Saturday, September 21, 2024
Homeຂ່າວດ່ວນນໍ້າຖ້ວມນາ ແລະ ເນື້ອທີ່ທໍາການຜະລິດເມືອງຍອດອູ

ນໍ້າຖ້ວມນາ ແລະ ເນື້ອທີ່ທໍາການຜະລິດເມືອງຍອດອູ

ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ເນື່ອງຈາກເກີດມີສະພາບຝົນຕົກໜັກຕິດຕໍ່ກັນເປັນເວລາຫລາຍມື້ ຈຶ່ງເຮັດໃຫ້ລະດັບນໍ້າຫລາຍສາຍ ໂດຍສະເພາະ ນໍ້າແດງ, ນໍ້າຕອງ ແລະ ນໍ້າອູ ບວກກັບນໍ້າຕາມຫ້ວຍຮ່ອງຄອງບຶງຕ່າງໆ ມີປະລິມານເພີ່ມຂຶ້ນຢ່າງໄວວາ ແລະ ໄດ້ລົ້ນຝັ່ງໄຫລເຂົ້າຖ້ວມເນື້ອທີ່ທຳການຜະລິດຂອງປະຊາຊົນ ເປັນຕົ້ນ ເນື້ອທີ່ນາ, ເນື້ອທີ່ປູກພືດຜັກ, ເຮືອນຊານບ້ານຊ່ອງ, ເສັ້ນທາງຫລາຍຈຸດກໍຖືກຕັດຂາດຍ້ອນດິນເຊາະເຈື່ອນລົງມາຖົມທາງ, ເຊິ່ງສາເຫດຕົ້ນຕໍ ຍ້ອນປະລິມານນໍ້າຝົນມີຫລາຍ, ການຖົມເນື້ອທີ່ດິນຂອງປະຊາຊົນບາງບ່ອນບໍ່ໃສ່ທໍ່ລະບາຍນໍ້າ, ບໍ່ລວງຄອງນໍ້າ ແລະ ຂາດການປະສານສົມທົບກັບ ຂະແໜງໂຍທາທິການ ແລະ ຂົນສົ່ງ ກໍຄືການສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ບັນດາປັດໄຈດ້ານອື່ນໆ.

ຕໍ່ກັບເຫດການດັ່ງກ່າວ, ໃນວັນທີ 31 ກໍລະກົດ 2024, ທ່ານ ສົມຫວັງ ສຸມວິໄລ ເຈົ້າເມືອງໆຍອດອູ ພ້ອມດ້ວຍຄະນະ ລົງຕິດຕາມ, ກວດກາສະພາບນໍ້າຖ້ວມໃນຄັ້ງນີ້ ຊຶ່ງໄດ້ມີຫລາຍເຂດຖືກນ້ຳຖ້ວມເຊັ່ນ: ເຂດຂົວນໍ້າແດງ, ຂົວນໍ້າອູ, ເຂດການຜະລິດຂອງປະຊາຊົນ ພ້ອມທັງປຸກລະດົມປະຊາຊົນ ກະກຽມຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງຂຶ້ນໄວ້ໃນບ່ອນທີ່ສູງ ເພື່ອຄວາມປອດໄພ ແລະ ພ້ອມກັນຕິດຕາມເຝົ້າລະວັງບັນຫາໄພທໍາມະຊາດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

ສ່ວນຄວາມເສຍຈະລາຍງານໃຫ້ຊາບຕາມພາຍຫລັງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments