Friday, September 20, 2024
Homeຂ່າວພາຍໃນໂຄງການປັບຕົວຂອງຕົວເມືອງໂດຍນຳໃຊ້ວິທີການແກ້ໄຂບັນຫາທີ່ອີງໃສ່ທຳມະຊາດເປັນພື້ນຖານ

ໂຄງການປັບຕົວຂອງຕົວເມືອງໂດຍນຳໃຊ້ວິທີການແກ້ໄຂບັນຫາທີ່ອີງໃສ່ທຳມະຊາດເປັນພື້ນຖານ

ສະຖາບັນການບັນເຕີບໂຕສີຂຽວ (GGGI) ແລະ ກົມເຄຫາ ແລະ ຜັງ ເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດພິທີຢ້ຽມຊົມສະຖານທີ່ ໂຄງການປັບຕົວຂອງຕົວເມືອງ ໂດຍນຳໃຊ້ວິທີການແກ້ໄຂບັນຫາທີ່ອີງໃສ່ທຳມະຊາດເປັນພື້ນຖານ (NATURA) ຂຶ້ນໃນວັນທີ 26 ກໍລະກົດ 2024 ທີ່ໜອງຫຼຸບອ່ຽນ ບ້ານໂນນຂີ້ເຫຼັກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ, ທ່ານ ວິນສະຕັນ ປີເຕີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ປະເທດນິວຊີແລນ ແລະ Dr. Frank Rijsberman ຫົວໜ້າສະຖາບັນເຕີບໂຕສີຂຽວສາກົນ, ພ້ອມດ້ວຍບັນດາແຂກຖືກເຊີນ ຈາກອົງການປົກຄອງທ້ອງຖິ່ນ ຂັ້ນນະຄອນຫຼວງວຽງຈັນ, ຂັ້ນເມືອງ ແລະ ຂັ້ນບ້ານເຂົ້າຮ່ວມ.

ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ລັດຖະບານນິວຊີແລນ ໂດຍການຈັດຕັ້ງປະຕິບັດ ຜ່ານສະຖາບັນການບັນເຕີບໂຕສີຂຽວ (GGGI) ແລະ ກົມເຄຫາ ແລະ ຜັງ ເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຄູ່ຮ່ວມງານຫຼັກ, ຊຶ່ງໂຄງການ ມີຈຸດປະສົງ ເພື່ອຫຼຸດຜ່ອນຄວາມບອບບາງຂອງຕົວເມືອງ ໃຫ້ສາມາດປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ ໂດຍການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ, ການປັບປຸງສິ່ງແວດລ້ອມຂອງໜອງນໍ້າທຳມະຊາດ ເພື່ອຟື້ນຟູການເຮັດວຽກຂອງລະບົບນິເວດ ແລະ ຫຼຸດຜ່ອນຄວາມສ່ຽງຈາກການເກີດໄພນໍ້າຖ້ວມ. ຊຶ່ງຄວາມໝາຍຄວາມສຳຄັນຂອງວິທີແກ້ໄຂບັນຫາ ທີ່ອີງໃສ່ທຳມະຊາດ ຕໍ່ກັບການປັບປຸງສິ່ງແວດລ້ອມຕົວເມືອງ ໃຫ້ມີຄວາມທົນທານຕໍ່ການປ່ຽແປງດິນຟ້າອາກາດ ແລະ ມີຄວາມຍືນຍົງ ຊຶ່ງປະກອບສ່ວນໃນຈັດຕັ້ງປະຕິບັດເປົ້າໝາຍການພັດທະນາທີ່ຍືນຍົງ (SDG) ໂດຍສະເພາະກໍແມ່ນເປົ້າໝາຍທີ 11 (SDG11) ຄືການສ້າງເມືອງ ແລະ ຊຸມຊົນທີ່ຍືນຍົງ ໃຫ້ປະສົບຜົນເປັນຈິງ.

ທ່ານ ງາມປະສົງ ເມືອງມະນີ ກໍໄດ້ມີຄໍາເຫັນວ່າ: ໂຄງການນີ້ແມ່ນສອດຄ່ອງກັບແຜນພັດທະນາ 5 ປີ ຂອງກະຊວງ ຍທຂ ຊຶ່ງສະແດງອອກໃນຄຳຂວັນຂອງກະຊວງ ທີ່ວ່າ ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ ເປັນປາຍແຫຼມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ. ນອກຈາກນັ້ນ, ຍັງເຫັນວ່າໂຄງການນີ້ ແມ່ນມີເໝາະສົມ ສຳລັບສະພາບເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ແມ່ນມີມູນຄ່າໃຊ້ຈ່າຍທີ່ຕໍ່າ ໃນການດຳເນີນງານ-ບຳລຸງຮັກສາ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ຍັງສາມາດຮັກສາລະບົບນິເວດໄວ້ໃນສະພາບເດີມ, ພ້ອມກັນນັ້ນກໍໍເປັນບ່ອນໃນການດູດຊັບທາດອາຍກາກບອນ ແລະ ຫຼູຸດຜ່ອນຄວາມຮ້ອນໃນຕົວເມືອງ ອີກດ້ວຍ. ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ທີ່ທາງລັດຖະບານນິວຊີແລນ ໄດ້ໃຫ້ຄວາມສຳຄັນ ແລະ ຊ່ວຍເຫຼືອສະໜັບສະໜູນ ໂຄງການດັ່ງກ່າວ ແລະ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຮ່ວມມືໃນການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ຮັບຜົນດີ ແລະ ກາຍເປັນໂຄງການຕົວຢ່າງທີ່ດີອີກໂຄງການໜຶ່ງ ໃນດ້ານການປັບປຸງສິ່ງແວດລ້ອມຕົວເມືອງ. (ຂ່າວ: ຍທຂ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments