Friday, September 20, 2024
Homeຂ່າວພາຍໃນຍທຂ ນວ ຈັດສຳມະນາລະດົມຄວາມຄິດເພື່ອແກ້ໄຂບັນຫາ ນໍ້າຖ້ວມຢູ່ຕົວເມືອງ

ຍທຂ ນວ ຈັດສຳມະນາລະດົມຄວາມຄິດເພື່ອແກ້ໄຂບັນຫາ ນໍ້າຖ້ວມຢູ່ຕົວເມືອງ

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມສຳມະນາຫົວຂໍ້: ການແກ້ໄຂບັນຫາ ນໍ້າຖ້ວມອັ່ງຂັງໃນຕົວເມືອງ ນວ ຂຶ້ນໃນວັນທີ 29 ກໍລະກົດນີ້ ໂດຍການເຂົ້າຮ່ວມ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ເກດແກ້ວ ສີຫາລາດ ກໍາມາທິການເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ; ທ່ານຮອງລັດຖະມົນຕີກະຊວງ ຍທຂ, ມີອະດີດລັດຖະມົນຕີກະຊວງ ຍທຂ;ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ລາຍງານວ່າ: ການຈັດກອງປະຊຸມຄັ້ງນີ້ເພື່ອປຶກສາຫາລືລະດົມຄວາມຄິດ ເພື່ອແກ້ໄຂບັນຫານໍ້າຖ້ວມຂັງຢູ່ບາງຈຸດ ແລະ ບາງເສັ້ນທາງໃນຕົວ ເມືອງ ນວ ໃນລະດູຝົນນີ້ ຊຶ່ງເປັນບັນຫາເຄັ່ງຮ້ອນ, ເປັນຜົນກະທົບຕໍ່ການສັນຈອນໄປມາຂອງປະຊາຊົນ, ເພື່ອຊອກວິທີແກ້ໄຂທີ່ຖືກຕ້ອງສອດຄ່ອງຕາມສະພາບຄວາມເປັນຈິງໃຫ້ສໍາເລັດໂດຍໄວ. ເມື່ອເວລາມີຝົນຕົກແຮງ 2-3 ຊົ່ວໂມງຕິດຕໍ່ກັນ ນວ ປະເຊີນກັບບັນຫານໍ້າຖ້ວມຂັງໃນຫຼາຍຈຸດ ຕາມເສັ້ນທາງສາຍສໍາຄັນ ແລະ ຊຸມຊົນໃນຕົວເມືອງ ສົ່ງຜົນກະທົບຕໍ່ການສັນຈອນຕາມທ້ອງຖະໜົນ ແລະ ການດຳລົງຊີວິດຂອງປະຊາຊົນ ໂດຍສະເພາະເຮັດໃຫ້ເກີດມີຄວາມເສຍຫາຍຕໍ່ລະບົບເສັ້ນທາງປະຊາຊົນມີຄວາມຫຍຸ້ງຍາກໃນການດຳລົງຊີວິດ ຊຶ່ງສະແດງໃຫ້ເຫັນເຖິງລະບົບພື້ນຖານໂຄງລ່າງຮ່ອງລະບາຍນໍ້າ ພາຍໃນຕົວເມືອງບໍ່ມີຄວາມພ້ອມໃນການຮັບມື ໃນສະພາບທີ່ມີຝົນຕົກໜັກ.ບັນຫານີ້, ແມ່ນເກີດມາຈາກຫຼາຍປັດໄຈເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການເພີ່ມຂຶ້ນຂອງປະລິມານນໍ້າຝົນ, ຍ້ອນງົບປະມານຍັງຈຳກັດເຮັດໃຫ້ການກໍ່ສ້າງຮ່ອງລະບາຍນໍ້າແຄມທາງ ແມ່ນຄິດໄລ່ແຕ່ລະບາຍນໍ້າໜ້າທາງ, ການອະນາໄມລວງຮ່ອງລະບາຍນໍ້າບໍ່ໄດ້ເຮັດເປັນປົກກະຕິ, ປະຊາຊົນບາງຄົນ ຍັງມີແນວຄິດຢຶດເອົາຮ່ອງເຂດສະຫງວນຮ່ອງລະບາຍນໍ້າ ເປັນບ່ອນຫາຜົນປະໂຫຍດສ່ວນຕົວ, ຍັງຖືເບົາຕໍ່ການຕິດຕາມກວດກາການຖົມດິນ ແລະ ການສະຫງວນດິນຮ່ອງລະບາຍນໍ້າ (ເວລາອອກໃບຕາດິນ) ບໍ່ໄດ້ສະຫງວນດິນຮ່ອງນໍ້າໄວ້, ຂາດການມີສ່ວນຮ່ວມຈາກປະຊາຊົນ ແລະ ສັງຄົມ.

ໄລຍະນໍ້າຖ້ວມຂັງໃນຕົ້ນລະດູຝົນປີ 2024 ນີ້ ພະແນກ ຍທຂ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບຫ້ອງການ ຍທຂ ປະຈໍາບັນດາເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງລົງສຳຫຼວດແກ້ໄຂໄດ້ຫຼາຍຈຸດ ໂດຍສະເພາະໄດ້ອະນາໄມ ຂີ້ຕົມຕາມຮ່ອງລະບາຍນໍ້າແຄມທາງທີ່ມີນໍ້າຖ້ວມຂັງ, ໄດ້ສົມທົບອໍານາດການປົກຄອງບ້ານ, ເມືອງ, ອະນາໄມລວງຮ່ອງລະບາຍນໍ້າບາງສາຍ ໃຫ້ນໍ້າໄຫຼສະດວກດີ ແລະ ທວງຄືນເອົາດິນເຂດສະຫງວນໃນບາງຈຸດຂອງເມືອງສີໂຄດຕະບອງ, ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ອັນນີ້ກໍເປັນສ່ວນໜຶ່ງໃນການແກ້ໄຂວຽກສະເພາະໜ້າຂອງພະແນກ ຍທຂ ເພື່ອເຮັດໃຫ້ການແກ້ໄຂບັນຫານໍ້າຖ້ວມຂັງຕາມເສັ້ນທາງ ແລະ ຕົວເມືອງ ໄດ້ຮັບການແກ້ໄຂໃຫ້ຖືກຈຸດ, ເປັນລະບົບ, ມີຄວາມຍືນຍົງ ແລະ ຮັບປະກັນໄດ້ ບໍ່ໃຫ້ເກີດມີສະພາບນໍ້າຖ້ວມຂັງອີກໃນເວລາມີຝົນຕົກໜັກ. ດັ່ງນັ້ນ ການຈັດງານສຳມະນານີ້ຂຶ້ນມາເພື່ອປຶກສາຫາລືລະດົມຄວາມຄິດເຫັນ ເພື່ອຊອກຊ່ອງທາງແກ້ໄຂບັນຫາໃຫ້ຖືກກັບສະພາບຄວາມເປັນຈິງ ແນໃສ່ແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນກັບຜູ້ໃຊ້ລົດໃຊ້ຖະໜົນພາຍໃນ ນະຄອນຫຼວງວຽງຈັນ ໃຫ້ໄດ້ໂດຍໄວ.

ຂ່າວ-ພາບ: ຍທຂ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments