Thursday, September 19, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຜູ້ຕາງໜ້າປະເທດຄູ່ຮ່ວມມືພາຍນອກອາຊຽນ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຜູ້ຕາງໜ້າປະເທດຄູ່ຮ່ວມມືພາຍນອກອາຊຽນ

ໃນວັນທີ 27 ກໍລະກົດ 2024 ນີ້, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາລັດຖະມົນຕີຕ່າງປະ ເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດ, ຜູ້ຕາງໜ້າຈາກປະເທດບັນດາຄູ່ຮ່ວມມືພາຍນອກ ຂອງອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ທັງໝົດ 32 ທ່ານ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນເເຕ່ວັນທີ 24-27 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ, ສປປ ລາວ.

ການເຂົ້າຢ້ຽມຂໍ່ານັບ ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໃນຄັ້ງນີ້, ນຳພາໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ເຊິ່ງທ່ານຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ບັນດາລັດ ຖະມົນຕີ ລາຍງານກ່ຽວກັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ລວມທັງໝົດ 25 ກອງປະຊຸມລະດັບລັດຖະມົນຕີຕ່າງປະເທດ. ພ້ອມທັງ ລາຍງານໃຫ້ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໃນນາມປະທານອາຊຽນຊາບ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບຸລິ ມະສິດສຳລັບການເປັນປະທານອາຊຽນຂອງ ສປປ ລາວ, ວິໄສທັດປະຊາຄົມອາຊຽນ 2025, ການພົວພັນຮ່ວມມືລະຫວ່າງອາຊຽນກັບພາຍນອກ ແລະ ການກະກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ຈະມາເຖິງນີ້, ທີ່ ນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງເປັນກົນໄກການຮ່ວມມືທີ່ສໍາຄັນຂອງ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບຄູ່ຮ່ວມມືພາຍນອກ. ພ້ອມທັງ, ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບຸລິມະ ສິດ ສຳລັບປະທານອາຊຽນຂອງ ສປປ ລາວ ກໍຄື ວຽກງານການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫລາຍຂຶ້ນ ຄືດັ່ງຄຳຂວັນປະທານອາຊຽນຂອງ ສປປ ລາວ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນຢໍ້າວ່າ ຜົນສຳເລັດຂອງອາຊຽນ ຕະຫລອດໄລຍະ 57 ປີ ຜ່ານມາ ເປັນພື້ນຖານອັນໜັກແໜ້ນສຳລັບ ອະນາຄົດຂອງອາຊຽນ ແລະ ເຊື່ອໝັ້ນວ່າ ອາຊຽນ ຈະສືບຕໍ່ມີຜົນສໍາເລັດເປັນກ້າວໆ ເພື່ອກາຍເປັນປະຊາຄົມທີ່ມີຄວາມເຂັ້ມ ແຂງ, ເປີດກວ້າງ ແລະ ມີຄວາມສາມັກຄີເປັນປຶກແຜ່ນ ໃນທ່າມກາງຄວາມຫລາກຫລາຍຂອງພາກພື້ນ. ສິ່ງສຳຄັນອາຊຽນ ຕ້ອງສືບຕໍ່ເປັນເຈົ້າການໃນການກຳນົດຊາຕາກຳຂອງຕົນ ບົນພື້ນຖານຫລັກການ ກໍຄື ວິຖີທາງຂອງອາຊຽນ ແລະ ເພີ່ມທະວີການຮ່ວມມືກັບພາຍນອກ ຄຽງຄູ່ກັບການຮັດແໜ້ນຄວາມສາມັກຄີພາຍໃນອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືໃນພາກພື້ນທີ່ພວມຜັນເເປໄປ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈບັນດາປະເທດສະມາຊິກ ອາຊຽນ ແລະ ຄູ່ຮ່ວມມືຂອງອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອດ້ານຕ່າງໆໃຫ້ແກ່ ສປປ ລາວ ໃນການປະຕິບັດໜ້າທີ່ປະທານອາຊຽນ ໃນປີ 2024 ແລະ ຫວັງຢ່າງຍິ່ງ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ເພື່ອຮັບປະກັນໃຫ້ການເປັນປະທານອາຊຽນ 2024 ໄດ້ຮັບຜົນສຳເລັດຢ່າງຈົບງາມ ເຊິ່ງເປັນຜົນສຳເລັດລວມຂອງອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືຂອງອາຊຽນ.

ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະສົບຜົນສໍາເລັດຕາມຄາດໝາຍ ເພື່ອເປັນພື້ນຖານໜັກເເໜ້ນໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments