ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 13 ເມື່ອບໍ່ດົນຜ່ານມາ, ທີ່ ບຣຸກແຊນ, ປະເທດແບນຊິກ ໂດຍການເປັນປະທານຮ່ວມຂອງ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເລລາ ເຟີນັນເດັດ-ສະເຕັມບຣິດ ຫົວໜ້າຫ້ອງການຮັບຜິດຊອບບັນດາປະເທດອາຊີຕາເວັນ ອອກສ່ຽງໃຕ້ ແລະ ອາຊຽນ, ກົມອາຊີ-ປາຊີຟິກ, ສໍານັກງານການຕ່າງປະເທດສະຫະພາບເອີຣົບ.
ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບການຈັດຕັ້ງປະຕິບັດສິດທິມະນຸດ ລວມທັງການຮັບຮອງນິຕິກໍາທີ່ກ່ຽວຂ້ອງ ໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດຢູ່ ສປປ ລາວ ແລະ ຢູ່ ສະຫະພາບເອີຣົບ ໃນໄລຍະໜຶ່ງປີຜ່ານມານັບແຕ່ກອງປະຊຸມສົນທະນາ ລະຫວ່າງ ສອງຝ່າຍ ຄັ້ງທີ 12 ທີ່ນະ ຄອນຫລວງວຽງຈັນ. ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ທັດສະນະທີ່ພົວພັນເຖິງສິດທິທາງດ້ານການເມືອງ ແລະ ພົນລະເມືອງ, ສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ, ການສ້າງລັດທີ່ປົກຄອງດ້ວຍກົດໝາຍ, ການເຂົ້າເຖິງຂະບວນການຍຸຕິທໍາ, ບັນຫາໂທດປະຫານຊີວິດ, ເສລີ ພາບໃນການສະແດງຄໍາຄິດຄໍາເຫັນ, ສະມາຄົມ, ການຊຸມນຸມໂດຍສັນຕິ, ການເຊື່ອຖືສາສະໜາ, ຄວາມສະເໝີພາບຍິງ-ຊາຍ, ສິດທິເດັກ, ສິດທິຄົນພິການ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສິດໃນການນໍາໃຊ້ທີ່ດິນ, ການຮ່ວມມືດ້ານສິດທິມະນຸດໃນຂອບຫລາຍຝ່າຍ ການສ້າງບົດລາຍງານແຫ່ງຊາດພາຍໃຕ້ສົນທິສັນຍາດ້ານສິດທິມະນຸດທີ່ສອງຝ່າຍເປັນພາຄີ, ກົນໄກທົບທວນປະຈໍາໄລຍະ, ການໃຫ້ສັດຕະຍາບັນສົນທິສັນຍາດ້ານສິດທິມະນຸດ ແລະ ດ້ານແຮງງານ, ການປະຕິບັດພັນ ທະລາຍງານ, ການຮ່ວມມືກັບກົນໄກຂັ້ນຕອນພິເສດ ຂອງສະພາສິດທິມະນຸດ ສປຊ.
ໃນກອງປະຊຸມສົນທະນາດັ່ງກ່າວ, ຝ່າຍລາວ ໄດ້ແຈ້ງໃຫ້ຝ່າຍອີຢູ ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເສດຖະກິດຂອງ ສປປ ລາວ ກໍາລັງຜ່ານຜ່າສະພາບຄວາມຫຍຸ້ງຍາກ ທີ່ໄດ້ຮັບຜົນກະທົບຈາກໂຄວິດ-19, ວິກິດການດ້ານລາຄາພະລັງງານ ກໍຄື ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນໂລກ. ລັດຖະບານລາວ ໄດ້ສຸມໃສ່ການປະຕິບັດສອງວາລະແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9, ການຈັດຕັ້ງປະ ຕິບັດເປົ້າໜາຍການພັດທະນາແບບຍືນຍົງ (SDGs).
ໃນປີ 2023 ຜ່ານມາ ເສດຖະກິດລາວ ໄດ້ຂະຫຍາຍຕົວ 4,3%, ສ່ວນ 6 ເດືອນຕົ້ນປີ 2024 ການເຕີບໂຕຂອງເສດຖະກິດໄດ້ບັນລຸເຖິງ 4,7%. ລັດຖະບານລາວ ໄດ້ເອົາໃຈໃສ່ສ້າງເງື່ອນໄຂໃຫ້ປະ ຊາຊົນລາວບັນດາເຜົ່າ ມີສ່ວນຮ່ວມໃນຂະບວນການພັດທະນາປະເທດຊາດ ແລະ ຊົມໃຊ້ໝາກຜົນຂອງການພັດທະນາຢ່າງທົ່ວເຖິງ, ຄວາມທຸກຍາກໄດ້ຮັບການແກ້ໄຂເປັນກ້າວໆມາ, ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ. ປະຊາຊົນລາວບັນດາເຜົ່າ ໄດ້ຊົມໃຊ້ສິດທິ ແລະ ອິດສະ ຫລະພາບພື້ນຖານຂອງເຂົາເຈົ້າ ຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍສອດຄ່ອງກັບພັນທະ ແລະ ຄໍາໝັ້ນສັນຍາສາກົນດ້ານສິດທິມະນຸດຂອງ ສປປ ລາວ.
ສອງຝ່າຍ ໄດ້ແລກປ່ຽນກ່ຽວກັບ ສິດເສລີພາບໃນການສະແດງຄໍາຄິດຄໍາເຫັນ ເຊິ່ງການນໍາໃຊ້ສິດດັ່ງກ່າວ, ຈະຕ້ອງຢູ່ໃນຂອບເຂດທີ່ກົດໝາຍກໍານົດໄວ້, ຈະຕ້ອງບໍ່ສ້າງຄວາມເສຍຫາຍຕໍ່ກຽດສັກສີຂອງບຸກຄົນ, ສິດທິໃນຄວາມເປັນສ່ວນຕົວຂອງຜູ້ອື່ນ, ສອງຝ່າຍ ໄດ້ເນັ້ນຢໍ້າເຖິງຄໍາໝັ້ນສັນຍາຮ່ວມກັນ ເພື່ອສະກັດກັ້ນ ແລະ ຕ້ານການເຜີຍແຜ່ຂໍ້ມູນຂ່າວສານທີ່ບິດເບືອນ, ຂ່າວປອມ, ຂ່າວໃສ່ຮ້າຍປ້າຍສີ ຜ່ານທາງສື່ອອນລາຍ ເຊິ່ງທັງ ສປປ ລາວ ແລະ ສະຫະພາບເອີຣົບ ກໍມີກົດໝາຍ ແລະ ນິຕິກໍາຄຸ້ມຄອງໃນຂົງເຂດດັ່ງກ່າວ; ຝ່າຍລາວ ໄດ້ເນັ້ນເຖິງການປະຕິບັດສິດທິມະນຸດ ແລະ ພັນທະ ແມ່ນຈະຕ້ອງເຮັດຂຶ້ນພ້ອມໆກັນ ໂດຍສອດຄ່ອງກັບກົດໝາຍ ແລະ ສົນທິສັນຍາທີ່ກ່ຽວຂ້ອງ ໂດຍສະເພາະບໍ່ໃຫ້ແຕະຕ້ອງຕໍ່ຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສິດ ແລະ ອິດສະຫລະພາບ ກໍຄື ກຽດສັກສີຂອງຄົນອື່ນ, ບໍ່ໃຫ້ຂັດສິນລະທໍາໃນສັງຄົມ ແລະ ທໍາລາຍສຸຂະພາບຂອງປວງຊົນ; ຝ່າຍສະຫະພາບເອີຣົບ ຕີລາຄາຄວາມຄືບໜ້າຂອງ ສປປ ລາວ ໃນຄວາມພະຍາຍາມ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ, ພ້ອມທັງໄດ້ຊຸກຍູ້ໃຫ້ ສປປ ລາວ ພິຈາລະນາໃຫ້ສັດຕະຍາບັນສົນທິສັນຍາດ້ານສິດທິມະນຸດ, ແຮງງານ ແລະ ສິ່ງແວດລ້ອມ ທີ່ ສປປ ລາວ ຍັງບໍ່ທັນເປັນພາຄີ ເພື່ອສາມາດສືບຕໍ່ໄດ້ຮັບສິດທິພິເສດດ້ານການຄ້າຂອງອີຢູ (GSP+) ໃນຕໍ່ໜ້າ.
ການສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດຂຶ້ນທຸກໆປີ, ແມ່ນກົນໄກແລກປ່ຽນການຈັດຕັ້ງປະຕິບັດສິດທິມະນຸດ ພາຍໃຕ້ຄະນະກໍາມາທິການຮ່ວມມື ສປປ ລາວ-ສະຫະພາບເອີຣົບ(JC) ໂດຍມີຈຸດປະສົງ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ໃຫ້ດີຂຶ້ນຕື່ມລະ ຫວ່າງສອງຝ່າຍ, ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ.
ນອກຈາກ ກອງປະຊຸມສົນທະນາດ້ານສິດທິມະນຸດສອງຝ່າຍກັບອີຢູ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ໄປທັດສະນະ ແລະ ພົບປະແລກປ່ຽນກັບເຈົ້າໜ້າທີ່ຂອງລັດຖະພາເອີຣົບ ຢູ່ ບຣຸກແຊນ, ໄປທັດສະນະ ແລະ ແລກປ່ຽນກັບບັນດາອົງການກົດໝາຍ, ອົງການຕຸລາການສາກົນ ເຊິ່ງລວມມີ ອົງການກົດໝາຍສາກົນພາກບຸກຄົນ (HCCH), ສານຍຸຕິທໍາສາກົນ ຫລື ສານໂລກ (ICJ), ສານອາຍາສາກົນ (ICC) ແລະ ສານອະນຸຍາໂຕຕຸລາການຖາວອນ (PCA) ເຊິ່ງຕັ້ງຢູ່ ນະຄອນລາຮາຍ ປະເທດໂຮນລັງ.
ຂ່າວ-ພາບ: ກຕທ