Friday, September 20, 2024
Homeຂ່າວຕ່າງປະເທດລາວ ປະກາດໄຫ້ວອາໄລລະດັບຊາດເພື່ອລະນຶກເຖິງ ທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່

ລາວ ປະກາດໄຫ້ວອາໄລລະດັບຊາດເພື່ອລະນຶກເຖິງ ທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່

ອ້າງຕາມຂ່າວສານ ຫວຽດນາມ, ເມື່ອບໍ່ດົນມານີ້, ຢູ່ຫ້ອງວ່າການ ນາຍົກລັດຖະມົນຕີ ລາວ, ຕາງໜ້າໃຫ້ລັດຖະບານລາວ, ທ່ານ ບົວຄົງ ນາມມະວົງ (Bouakhong Nammavong) ຫົວໜ້າຫ້ອງວ່າການສໍານັກງາຍນາຍົກລັດຖະມົນຕີລາວ ໄດ້ຈັດ ກອງປະຊຸມຖະແຫລງຂ່າວ ວ່າ: ສປປລາວ ຈະໄຫວ້ອາໄລລະດັບຊາດ ເພື່ອລະນຶກເຖິງ ທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະລິຫານງານສູນກາງພັກກອມມູນິດຫວຽດນາມ ເປັນເວລາ 2 ວັນ, ລະຫວ່າງວັນທີ 25-26 ກໍລະກົດນີ້.

ຖະແຫລງການໃຫ້ຮູ້ວ່າ: ທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 13:38 ໂມງ ຂອງວັນທີ 19 ກໍລະກົດ 2024 ທີ່ໂຮງໝໍທະຫານສູນກາງ 108 ຮ່າໂນ້ຍ ລວມອາຍຸໄດ້ 80 ປີ.

ໂດຍທ່ານ ຫງວຽນ ຝູ໋ຈ້ອງ ໄດ້ປະກອບສ່ວນ ອັນໃຫຍ່ຫລວງ ແລະ ສຳຄັນ ເຂົ້າໃນການ ເພີ່ມທະວີ ປັບປຸງ ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ-ຫວຽດນາມ , ຫວຽດນາມ ແລະ ລາວ ໃຫ້ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

ການເຖິງແກ່ມໍລະນະກຳ ຂອງທ່ານ ຫງວຽນ ຝູ໋ຈ້ອງ ໄດ້ເຮັດໃຫ້ ສູນເສຍ ເພື່ອນມິດສະຫາຍ ທີ່ສະໜິດສະໜົມ ທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ. ສະນັ້ນ ພັກ ແລະ ລັດຖະບານລາວ ໄດ້ເຫັນດີ ໄຫວ້ອາໄລ ລະດັບຊາດ ທ່ານຫງວຽນຝູ໋ຈ້ອງ ຢູ່ລາວ ຊຶ່ງ ລວມມີ ສະຖານທູດລາວ ແລະ ອົງການຜູ້ຕາງໜ້າ ການທູດລາວ ຢູ່ຕ່າງປະເທດ ເປັນເວລາ 2 ວັນ ໃນລະຫວ່າງ ວັນທີ 25-26 ກໍລະກົດນີ້, ໃນເວລາໄຫ້ວອາໄລ ຈະເອົາທຸງຊາດລົງ ເຄິ່ງເສົາ ແລະ ຢຸດທຸກການເຄື່ອນໄຫວ ກິດຈະກຳມ່ວນຊື່ນ ບັນເທິງອື່ນໆ.

ນອກນັ້ນ, ຖະແຫລງການ ຍັງໃຫ້ຄວາມໃສ່ໃຈວ່າ: ບັນດາ ກະຊວງ, ຂະແໜງການ, ອົງການ ແຕ່ສູນກາງ ຮອດທ້ອງຖິ່ນ, ສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ໄປຍັງບັນດາ ຄູ່ຮ່ວມມືຂອງຝ່າຍຫວຽດນາມ ແລະ ຈັດຕັ້ງ ຄະນະເຂົ້າຮ່ວມໃນພິທີໄຫວ້ອາໄລ, ຂຽນປື້ມໄຫວ້ອາໄລ ຢູ່ສະຖານທູດ ແລະ ສະຖານກົງສູນຫວຽດນາມ ຢູ່ບັນດາທ້ອງຖິ່ນ, ແຂວງຕ່າງໆ ທີ່ແຮກຊ່ຽວຂອງລາວ, ການນຳແຂວງ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈ ໄປຍັງ ບັນດາ ຄູ່ຮ່່ວມມື. ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ສົມທົບກັບ ຄະນະພົວພັນກັບຕ່າງປະເທດຂອງ ສູນກາງພັກແລະ ຕ່າງປະເທດ ເພື່ອກຽມເນື້ອໃນໂຄສະນາ ປະກອບສ່ວນອັນໃຫຍ່ຫລວງ, ຄວາມສຳຄັນຂອງສະຫາຍ ຫງວຽນ ຝູ໋ຈ້ອງ ທີມີຕໍ່ການເພີ້ມຟູນຄຸນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຜ່ານບັນດາພາຫະນະ ການສື່ສານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments