Friday, September 20, 2024
Homeຂ່າວໜ້າໜຶ່ງກຸ່ມບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ສະຫນັບສະຫນູນການບໍລິການລະບົບສັນຍານດ້ານໂທລະຄົມ ມູນຄ່າ 515,000,000 ກີບ ເຂົ້າໃນການຮັບໃຊ້ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57

ກຸ່ມບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ສະຫນັບສະຫນູນການບໍລິການລະບົບສັນຍານດ້ານໂທລະຄົມ ມູນຄ່າ 515,000,000 ກີບ ເຂົ້າໃນການຮັບໃຊ້ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57

ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2024 ທີ່ສູນປະຊຸມແຫ່ງຊາດ ນະຄອນຫຼວງວຽງຈນ, ກຸ່ມບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນການບໍລິການລະ ບົບສັນຍານດ້ານໂທລະຄົມ, ຊຶ່ງຄິດເປັນມູນຄ່າ 515,000,000 ກີບ ເພື່ອສະໜອງເຂົ້າໃນການຮັບໃຊ້ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ. ໃຫ້ກຽດຮັບ ໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຫົວ

ຫນ້າກົມ, ຮອງກົມອ້ອມຂ້າງ ກະຊວງການຕ່າງປະເທດ ແລະ ຕາງຫນ້າມອບ ໂດຍທ່ານ ອາລຸນນະເດດ ບານຈິດ ຮອງອຳນວຍການ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ ເພື່ອເປັນການ ປະກອບສ່ວນເຂົ້າໃນການສະໜັບສະ ໜູນດ້ານໂທລະຄົມເຊັ່ນ: ອິນເຕິເນັດຄວາມໄວສູງ 1 Gbps ( ຮອງຮັບລະບົບແບບ 1+1 ), ໝາຍເລກໂທລະສັບ+ດາຕ້າ ຈຳນວນ 1,500 ຊິມ, ລົດຮັບສົ່ງສັນຍານແບບເຄື່ອນທີ່,ນໍ້າດື່ມຈຳນວນ 100 ແກັດ ເເລະ ເງິນສົດ ເພື່ອຊື້ອາຫານ(ເຂົ້າກ່ອງ) ຈຳນວນໜື່ງ ເພື່ອສະໜອງ ໃຫ້ບັນດາ ເຈົ້າໜ້າທີ່, ພະນັກງານ ແລະ ອາສາສະໝັກ ລວມທັງຄະນະສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາຮັບໃຊ້ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຊຶ່ງຈັດຂຶ້ນ ນັບແຕ່ວັນທີ 21-27 ກໍລະກົດ 2024 ທີ່ ນະຄອນ ຫຼວງວຽງຈັນ.

#LaoTelecom

#Asean#57thAMM

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments