Saturday, September 21, 2024
Homeຂ່າວຕ່າງປະເທດມາເລເຊຍ ກຳນົດໃບອະນຸຍາດໃໝ່ ສຳລັບ ການໃຫ້ບໍລິການ ສື່ສັງຄົມອອນລາຍ

ມາເລເຊຍ ກຳນົດໃບອະນຸຍາດໃໝ່ ສຳລັບ ການໃຫ້ບໍລິການ ສື່ສັງຄົມອອນລາຍ

ສໍານັກຂ່າວ ເອເອຟພີ, ລາຍງານ ຈາກ ນະຄອນຫລວງ ກົວລາລຳເປີ, ປະເທດ ມາເລເຊຍ ເມື່ອ ວັນທີ 29 ກໍລະກົດ 2024. ຄະນະກຳມະການ ສື່ສານ ແລະ ມັລຕິມີເດຍ ຂອງ ມາເລເຊຍ (MCMC) ໄດ້ກ່າວໃນຖະແຫລງຂ່າວວ່າ ມາເລເຊຍ ກຳນົດໃບອະນຸຍາດໃໝ່ ສຳລັບ ການໃຫ້ ບໍລີການ ສື່ສັງຄົມ ອອນລາຍ. ໂດຍໃບອະນຸຍາດ ດັ່ງກ່າວນີ້ ເພື່ອໃຫ້ ສອດຄ່ອງ ກັບ ການຕັດສິນໃຈ ຂອງ ຄະນະ ລັດຖະມົນຕີ ທີ່ບັງຄັບໃຫ້ ບໍລິສັດ ສື່ສັງຄົມອອນລາຍ ຕ້ອງປະຕິບັດ ຕາມກົດໝາຍ ມາເລເຊຍ ເພື່ອສະກັດກັ້ນ ການສໍ້ໂກງ, ການຂົ່ມເຫັງ ທາງອິນເຕີເນັດ ແລະ ອາຊະຍາກຳ ທາງເພດ. ຖ້າ ຫາກ ບໍລິສັດ ສື່ສັງຄົມອອນລາຍໃດ ທີ່ມີ ລັກສະນະ ຕາມຂໍ້ກໍານົດ ແຕ່ບໍ່ສະໝັກ ຂໍໃບອະນຸຍາດ ພາຍໃນວັນທີ 1 ມັງກອນ 2025, ຄະນະກໍາມະການ ຈະດໍາເນີນການຕາມກົດໝາຍ.

ອຳນາດ ການປົກຄອງ ມາເລເຊຍ ໄດ້ລາຍງານ ການເພີ່ມຂຶ້ນ ຂອງ ເນື້ອໃນ ສື່ສັງຄົມ ອອນລາຍ ທີ່ເປັນອັນຕະລາຍ ໃນຕົ້ນປີ ທີ່ຜ່ານມາ, ຄຽງຄູ່ກັບ ການຮຽກຮ້ອງໃຫ້ ບໍລິສັດ ສື່ສັງຄົມອອນລາຍ ຕ່າງໆເຊັ່ນ: ເມຕາ (Meta) ເປັນບໍລິສັດໃຫຍ່ ຂອງ ເຟສບຸກ ແລະ ຕິກຕ໊ອກ (TikTok) ສື່ຮູບແບບ ວິດີໂອສັ້ນ ເປັນຕົ້ນ. ໃນຂະນະດຽວກັນ ໃຫ້ຍົກສູງ ການກວດກາ, ການຢັ້ງຢືນ ຮູບແບບ ໃນສື່ສັງຄົມອອນລາຍຕ່າງໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments