Friday, September 20, 2024
Homeຂ່າວພາຍໃນVietJet ໄດ້ຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຢູ່ງານວາງສະແດງການບິນສາກົນ Farnborough 2024

VietJet ໄດ້ຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຢູ່ງານວາງສະແດງການບິນສາກົນ Farnborough 2024

  • ຂໍ້ຕົກລົງສໍາລັບເຄື່ອງກົນຈັກ Rolls-Royce ແລະ ການບໍລິການດ້ານພະລັງງານຂອງ A330 Neos 20 ລຳ
  • ຂໍ້ຕົກລົງພິເສດ Total Component Support (TCS) ກັບ Lufthansa Technik ສໍາລັບເຮືອບິນ

(ນະຄອນຫຼວງວຽງຈັນ, ວັນທີ 29 ກໍລະກົດ 2024) – ຫຼັງຈາກສັ່ງຊື້ເຮືອບິນ A330neo ຈຳນວນ 20 ລຳທີ່ງານ Farnborough International Airshow ປີ 2024 ແລ້ວ VietJet ໄດ້ລົງນາມໃນຂໍ້ຕົກລົງສຳຄັນກັບ Rolls-Royce ແລະ Lufthansa Technik ຜູ້ນຳລະດັບໂລກໃນດ້ານການບິນ ແລະ ວິສະວະກຳ. ຈຸດໝາຍສຳຄັນນີ້ໄດ້ສ້າງຄວາມມຸ່ງໝັ້ນຂອງສາຍການບິນໃຫ້ມີຍືນຍົງ ລວມເຖິງຄວາມເປັນເລີດໃນການປະຕິບັດງານຜ່ານການພົວພັນຄູ່ຮ່ວມມືທາງຍຸດທະສາດ ແລະ ແຜນການຂະຫຍາຍສາຍການບິນ.

ໃນຂໍ້ຕົກລົງທີ່ສຳຄັນ VietJet ໄດ້ລົງນາມຂໍ້ຕົກລົງກັບ Rolls-Royce ບໍລິສັດອຸດສາຫະກຳການບິນອະວະກາດຂອງອັງກິດ ເພື່ອສັ່ງຊື້ເຄື່ອງຈັກ Trent 7000 ຈໍານວນ 40 ເຄື່ອງ ພ້ອມກັບການບໍລິການບຳລຸງຮັກສາເຄື່ອງຈັກ Total Care ສຳລັບເຮືອບິນ A330neo ຈໍານວນ 20 ລໍາ ທີ່ສັ່ງຊື້ມາໃໝ່ນີ້.

ເຄື່ອງຈັກ Trent 7000 ຂອງ Rolls-Royce ເປັນເຄື່ອງຈັກທີ່ທັນສະໄໝ ທີ່ມາພ້ອມກັບຄຸນສົມບັດໃນການປົກປັກຮັກສາສິ່ງແວດລ້ອມ ແລະ ສະໜັບສະໜູນຄວາມຍືນຍົງ ດ້ວຍການຈະຊ່ວຍຫຼຸດການໃຊ້ນ້ຳມັນເຊື້ອໄຟດີຂຶ້ນ 14% ຕໍ່ 1 ທີ່ນັ່ງ ສໍາລັບເຮືອບິນ A330neo ການຫຼຸດຜ່ອນການປ່ອຍອາຍມົນລະພິດນີ້ຈະຊ່ວຍໃຫ້ສາຍການບິນສາມາດຫຼີກລ່ຽງກາສກາກບອນ (CO2) ໄດ້ຫຼາຍກວ່າໜຶ່ງແສນໂຕນ ຕະຫຼອດອາຍຸການໃຊ້ງານຂອງເຮືອບິນແຕ່ລະລຳ.

ພາຍໃຕ້ການບໍລິການ Total Care ໄດ້ຜ່ານຂັ້ນຕອນການກວດສະພາບເຄື່ອງຈັກຈາກລະບົບຕິດຕາມທີ່ທັນສະໄໝຂອງ Rolls-Royce. VietJet ມຸ່ງເນັ້ນທີ່ຈະເພີ່ມປະສິດທິພາບໃນການປະຕິບັດງານ, ຄວາມໜ້າເຊື່ອຖື ແລະ ຄວາມພ້ອມໃນການໃຊ້ງານຂອງເຄື່ອງຈັກ Trent 7000 ໃນເຮຶອບິນ A330neo.

ທ່ານ Dinh Viet Phuong ຫົວໜ້າຝ່າຍບໍລິຫານ VietJet ໄດ້ກ່າວວ່າ: “ການລວມກັນຂອງເຄື່ອງຈັກ Trent 7000 ທີ່ທັນສະໄໝໃສ່ເຮືອບິນ Airbus A330neo ລຸ້ນໃໝ່ຫຼ້າສຸດ ພ້ອມກັບການສະໜັບສະໜູນຈາກການບໍລິການລະດັບພຣິມຽມ Total Care ຈະຊ່ວຍໃຫ້ VietJet Air ກ້າວເຂົ້າສູ່ລະດັບເຕັກໂນໂລຊີໃໝ່ໆ ຍົກລະດັບຄຸນນະພາບຂອງສາຍການບິນຢ່າງຫຼວງຫຼາຍ, ເພີ່ມຄວາມໜ້າເຊື່ອຖື ແລະ ມີປະສິດທິພາບຂອງການດໍາເນີນງານ. ໂດຍສະເພາະຢ່າງຍິ່ງແມ່ນການເພີ່ມເຄື່ອງຈັກ Rolls-Royce ລຸ້ນໃໝ່ຫຼ້າສຸດທີ່ມີປະສິດທິພາບສູງ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາແບບຍືນຍົງຂອງ VietJet ດ້ວຍເປົ້າໝາຍ ESG ເພື່ອບັນລຸການປ່ອຍອາຍມົນລະພິດໃຫ້ເປັນສູນ ພາຍໃນປີ 2050.”

VietJet ຍັງໄດ້ເພີ່ມທະວີການຮ່ວມມືລະດັບໂລກໃນງານ Farnborough International Airshow 2024 ໂດຍການບັນລຸຂໍໍ້ຕົກລົງ Total Component Support (TCS) ແຕ່ຜູ້ດຽວກັບບໍລິສັດ Lufthansa Technik ເຊິ່ງເປັນຜູ້ໃຫ້ບໍລິການ MRO ຊັ້ນນຳຂອງໂລກ ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບຕັ້ງແຕ່ເດືອນຕຸລາ ປີ 2024 ເປັນຕົ້ນໄປ ໂດຍການກຳນົດມາດຕະການໃໝ່ໃນການຮ່ວມມືໄລຍະຍາວລະຫວ່າງສອງບໍລິສັດ.

ພາຍໃຕ້ຂໍ້ຕົກລົງ TCS ບໍລິສັດ Lufthansa Technik ຈະຈັດຫາບໍລິການອາໄຫຼ່ສ່ວນປະກອບສໍາລັບຝູງເຮືອ VietJet ເພື່ອຮັບປະກັນການປະຕິບັດງານຂອງສາຍການບິນທີ່ດີເລີດ ແລະ ມາດຕະຖານການບຳລຸງຮັກສາສູງສຸດ. ຂໍ້ຕົກລົງນີ້ສະແດງເຖິງສັນຍາ TCS ທີ່ໃຫຍ່ທີ່ສຸດຂອງ ບໍລິສັດ Lufthansa Technik ທີ່ໄດ້ຮັບປະກັນໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ໃນຂະນະທີ່ Rolls-Royce ເປັນບໍລິສັດການບິນອະວະກາດທີ່ມີຊື່ສຽງຂອງອັງກິດ ເຊີ່ງມີປະຫວັດອັນຍາວນານຕັ້ງແຕ່ປີ 1904 ເຊັ່ນດຽວກັນກັບບໍລິສັດ Lufthansa Technik ເປັນຜູ້ນໍາລະດັບໂລກໃນການບໍລິການດ້ານເຕັກນິກເຮືອບິນ ເຊິ່ງໄດ້ຮັບຄວາມໄວ້ວາງໃຈຈາກສາຍການບິນຕ່າງໆ ທີ່ກຳລັງຊອກຫາ MRO ຊັ້ນນໍາ.

VietJet ສືບຕໍ່ລົງທຶນໃນການຈັດການ ແລະ ການບໍລິການດ້ານເຕັກໂນໂລຊີການບິນຂັ້ນສູງຮ່ວມມືກັບ Rolls-Royce ກຸ່ມບໍລິສັດ Lufthansa Technik ແລະ ບັນດາຄູ່ຮ່ວມມືດ້ານການບິນຊັ້ນນໍາຂອງໂລກ ເພື່ອຍົກລະດັບມາດຕະຖານຄວາມປອດໄພ ແລະ ຄຸນນະພາບສູງສຸດ ສາຍການບິນໄດ້ມຸ່ງໝັ້ນຂະຫຍາຍເຮືອບິນຢ່າງສະໝ່ຳສະເໝີດ້ວຍເຮືອບິນທີ່ມີປະສິດທິພາບ ປະຢັດນ້ຳມັນເຊື້ອໄຟ ທີ່ມີອັດຕາຄວາມໜ້າເຊື່ອຖື ດ້ານເຕັກນິກ 99,6% ສົ່ງຜົນໃຫ້ VietJet ເປັນສາຍການບິນແນວໜ້າໃນພາກພື້ນ ແລະ ທົ່ວໂລກ VietJet ໄດ້ຮັບລາງວັນຄວາມປອດໄພລະດັບ 7/7 ດາວ ຈາກ Airline Ratings ແລະ ໄດ້ຮັບການຍົກຍ້ອງໃຫ້ເປັນໜຶ່ງໃນສາຍການບິນລາຄາປະຢັດທີ່ປອດໄພທີ່ສຸດໃນໂລກ ນັບແຕ່ປີ 2018 ເປັນຕົ້ນມາ.

ສິ່ງດັ່ງກ່າວສ້າງຄວາມໝັ້ນໃຈ ແລະ ຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວລາວ ທີ່ມີແຜນທີ່ຈະເດີນທາງໄປຈຸດໝາຍປາຍທາງທີ່ສຳຄັນອື່ນໆ ເຊັ່ນ: ອາຊີຕາເວັນອອກສຽງໃຕ້ ແລະ ຕາເວັນອອກສຽງເໜືອ, ອົດສະຕາລີ, ອິນເດຍ ແລະ ອື່ນໆ ໂດຍຜ່ານເສັ້ນທາງໃໝ່ຂອງຖ້ຽວບິນ VietJet ໃນຕົ້ນປີນີ້ ທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວ ຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໂດຍໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments