Thursday, September 19, 2024
HomeUncategorizedທ່ານ ເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ກັບຂີດໝາຍສຳຄັນໃນການພັດທະນາເສດຖະກິດຫວຽດນາມ

ທ່ານ ເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ກັບຂີດໝາຍສຳຄັນໃນການພັດທະນາເສດຖະກິດຫວຽດນາມ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ວັນທີ24 ກໍລະກົດນີ້ ສຳລັບຂີດໝາຍສຳຄັນໃນການພັດທະນາເສດຖະກິດຂອງພັກ ເຊິ່ງຜູ້ນຳໜ້າແມ່ນ ທ່ານ ຫງວຽນ ຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານບັນດາໂຄງການເຄື່ອນໄຫວ, ຍຸດທະສາດ ແລະ ເອກະສານຢ່າງເປັນທາງການ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI, XII ແລະ XIII ຂອງພັກ, ກໍ່ຄື ບັນດານະໂຍບາຍ ຊີ້ຂາດ ສຳຄັນອື່ນໆ. ໃນນັ້ນ ຕ້ອງເວົ້າເຖິງ ມະຕິ ວ່າດ້ວຍ ການພັດທະນາ ເສດຖະກິດ ເອກະຊົນ, ມະຕິວ່າດ້ວຍ ການຄັດເລືອກ ການລົງທຶນ ຈາກຕ່າງປະເທດ ແລະ ມະຕິວ່າດ້ວຍ ການສ້າງຖັນແຖວ ນັກທຸລະກິດ ຫວຽດນາມ ໃນຍຸກສະໄໝໃໝ່. ປີ 2017, ເປັນຄັ້ງທຳອິດ, ຄະນະ ບໍລິຫານງານ ສູນກາງພັກ ປະກາດໃຊ້ມະຕິ ສະບັບ ສະເພາະ ວ່າດ້ວຍ ເສດຖະກິດ ເອກະຊົນ. ມະຕິເລກທີ 10 ຂອງສູນກາງສະບັບ ອອກໃນວັນທີ 3 ມິຖຸນາ ປີ 2017 ກ່ຽວກັບ ການພັດທະນາ ເສດຖະກິດ ເອກະຊົນ ກາຍເປັນກຳລັງ ໜູນສຳຄັນ ຂອງພື້ນຖານ ເສດຖະກິດ ການຕະຫລາດ ກຳນົດທິດ ສັງຄົມນິຍົມ.ມະຕິໄດ້ວາງອອກຫລາຍເປົ້າໝາຍ, ໃນນັ້ນຮອດປີ 2030, ສສ ຫວຽດນາມ ມີຢ່າງໜ້ອຍສຸດ ວິສາຫະກິດ 2 ລ້ານແຫ່ງ ແລະ ມາດຕະການ ດ້ານເສດຖະກິດ ເອກະຊົນ ປະກອບສ່ວນ ແຕ່ 60 – 65% ໃນພື້ນຖານ ເສດຖະກິດ ຫວຽດນາມ. ນີ້ແມ່ນຂີດໝາຍໃຫຍ່ ເມື່ອທ່ານ ເລຂາທິການໃຫຍ່ ຫງວຽນ ຝູຈ້ອງ, ກົມການເມືອງ, ຄະນະ ບໍລິຫານງານ ສູນກາງພັກ ກອມມູນິດ ໄດ້ມີການປ່ຽນແປງຢ່າງແຮງ ກ່ຽວກັບ ຈິນຕະນາການ ໃນການພັດທະນາ ເສດຖະກິດ. ມະຕິໄດ້ຍົກອອກມາ ຫລາຍມາດຕະການ ກຳນົດທິດ ກ່ຽວກັບ ການສ້າງສະພາບ ແວດລ້ອມ ແຫ່ງການລົງທຶນ, ດຳເນີນ ທຸລະກິດ ຢ່າງສະດວກ, ໃນນັ້ນ ສຸມໃສ່ ບູລະນະກົນໄກ ນະໂຍບາຍ ດຶງດູດເງິນລົງທຶນ ພາກເອກະຊົນ ແລະ ຮັບປະກັນ ການເຄື່ອນໄຫວ ຂອງເສດຖະກິດເອກະຊົນ ຕາມກົນໄກ ຕະຫລາດ ໃຫ້ສົມບູນແບບ. ຈາກນັ້ນ ທ່ານ ເຈິ່ນຈີຢຸງ, ເລຂາທິການໃຫຍ່ ສະມາຄົມ ການບໍລິການ ໂລຈີສຕິກ(logistics) ຫວຽດນາມ ໃຫ້ຮູ້ວ່າ: ພວກເຮົາກໍ່ຮູ້ສຶກ ມີຄວາມປະທັບໃຈ ທີ່ສຸດຕໍ່ໝາກຜົນ ໃນການພັດທະນາ ເສດຖະກິດ ປະເທດຊາດ ໃນໄລຍະຜ່ານມາ. ນັ້ນແມ່ນສິ່ງທີ່ ວົງການ ນັກທຸລະກິດ ພວກຂ້າພະເຈົ້າ ຮູ້ສຶກເຄົາລົບບົດບາດ ນຳພາ, ພິເສດແມ່ນຜູ້ນຳທົ່ວປະເທດຄື ທ່ານ ເລຂາທິການໃຫຍ່ ຫງວຽນ ຝູຈ້ອງ.ປີ 2019, ກົມການເມືອງ ສືບຕໍ່ ປະກາດ ໃຊ້ແຜນນະໂຍບາຍ ສະບັບໜຶ່ງ ທີ່ມີລັກສະນະ ປ່ຽນແປງ . ນັ້ນແມ່ນ ມະຕິເລກທີ 50, ລົງວັນທີ 20 ສິງຫາ ປີ 2019, ກ່ຽວກັບ ການກຳນົດທິດ ບູລະນະ ລະບອບ ລະບຽບການ, ນະໂຍບາຍ ໃຫ້ສົມບູນແບບ, ຍົກສູງ ຄຸນນະພາບ, ປະສິດທິຜົນ ໃນການຮ່ວມມືລົງທຶນ ຈາກຕ່າງປະເທດ ຮອດປີ 2030. ມະຕິແມ່ນການປ່ຽນແປງ ຍຸດທະສາດ ໃນການດຶງດູດ ເງິນລົງທຶນ ຈາກຕ່າງປະເທດ (FDI), ສ້າງຂີດໝາຍເລື່ອງ ຫວຽດນາມ ຫັນປ່ຽນໄປຍັງ ໄລຍະດຶງດູດ ເງິນລົງທຶນ FDI ທີ່ມີການຄັດເລືອກ, ຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຢີ ແລະ ການປົກປັກຮັກສາ ສິ່ງແວດລ້ອມ ແມ່ນປັດໄຈດຶງດູດທຶນ. ພ້ອມທັງ, ພັກກໍ່ກຳນົດພາກພື້ນ ເສດຖະກິດ ທີ່ມີເງິນລົງທຶນ ໂດຍກົງ ຈາກຕ່າງປະເທດ ແມ່ນພາກສ່ວນສຳຄັນ ຂອງພື້ນຖານ ເສດຖະກິດ ຫວຽດນາມ, ໂດຍໄດ້ຮັບການສົ່ງເສີມ ແລະ ສ້າງເງື່ອນໄຂພັດທະນາຍາວນານ, ຮ່ວມມື ແລະ ມີການແກ້ງແຍ້ງທີ່ປອດໄສກັບເຂດເສດຖະກິດອື່ນໆ. ນີ້ແມ່ນພື້ນຖານເພື່ອໃຫ້ບັນດາ ບໍລິສັດໃຫຍ່ກ່ຽວກັບເຕັກໂນໂລຢີ ມາລົງທຶນຢູ່ ຫວຽດນາມ. ທ່ານ Joo-ok Lee ຜູ້ອຳນວຍການພາກພື້ນອາຊີ – ປາຊີຟິກ, ເວທີປາໄສເສດຖະກິດໂລກ (WEF) ຕີລາຄາວ່າ:ຫວຽດນາມ ພວມຢັ້ງຢືນໄດ້ອິດທິພົນຊື່ສຽງ ກັບການນຳ ບັນດາປະເທດ ສະມາຊິກ ຂອງເວທີປາໄສ ເສດຖະກິດໂລກ. ບັນດາວິສາຫະກິດ, ກຸ່ມບໍລິສັດ ທົ່ວໂລກ ພວມຊອກຫາ ສະຖານທີ່ມາລົງ ທີ່ມີສະຖຽນລະພາບ, ມີຄວາມຂະຫຍັນ ຂັນເຄື່ອນ ແລະ ມີໂອກາດ ເປີດກວ້າງ ການລົງທຶນ.ດັ່ງນັ້ນ ເພື່ອພັດທະນາ ພື້ນຖານ ເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ, ໃນອະຍຸການທຳອິດ ດຳລົງຕຳແໜ່ງເລຂາທິການໃຫຍ່ ຂອງພັກ, ວັນທີ 9 ທັນວາ ປີ 2011, ທ່ານ ເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ໄດ້ຕາງໜ້າກົມການເມືອງເຊັນປະກາດໃຊ້ມະຕິເລກທີ 09 ກ່ຽວກັບການສ້າງ ແລະ ເສີມຂະຫຍາຍບົດບາດຂອງຖັນແຖວນັກທຸລະກິດ ຫວຽດນາມ ໃນໄລຍະຍູ້ແຮງການຫັນເປັນອຸດສາຫະກຳ – ຫັນເປັນທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.ປີ 2023, ກົມການເມືອງສືບຕໍ່ປະກາດໃຊ້ມະຕິເລກທີ 41 ໃນວັນທີ 10 ຕຸລາ ປີ 2023 ກ່ຽວກັບການສ້າງ ແລະ ເສີມຂະຫຍາຍບົດບາດຂອງຖັນແຖວນັກທຸລະກິດ ຫວຽດນາມ ໃນຍຸກສະໄໝໃໝ່. ເປັນຄັ້ງທຳອິດ, ຖັນແຖວ ນັກທຸລະກິດ ໄດ້ຢັ້ງຢືນແມ່ນໜຶ່ງ ໃນບັນດາກຳລັງຫລັກແຫລ່ງ ປະກອບສ່ວນ ຍູ້ແຮງພາລະກິດ ແຫ່ງການຫັນ ປະເທດຊາດ ເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສ້າງສາ ແລະ ພັດທະນາ ພື້ນຖານເສດຖະກິດ ເປັນເອກະລາດ, ເປັນເຈົ້າຕົນເອງ. ທ່ານ ຟ້າມເຕິນກົງ, ປະທານ ສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຖືວ່າ:ມະຕິເລກທີ 41 ໄດ້ສ້າງກຳລັງໜູນ, ຄວາມໄວ້ເນື້ອເຊື່ອໃຈ ໃຫ້ແກ່ ປະຊາຄົມວິສາຫະກິດ, ຖັນແຖວນັກທຸລະກິດ ຫວຽດນາມ ພັດທະນາ ແລະ ອຸທິດສ່ວນ. ປະຊາຄົມນັກທຸລະກິດ, ວິສາຫະກິດ ພວມຢືນຢູ່ຕໍ່ໜ້າ ກາລະໂອກາດ ຢ່າງໃຫຍ່ຫລວງ ທີ່ບໍ່ເຄີຍມີ ມາກ່ອນ ເພື່ອພັດທະນາ, ເພື່ອສ້າງຖັນແຖວ ນັກທຸລະກິດ ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງ.ພາຍໃຕ້ ການຊີ້ນຳ ນຳພາຂອງພັກ ເຊິ່ງຜູ້ນຳເປັນ ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໃນໄລຍະ 13 ປີຜ່ານມາ, ຍອດຜະລິດ ຕະພັນ ພາຍໃນປະເທດ (GDP) ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນທົບ 4 ເທົ່າ ແຕ່ປະມານ 104,6 ຕື້ ໂດລາສະຫະລັດ ໃນປີ 2010 ຂຶ້ນເຖິງກ່ວາ 430 ຕື້ໂດລາສະຫະລັດ ໃນປີ 2023. ລາຍຮັບ ສະເລ່ຍ ຕໍ່ຫົວຄົນ ກໍ່ເພີ່ມຂຶ້ນທົບກວ່າ 3,6 ເທື່ອ, ແຕ່ 1.168ໂດລາ ສະຫະລັດ ຂຶ້ນເປັນ 4.285 ໂດລາ ສະຫະລັດ.ປີ 2020, ເມື່ອກະແສເງິນລົງທຶນ FDI ທົ່ວໂລກຫຼຸດລົງ 35% ຫວຽດນາມ ສືບຕໍ່ແມ່ນຈຸດພົ້ນເດັ່ນໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ດ້ວຍຍອດເງິນລົງທຶນຈົດທະບຽນໃໝ່ບັນລຸປະມານ 16 ຕື້ໂດລາ ສະຫະລັດ, ສ້າງຂີດໝາຍ ເປັນຄັ້ງທຳອິດ ຫວຽດນາມ ນອນໃນ Top 20 ປະເທດ ນຳໜ້າທົ່ວໂລກ ກ່ຽວກັບ ການດຶງດູດ FDI.ເຂດເສດຖະກິດ ເອກະຊົນ ບັນລຸໄດ້ ບັນດາບາດກ້າວ ພັດທະນາ ທີ່ໜ້າປະທັບໃຈ, ປະກອບສ່ວນເກືອບ 45% ເຂົ້າ GDP ຫວຽດນາມ, 1/3 ລາຍຮັບ ງົບປະມານ ແຫ່ງລັດ, ສ້າງວຽກເຮັດ ງານທຳ ໃຫ້ແກ່ 85% ແຮງງານ ທົ່ວປະເທດ. ປັດຈຸບັນ, ຫວຽດນາມ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 34 ໂລກ, ຕາມບົດລາຍງານຕີລາຄາແງ່ຫວັງເສດຖະກິດໂລກປະຈຳປີ ຄັ້ງທີ 34 ໂດຍສູນ ໃຫ້ຄຳປຶກສາ CEBR (ອັງກິດ) ຫາກໍ່ປະກາດ. ຄາດວ່າ ຮອດປີ 2033, ຫວຽດນາມ ອາດຈະບັນລຸ ລະດັບ 24 ໃນບັນຊີລາຍຊື່. ບັນດາ ຜົນສຳເລັດ ດ້ານເສດຖະກິດ ເຊິ່ງ ສສ ຫວຽດນາມ ບັນລຸໄດ້ ໃນໄລຍະກ່ວາ 10 ປີຜ່ານມາ ຍ້ອນມີຫລາຍສາຍເຫດ, ແຕ່ສຳຄັນທີ່ສຸດ ແມ່ນການຊີ້ນຳ ນຳພາຢ່າງຖືກຕ້ອງ ຂອງຄະນະບໍລິຫານງານ ສູນກາງພັກ, ກົມການເມືອງ, ຄະນະເລຂາ ໃນນັ້ນ ມີບົດບາດ ສ່ວນຕົວ ຂອງທ່ານເລຂາທິການໃຫຍ່ ຫງວຽນ ຝູຈ້ອງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments