Friday, September 20, 2024
Homeຂ່າວໜ້າໜຶ່ງລາວເປັນປະທານ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບຄູ່ຮ່ວມເຈລະຈາອາຊຽນ

ລາວເປັນປະທານ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບຄູ່ຮ່ວມເຈລະຈາອາຊຽນ

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ ຄັ້ງທີ 25, ກອງປະຊຸມລັດຖະມົນຕີຕ່າງ ປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 31 ຈັດຂຶ້ນໃນວັນທີ 27 ກໍລະກົດ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມທັງ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ ອາເມລິກາ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ຄັ້ງທີ 25 ໄດ້ທົບທວນຄືນການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນໄລຍະຜ່ານມາ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນວຽກການຮ່ວມມືອາຊຽນບວກສາມ ສໍາລັບໄລຍະ 2023-2027 ຢ່າງມີປະສິດທິພາບ ແລະ ຄົບຖ້ວນ. ກອງປະຊຸມໄດ້ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ພາຍໃຕ້ຂອບອາຊຽນບວກສາມ ໃນຖານະທີ່ເປັນເວທີການຮ່ວມມືທີ່ສໍາຄັນຂອງພາກພື້ນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ: ພະຍາດລະບາດ, ວິກິດການທາງການເງິນ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມ ຍັງໄດ້ສະໜັບສະໜຸນຂໍ້ສະເໜີຂອງ ສປປ ລາວ ເພື່ອອອກຖະແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການເຊື່ອມຈອດຕ່ອງໂສ້ການສະໜອງຂອງພາກພື້ນ ເພື່ອຮັບຮອງໃນກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27 ໃນເດືອນຕຸລາ 2024 ທີ່ ນະຄອນ ຫລວງວຽງຈັນ ອີກດ້ວຍ.

ສຳລັບ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 14 ໄດ້ທົບທວນຄືນການຮ່ວມມື ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ ອີເອເອສ ສໍາລັບ ສົກປີ 2024-2028. ໃນນີ້, ກອງປະຊຸມ ໄດ້ເຫັນດີຮັດແໜ້ນການຮ່ວມມື ໂດຍເນັ້ນໃສ່ຂົງເຂດບຸລິມະສິດ ເປັນຕົ້ນ ຄວາມໝັ້ງຄົງທາງດ້ານພະລັງງານ ແລະ ສະບຽງອາຫານ, ການສຶກສາ, ການແກ້ໄຂສິ່ງທາທ້າຍຈາກການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ສາທາລະນະສຸກ ແລະ ອື່ນໆ. ພ້ອມກັນນີ້, ຍັງໄດ້ຢໍ້າຄືນຄວາມໝາຍໝັ້ນຕໍ່ຄວາມເປັນແກນກາງຂອງອາຊຽນ ກໍຄື ບົດບາດການນໍາພາກົນໄກຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຫລື ອີເອເອສ ໃນຖານະທີ່ເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ຮ່ວມມືໃນຂົງເຂດຍຸດທະສາດ, ການ ເມືອງ ແລະ ເສດຖະກິດ ທີ່ມີຜົນປະໂຫຍດຮ່ວມກັນ ແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄື ໃນໂລກ ໂດຍສອດຄ່ອງກັບບັນດາຫລັກການພື້ນຖານຂອງ ອາ ຊຽນ.

ສ່ວນກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ ອາເມລິກາ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ສ ອາເມລິກາ ແລະ ໄດ້ກໍານົດທິດທາງໃນການຮັດແໜ້ນການຮ່ວມ ອາຊຽນ-ສ ອາເມລິກາ ໃນຕໍ່ໜ້າ ໂດຍເນັ້ນໃສ່ຂົງເຂດການຮ່ວມມືໃໝ່ ເປັນຕົ້ນ ການຫັນປ່ຽນທາງດ້ານດີຈິຕອນ, ເຕັກໂນໂລຊີ ແລະ ປັນຍາປະດິດ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ສ ອາເມລິກາ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ໂດຍສະເພາະ ຄວາມຄືບໜ້າຂອງການຮ່າງຖະແຫລງການຜູ້ນໍາອາຊຽນ-ສ ອາເມລິກາ ວ່າດ້ວຍ ການສົ່ງເສີມປັນຍາປະດິດ ທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້.

ພ້ອມນີ້, ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 31 ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນວຽກ ແລະ ກິດຈະກໍາຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ທິດທາງໃນອະນາຄົດຂອງເວທີພາກພື້ນອາຊຽນ. ໃນນັ້ນ, ໄດ້ພິຈາລະນາ ແລະ ເຫັນດີຮັບຮອງເອົາເອກະສານສໍາຄັນ ຄື: ບັນຊີກິດຈະກຳ ສຳລັບ ການຈັດ ຕັ້ງປະຕິບັດໃນສົກປີ 2024-2025; ແຜນວຽກກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການຕ້ານການກໍ່ການຮ້າຍ ແລະ ອາຊະຍະກຳຂ້າມຊາດ 2024-2026; ແຜນວຽກກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ 2024-2027 ແລະ ຖະແຫລງການເວທີພາກພື້ນອາຊຽນກ່ຽວກັບການຮ່ວມມື ພາກພື້ນດ້ານຄວາມປອດໄພຂອງເຮືອກຳປັ່ນ, ທີ່ສະເໜີໂດຍ ສປ ຈີນ ໂດຍມີ ສປປ ລາວ, ກໍາປູເຈຍ, ມຽນມາ ແລະ ສິງກະໂປ ຮ່ວມສະໜັບສະໜູນ. ນອກນັ້ນ, ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບການສົ່ງເສີມບົດບາດຂອງເວທີພາກພື້ນອາຊຽນ ໃຫ້ມີປະສິດທິພາບສູງຂຶ້ນ ຄຽງຄູ່ກັບການຮັບປະກັນບົດບາດຄວາມເປັນແກນກາງຂອງອາຊຽນ ໃນກົນໄກດັ່ງກ່າວ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ໂດຍສະເພາະສິ່ງທ້າທາຍດ້ານຄວາມໝັ້ນຄົງ ໃນພາກພື້ນອາຊີ-ປາຊີຟິກ, ລວມທັງສະພາບການໃນທະເລຈີນໃຕ້, ແຫລມເກົາຫລີ, ມຽນມາ, ຕາເວັນອອກກາງ ແລະ ອູເເກຣນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments