Friday, September 20, 2024
Homeຂ່າວໜ້າໜຶ່ງລາວ-ອົສຕຣາລີ ເສີມຂະຫຍາຍການພົວພັນຮ່ວມມືພົບປະສອງຝ່າຍ

ລາວ-ອົສຕຣາລີ ເສີມຂະຫຍາຍການພົວພັນຮ່ວມມືພົບປະສອງຝ່າຍ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ເພັນນີ ວອງ (Penny WONG) ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ອົສຕຣາລີ ໃນວັນທີ 26 ກໍລະກົດ ຜ່ານມາ ທີ່ ຫໍປະຊຸມແຫ່ງຊາດ. ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ທີ່ນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສໍາເລັດເປັນກ້າວໆມາ ໂດຍສະເພາະແມ່ນຜົນສໍາເລັດຂອງການຢ້ຽມຢາມ ອົສຕຣາລີ ຢ່າງເປັນທາງການ ແລະ ການເປັນປະທານຮ່ວມກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ອົສຕຣາລີ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ອົສຕຣາລີ ຄົບຮອບ 50 ປີ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລວມທັງການຍົກລະດັບການພົວພັນສອງຝ່າຍເປັນ ຄູ່ຮ່ວມມືຮອບດ້ານ; ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົສຕຣາລີ ແລະ ການສະເຫຼີມສະຫຼອງ ຄົບຮອບ 30 ປີ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1. ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມືທາງດ້ານການຄ້າ-ການລົງທຶນ ເປັນຕົ້ນໃນການດຶງດູດເອົາບໍລິສັດໃຫຍ່ຂອງ ອົສຕຣາລີ ມາລົງທຶນຢູ່ ສປປ ລາວ ໃຫ້ເພີ່ມຂຶ້ນ, ການເກັບກູ້ລະເບີດບໍ່ທັນແຕກ, ການຮ່ວມມືຂອບແມ່ຂອງ-ອົສຕຣາລີ, ການຮ່ວມມືຂອບອາຊຽນ-ອົສຕຣາລີ. ນອກນັ້ນ, ສອງຝ່າຍຍັງໄດ້ສະແດງຄວາມຂອບໃຈການສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງແລກປ່ຽນຄຳເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງ ລັດຖະບານ ອົສຕຣາລີ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນຕະຫຼອດໄລຍະຜ່ານມາ ກໍຄືການສະໜັບສະໜູນການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ທ່ານນາງ ເພັນນີ ວອງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນທີ່ກ່ຽວຂ້ອງໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments