Friday, September 20, 2024
Homeຂ່າວດ່ວນເນື້ອ​ທີ່​ການ​ຜະ​ລິດ​ຂອງ​ຊາວເມືອງຄູນຄໍາ ຖືກ​ນ້ຳ​ຖ້ວມ 1 ພັນ​ກວ່າ​ເຮັກ​ຕາ

ເນື້ອ​ທີ່​ການ​ຜະ​ລິດ​ຂອງ​ຊາວເມືອງຄູນຄໍາ ຖືກ​ນ້ຳ​ຖ້ວມ 1 ພັນ​ກວ່າ​ເຮັກ​ຕາ

ໃນວັນທີ 27 ກໍລະກົດ ນີ້ ໄດ້ມີກອງປະຊຸມ ເພື່ອລາຍງານສະພາບນໍ້າຖ້ວມພາຍໃນເມືອງຄູນຄໍາ ໂດຍການເປັນປະທານຂອງທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ແຂວງ ຄຳມ່ວນ, ໂດຍມີຮອງເຈົ້າເມືອງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ພາກ​ສ່ວນ​ກ່ຽວຂ້ອງເຂົ້າຮ່ວມ.

ເມືອງຄູນຄໍາໄດ້ຮັບຜົນກະທົບຈາກພະຍຸໝຸນເຂດຮ້ອນ ພຣະພິຣຸນ ແລະ ພາຍຸດິເຟຣຊັນ ເຮັດໃຫ້ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຊຶ່ງໄດ້ເຮັດໃຫ້ຫຼາຍຈຸດຂອງເມືອງຄູນຄໍາ ຖືກນໍ້າຖ້ວມຂັງ ແລະ ໄຫຼເຂົ້າຖ້ວມເນື້ອທີ່ທຳການຜະລິດຂອງປະຊາຊົນໃນແຕ່ລະເຂດເປັນຕົ້ນ: ເຂດບ້ານພູຊາດ-ນາພວກເກົ່າ ຫາ ບ້ານມ່ວງນໍ້າສາງ, ນໍ້າໄດ້ໄຫຼເຂົ້າຖ້ວມເນື້ອທີ່ນາປີ ຈຳນວນ 162 ເຮັດຕາ, ສວນມັນຕົ້ນ 48 ເຮັກຕາ, ເຂດບ້ານມ່ວງນໍ້າສາງ ຫາ ບ້ານຄູນມະນີ (ຄຸ້ມນາຊ້າງຂ້າມເກົ່າ) ນໍ້າຖ້ວມເນື້ອທີ່ນາປີ ຈໍານວນ 496 ເຮັກຕາ, ສວນມັນຕົ້ນ 20 ເຮັກຕາ, ເຂດບ້ານນາຄໍາ – ນາກາງ ຫາ ບ້ານໂພນແຍງ ນໍ້າຖ້ວມນາປີ ຈຳນວນ 347 ເຮັກຕາ, ສວນມັນຕົ້ນ 20 ເຮັກຕາ ແລະ ພືດຜັກອື່ນໆຈຳນວນ 40 ເຮັກຕາ, ເຂດບ້ານພູໝາກແໜ່ງ, ບ້ານຜາຊ້າງມີນໍ້າຖ້ວມນາປີ ຈຳນວນ 117,5 ເຮັກຕາ, ສວນມັນຕົ້ນ 6,5 ເຮັກຕາ ແລະ ສວນຢາງພາລາ ຈໍານວນ 7,5 ເຮັກຕາ.

ສຳລັບການສັນຈອນເສັ້ນທາງຄູນຄໍາ ຫາ ກອງລໍ ຈຸດບ້ານນາຄຳ ຫາ ນາກາງ ຈຳນວນ 4 ກິໂລແມັດ ລົດກະບະ 4 ລໍ້ ບໍ່ສາມາດທຽວໄດ້, ການສັນຈອນປັດຈຸບັນແມ່ນນຳໃຊ້ເຮືອຫາງຍາວ, ເສັ້ນທາງເລກ 8 A ຈຸດເທິງພູໄຮ ດິນສະໄລ (ເຈື່ອນ) ມາຖົມທາງຈຸດພູເຈື່ອນເກົ່າ ແລະ ຈຸດໃຫມ່ ກິໂລແມັດທີ 46+350 ແລະ ກິໂລແມັດທີ 48+700 ປັດຈຸບັນລົດສາມາດທຽວໄດ້ປົກກະຕິ, ​ໃນ​ຂະ​ນະ​ດຽວ​ກັນ ລະດັບນໍ້າຫີນບູນຕອນເທິງແມ່ນໄດ້ຄ່ອຍໆຫຼຸດລົງ, ຖ້າຫາກວ່າ ຝົນຕົກຄ່ອຍ ຫຼື ຢຸດຕົກເຂດທີ່ນໍ້າຖ້ວມຂັງອາດຈະຫຼຸດລົງເຊັ່ນກັນ.

ຜ່ານການລົງຕິດຕາມກວດກາ ແລະ ໄດ້ປະເມີນເບື້ອງຕົ້ນ ເຫັນວ່າທົ່ວເມືອງຄູນຄໍາ ຖືກນໍ້າຖ້ວມນາປີ ທັງໝົດ ຈຳນວນ 1.097 ເຮັກຕາ, ສວນມັນຕົ້ນ 88 ເຮັກຕາ ແລະ ສວນພືດອື່ນໆ 40 ເຮັກຕາ, ພ້ອມນັ້ນຍັງໄດ້ຮັບຟັງການລາຍງານສະພາບນໍ້າຖ້ວມໃນ 4 ເຂດພັດທະນາທົ່ວເມືອງ ແລະ ການກຽມຄວາມພ້ອມ ຮັບມືຈາກຂະແໜງການກ່ຽວຂ້ອງດ້ວຍຄວາມຮັບຜິດຊອບສູງ, ໂອກາດດັ່ງກ່າວທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ແລະ ຄະນະກຳມະການໄພພິບັດຂັ້ນເມືອງຍັງໄດ້ລົງຕິດຕາມເບິ່ງສະພາບນໍ້າຖ້ວມພື້ນທີ່ຕົວຈິງຕື່ມອີກ.

ຂ່າວ-ພາບ: ລັດສະໝີ ຈູມໂພຄໍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments