Friday, September 20, 2024
HomeUncategorizedທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບພົບປະ ຂອງ ທ່ານ ຮອງລັດຖະມົນຕີຕ່າງປະເທດສະວິດ

ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບພົບປະ ຂອງ ທ່ານ ຮອງລັດຖະມົນຕີຕ່າງປະເທດສະວິດ

ຕອນບ່າຍ ວັນທີ 26 ກຸມພາ 2024, ທີ່ຫໍປະຊຸມແຫ່ງຊາດ , ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບພົບປະ ຂອງ ທ່ານ ອາເລັກຊັງ ຟາແຊນລ໌, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57, ທີ່ ນະຄອນຫຼວງວຽງຈັນ.

ໃນການຢ້ຽມຂ່ຳນັບພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ, ພ້ອມທັງ ຕິດຕາມຜົນຂອງການເດີນທາງຢ້ຽມຢາມ ສະວິດ ຢ່າງເປັນທາງການຂອງ ທ່ານ ຮອງນາຍົກລັດຖະມົນຕີ ໃນທ້າຍເດືອນ ກຸມພາ 2024 ທີ່ຜ່ານມາ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສະວິດ ຕະຫຼອດໄລຍະ 60 ກວ່າປີຜ່ານມາ. ຝ່າຍ ສະວິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສະວິດ ທີ່ໃຫ້ການສະໜັບສະໜູນໃນໄລຍະຜ່ານມາ ກໍຄື ການໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ. ພ້ອມກັນນີ້, ຝ່າຍ ສະວິດ ກໍໄດ້ຢືນຢັນ ຈະສະໜັບສະໜູນລາວ ໃນ ໂຄງການຝຶກອົບຮົມວິຊາຊີບ ໃນໄລຍະ 2. ທ່ານ ຮອງນາຍົກ ຍັງໄດ້ຊຸກຍູ້ໃຫ້ມີການສົ່ງເສີມຮ່ວມມືທາງດ້ານການຄ້າ-ການລົງທຶນ ໃຫ້ຫຼາຍຂຶ້ນ ແລະ ຍັງໄດ້ຊຸກຍູ້ໃຫ້ຝ່າຍ ສະວິດ ສະໜັບສະໜູນທາງດ້ານເຕັກນິກ-ວິຊາການ, ເຕັກໂນໂລຊີ ໃນຂະແໜງກະສິກຳ.

ນອກຈາກນັ້ນ, ສອງຝ່າຍ ໄດ້ເນັ້ນເຖິງຄຸນລັກສະນະທີ່ຄ້າຍຄືກັນ ລະຫວ່າງ ສອງປະເທດ ໂດຍສະເພາະ ແມ່ນລັກສະນະ ຂອງພູມີປະເທດ ລາວ-ສະວິດ ແມ່ນຄ້າຍຄືກັນຄື ເປັນປະເທດ ບໍ່ມີຊາຍແດນຕິດກັບທະເລ ແລະ ເປັນປະເທດ ມີທ່າແຮງທາງດ້ານຊັບພະຍາກອນແຫຼ່ງນ້ຳ ເພື່ອຜະລິດກະແສໄຟຟ້າສົ່ງອອກ, ຊຶ່ງ ສະວິດ ມີບົດຮຽນສູງ ໃນການບໍລິຫານຈັດການນ້ຳ ແລະ ສາມາດແລກປ່ຽນປະສົບການ ແລະ ສາມາດແລກປ່ຽນບົດຮຽນໃຫ້ແກ່ ສປປ ລາວ.

ພ້ອມກັນນີ້, ກໍໄດ້ ຝາກຄຳຢື້ຢາມຖາມຂ່າວ ໄປຍັງ ທ່ານ ອິກນາຊີໂອ ກາດຊີດສ໌, ລັດຖະມົນຕີ ຕ່າງປະເທດ ສະວິດ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ໃນໂອກາດທີ່ ທ່ານ ຮອງນາຍົກລັດຖະມົນຕີ ເດີນທາງໄປຢ້ຽມຢາມທາງການ ທີ່ ປະເທດ ສະວິດ ໃນເດືອນ ກຸມພາ 2024 ທີ່ຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments