແຊງໜ້າໄລຍະ​ກ່ອນ​ໂລກ​ລະບາດ​ໃນປີ ​​2019 ໂດຍສາຍ​ການ​ບິນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ​ທັງ​ໝົດ 13.1 ລ້ານ​ຄົນ ດ້ວຍ 70.154 ຖ້ຽວ​ບິນ​ທີ່​ປອດ​ໄພໃນລະຫວ່າງເຄິ່ງຕົ້ນປີ 2024 (H1/2024)​.
​ໃນ​ຊ່ວງ 6 ເດືອນ​ນີ້, ລາຍ​ຮັບ​ສະສົມຈາກການ​ຂົນ​ສົ່ງ​ທາງ​ອາກາດ​ລວມຢູ່ທີ່​ 32.893 ພັນຕື້​ດົ້ງ (ປະມານ 28 ພັນຕື້​ກວ່າ​ກີບ), ​ເພີ່ມ​ຂຶ້ນ 31% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ທີ່ແລ້ວ. ກໍາໄລ​ກ່ອນ​ຫັກອາກອນໃນ​ຊ່ວງໄລ​ຍະ​ນີ້ຢູ່ທີ່ 1.174 ພັນ​ຕື້​ດົ້ງ (ປະ​ມານ 1 ພັນ​ຕື້​ກີບ​), ເພີ່ມ​ຂຶ້ນເຖິງ 690% ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ.
ລາຍຮັບລວມຂອງ Vietjet ໃນເຄິ່ງປີ 2024 (H1/2024) ຢູ່ທີ່ 34.016 ພັນຕື້ດົ້ງ (ປະມານ 30 ພັນຕື້ກີບ), ດ້ວຍກໍາໄລກ່ອນຫັກອາກອນແມ່ນ 1.311 ພັນຕື້ດົ້ງ (ປະມານ 1.16 ພັນຕື້ກີບ), ກວມເອົາ 15% ແລະ 433% ເມື່ອທຽບປີຕໍ່ປີ. ກໍາໄລຖືວ່າເກີນຄາດໝາຍໃນຊ່ວງເຄິ່ງປີທຳອິດ 2024 (H1/2024) ເຖິງ 21%.
ການຂະຫຍາຕົວສູ່ສາກົນດ້ວຍເສັ້ນທາງການບິນໃໝ່ ແລະ ຄວາມຮ່ວມມືເຊີງຍຸດທະສາດໃນລາວ
Vietjet ໄດ້ດໍາເນີນງານບໍລິການເສັ້ນທາງການບິນຫຼາຍກວ່າ 149 ເສັ້ນທາງພາຍໃນປະເທດຫວຽດນາມ ແລະ ຕ່າງປະເທດ, ໃນນັ້ນເສັ້ນທາງພາຍໃນປະເທດມີ 38 ເສັ້ນທາງ ແລະ ເສັ້ນທາງລະຫວ່າງປະເທດມີ 111 ເສັ້ນທາງ.
ໃນເດືອນ ກຸມພາ, Vietjet ໄດ້ເປີດສາຍການບິນໃໝ່ທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນ ກັບ ນະຄອນຫຼວງວຽງຈັນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ອີກທັງໄດ້​ນຳ​ເອົາ​ເສັ້ນທາງ​ການບິນຕ່າງໆ​ສຳລັບ​ນັກທ່ອງທ່ຽວ​ຈາກ​ລາວ ​ທີ່ຈະເດີນທາງ​ຕໍ່​ໄປ​ຍັງຈຸດໝາຍປາຍທາງອື່ນໆ ບໍ່ວ່າຈະເປັນ​ປະ​ເທດ​ອົດສະຕາລີ, ອິນ​ເດຍ, ​ເກົາຫຼີ​ໃຕ້, ຍີ່​ປຸ່ນ, ຈີນ, ອິນ​ໂດ​ເນ​ເຊຍ, ​ໄທ, ສິງກະ​ໂປ, ມາ​ເລ​ເຊຍ, ກາ​ຊັກ​ສະຖານ ​ແລະ ​ອື່ນໆ.


ເມື່ອບໍ່ດົນມານີ້, ບໍລິສັດ Vietjet ​ແລະ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ ​ໄດ້​ປະກາດ​ຂໍ້​ຕົກລົງ​ຊຸກຍູ້​ການ​ເຊື່ອມຕໍ່​ທາງ​ອາກາດ​ລະຫວ່າງ ຫວຽດນາມ ​ແລະ ລາວ. ໃນປັດຈຸບັນສາຍການບິນກຳລັງດຳເນີນການປະກອບສ້າງສູນບຳລຸງຮັກສາເຮືອບິນທີ່ທັນສະໄໝໃນລະດັບພາກພື້ນ ໂດຍຮ່ວມມືກັບສາຍການບິນລາວຢູ່ທີ່ສະໜາມບິນສາກົນວັດໄຕ.
ການຂະຫຍາຍຕົວຂອງເຮືອບິນທີ່ທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ
Vietjet Aviation Academy (VJAA) ໄດ້ຍຶດໝັ້ນຍຸດທະສາດ ແລະ ສ້າງວິໄສທັດ ພັດທະນາບຸກຄາລະກອນດ້ານການບິນຕາມມາດຕະຖານສາກົນ ໄດ້ກາຍເປັນຄູ່ຝຶກຊ້ອມຂອງສະມາຄົມຂົນສົ່ງທາງອາກາດສາກົນ (IATA). ໃນເຄິ່ງປີທຳອິດ, VJAA ໄດ້ຝຶກອົບຮົມຫຼາຍກວ່າ 43,000 ຄົນໃນ 3,898 ຫຼັກສູດ, ລວມມີຫຼັກສູດນັກບິນ ແລະ ວິສະວະກອນເຮືອບິນ (CRS). ສະຖາບັນຍັງໄດ້ມອບໃຫ້ຫ້ອງນັກບິນຈໍາລອງທີ່ສາມ ເພື່ອເສີມຂະຫຍາຍສະຖານະພາບຂອງຕົນເປັນສູນຝຶກອົບຮົມນັກບິນສາກົນຊັ້ນນໍາໃນລະດັບພາກພື້ນ.
Vietjet ໄດ້ຕ້ອນຮັບນັກສຶກສາເຝິກງານຫຼາຍຄົນມາສຶກສາໃນສະພາບແວດລ້ອມໃນການເຮັດວຽກລະດັບປະເທດ, ເພື່ອມອບຄວາມຮູ້ ແລະ ປະສົບການຕົວຈິງໃຫ້ກັບເຂົາເຈົ້າ. ສາຍ​ການ​ບິນ​ຍັງ​ໄດ້ກຽມຄວາມພ້ອມ​ກັບ​ບັນ​ດາ​ ມະ​ຫາ​ວິ​ທະ​ຍາ​ໄລ​ກ່ຽວ​ກັບ​ການ​ປະ​ຖົມ​ນິ​ເທດ​ການ​ເຮັດ​ວຽກ​ໃຫ້ກັບ​ນັກ​ສຶກ​ສາ, ໂດຍແນະ​ນໍາ​ກາ​ລະ​ໂອ​ກາດ​ເຮັດ​ວຽກ​ຢູ່ Vietjet.
ເພື່ອສະໜັບສະໜູນການຂະຫຍາຍຕົວການບິນທົ່ວໂລກ, Vietjet ໄດ້ລົງນາມກັບບໍລິສັດ Airbus ສັ່ງຊື້ເຮືອບິນ A330neo ຈຳນວນ 20 ລຳ ມູນຄ່າ 7.4 ຕື້ໂດລາສະຫະລັດ ທີ່ງານວາງສະແດງການບິນສາກົນ Farnborough ໃນເດືອນ ກໍລະກົດ 2024 ທີ່ຜ່ານມາ.
Vietjet ໄດ້ຮັບກຽດຈາກວາລະສານການເງິນສາກົນ International Finance ໃຫ້ເປັນ “ສາຍການບິນລາຄາທີ່ປະຢັດທີ່ດີທີ່ສຸດໃນອາຊີຕາເວັນອອກສຽງໃຕ້” ແລະ “ສາຍການບິນດີທີ່ສຸດດ້ານການບໍລິຫານການເງິນ ການບິນຂອງຫວຽດນາມ”; “ສາຍການບິນລາຄາທີ່ປະຢັດສຸດພິເສດ” ແລະ “ສາຍການບິນດ້ານການບໍລິການເທິງຖ້ຽວບິນໃນລາຄາດີທີ່ສຸດ” ໂດຍຈັດອັນດັບໃນ Airline Ratings ແລະ ຕິດຢູ່ໃນລາຍຊື່ 50 ບໍລິສັດທີ່ດີທີ່ສຸດຂອງ Forbes ໃນຫວຽດນາມປະຈຳປີ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments