Thursday, September 19, 2024
Homeຂ່າວພາຍໃນຊຸດຝຶກອົບຮົມນັກຂຽນຄັ້ງທີ 1 ໂຄງການວັດທະນະທໍາບ້ານເກີດຂອງຂ້ອຍ

ຊຸດຝຶກອົບຮົມນັກຂຽນຄັ້ງທີ 1 ໂຄງການວັດທະນະທໍາບ້ານເກີດຂອງຂ້ອຍ

ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ (ສອສວ) ໄດ້ຈັດຊຸດຝຶກອົບຮົມນັກຂຽນຄັ້ງທີ 1 ໂຄງການວັດທະນະທໍາບ້ານເກີດຂອງຂ້ອຍ: ງານບຸນປະເພນີ ແລະ ພິທີກໍາຂຶ້ນຫວ່າງບໍ່ດົນມານີ້ ທີ່ຮ້ານອາຫານ Coopper & Friends ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີສຳມະນາກອນ 20 ທ່ານທີ່ມາຈາກແຂວງຜົ້ງສາລີ, ຫຼວງນ້ໍາທາ, ຫົວພັນ, ຊຽງຂວາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຫຼວງພະບາງ ແລະ ສະຫວັນນະເຂດເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງໄກ.

ຜູ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ ແມ່ນຖືກຄັດເລືອກຈາກການສົ່ງບົດເລົ່າເລື່ອງໃນຫົວຂໍ້: ບຸນບ້ານຂ້ອຍກັບ ສອສວ, ກຳມະການໄດ້ຄັດເລືອກນັກຂຽນຈາກບົດທີ່ມີສັກກະຍະພາບ ທີ່ຈະພັດທະນາເປັນສາລະຄະດີ ທີ່ຈະນຳສະເໜີຄວາມງົດງາມຂອງວັດທະນະທຳທ້ອງຖິ່ນຕ່າງໆຂອງປະເທດລາວ. ຜ່ານການຝຶກອົບຮົມເປັນເວລາ 6 ວັນ ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບການຂຽນບົດສາລະຄະດີໃນຮູບແບບຕ່າງໆ, ການສ້າງໂຄງເລື່ອງ, ການຂຽນບົດບັນຍາຍພາບ ແລະ ກິດຈະກຳ ແລະ ຫົວຂໍ້ອື່ນໆ ໂດຍມີທ່ານນາງ ດາຣາ ກັນລະຍາ ກະວີ SEA WRITE ສິລະປິນແຫ່ງຊາດ ສາຂາວັນນະກໍາ ແລະ ທ່ານ ໂອທອງ ຄຳອິນຊູ ນັກຂຽນ SEA WRITE ອະດີດຫົວໜ້າບັນນາທິການວາລະສານວັນນະສິນ ເປັນວິທະຍາກອນໃຫ້ຄວາມຮູ້. ພ້ອມນັ້ນ, ສຳມະນາກອນຍັງໄດ້ໄປທັດສະນະສຶກສາຮ່ວມບຸນປະເພນີເຂົ້າພັນສາ, ຖວາຍທຽນພັນສາ ແລະ ຜ້າອາບນໍ້າຝົນທີ່ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ.

ຊຸດຝຶກອົບຮົມຄັ້ງນີ້, ແມ່ນໜຶ່ງໃນກິດຈະກຳຂອງໂຄງການວັດທະນະທຳບ້ານເກີດຂອງຂ້ອຍ: ງານບຸນ ປະເພນີ ແລະ ພິທີກຳຂອງ ສອສວ ໂດຍການອຸປະຖໍາຂອງກອງທຶນວັດທະນະທຳລາວ ອົງການເພື່ອການພັດທະ ນາ ແລະ ການຮ່ວມມືຂອງປະເທດສະວິດ (SDC). ຈາກນັ້ນ, ທາງໂຄງການຍັງຈະສືບຕໍ່ຈັດຝຶກອົບຮົມນັກຂຽນຄັ້ງທີ 2, ການຝຶກອົບຮົມນັກແຕ້ມ, ບັນນາທິການ ແລະ ຈັດພິມປຶ້ມສາລະຄະດີ, ການແຈກຢາຍປຶ້ມ, ການສະ ຫຼອງປຶ້ມ ແລະ ກິດຈະກຳສົ່ງເສີມການອ່ານຢູ່ທ້ອງຖິ່ນຕື່ມອີກ.

(ຂ່າວ: ສອສວ, ພາບ: ສີສຸວັນ ນາມວັນສີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments