Friday, September 20, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ - ສ ເກົາຫຼີ ພົບປະສອງຝ່າຍ

ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ – ສ ເກົາຫຼີ ພົບປະສອງຝ່າຍ

ໃນວັນທີ 26 ກໍລະກົດ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ແທ ຢຸນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ (ສ ເກົາຫຼີ), ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ ເກົາຫຼີ ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-27 ກໍລະກົດ 2024.

ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະ 3 ທົດສະວັດຜ່ານມາ ໂດຍເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ ລວມທັງມີການສະໜັບສະໜູນ ຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ພິເສດ, ໃນປີ 2025 ນີ້, ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສ ເກົາຫຼີ ຊຶ່ງຈະມີການຈັດຫຼາຍກິດຈະກໍາຮ່ວມກັນ ຢ່າງເປັນຂະບວນຟົດຟື້ນ. ສອງຝ່າຍຕີລາຄາສູງຕໍ່ການຮ່ວມມືທາງດ້ານເສດຖະກິດ ແລະ ການທ່ອງທ່ຽວ ທີ່ໄດ້ຮັບການພັດທະນາເປັນກ້າວໆມາ ພ້ອມທັງເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມືໃຫ້ກວ້າງຂວາງອອກຕື່ມ ໂດຍສະເພາະໃນຂະແໜງການທີ່ສອງຝ່າຍມີທ່າແຮງ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຊຶ່ງເປັນການພົບປະຄັ້ງທໍາອິດ ພາຍຫຼັງທີ່ທ່ານ ໂຈ ແທ ຢຸນ ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເກົາຫຼີ ໃນຕົ້ນປີ 2024 ຜ່ານມາ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ສປປ ລາວ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ໃນໂອກາດດຽວກັນ, ທ່ານ ໂຈ ແທ ຢຸນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ ສປປ ລາວ ໃນຖານະເປັນປະທານອາຊຽນ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments