Friday, September 20, 2024
Homeຂ່າວດ່ວນເກມພະນັນອອຍລາຍ ຜິດກົດໝາຍ ພ້ອມກັນຕ້ານ

ເກມພະນັນອອຍລາຍ ຜິດກົດໝາຍ ພ້ອມກັນຕ້ານ

ການພະນັນອອນລາຍ ຫລື ເກມອອນລາຍ ແມ່ນການຫລິ້ນເກມໃນຮູບແບບການສ່ຽງໂຊກທາງອອນລາຍ ກຳລັງມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນໃນທົ່ວໂລກ ແລະ ມີຫລາຍປະເທດໄດ້ຫັນມາຄຸ້ມຄອງ ແລະ ຄວບຄຸມບັນຫາດັ່ງກ່າວຢ່າງເປັນລະບົບ, ຮອດປັດຈຸບັນນີ້ການພະນັນອອນລາຍຢູ່ປະເທດເຮົາ ຍັງສືບຕໍ່ເຄື່ອນໄຫວຢ່າງເສລີ ແລະ ມີແຫລ່ງເງິນຕາເຂົ້າ-ອອກປະເທດ ໂດຍບ່ໍໄດ້ຮັບການຄຸ້ມຄອງເປັນຈຳນວນຫລາຍ ຜູ້ໄດ້ລາຍຮັບແມ່ນບຸກຄົນ, ນິຕິບຸກຄົນທີ່ບໍລິການບໍ່ຖຶກກົດໝາຍ ແລະ ລະບຽບການ ພາໃຫ້ລັດເສຍຜົນປະໂຫຍດເປັນຈໍານວນຫລວງຫລາຍໃນແຕ່ລະປີ ຊຶ່ງມັນໄດ້ກໍ່ໃຫ້ ເກີດມີປະກົດການຫຍໍ້ທໍ້ຫລາຍດ້ານ ເຊັ່ນ: ມີການຕົວະຍົວະ, ຫລອກລວງ, ການສໍ້ໂກງ, ມີຂະບວນການ ຟອກເງິນ, ຄ້າໂສເພນີ, ແຮງງານ ເຖື່ອນ, ການກໍ່ອາຊະຍາກຳທາງອິນເຕີເນັດ ແລະ ອື່ນໆ ທີ່ເປັນໄພມິດໃຫ້ແກ່ສັງຄົມ.

ສະນັ້ນ, ເພື່ອເປັນການສະກັດກັ້ນ, ແກ້ໄຂ ແລະ ຕ້ານການກໍ່ອາຊະຍາກຳໃນທຸກຮູບແບບ ເປັນຕົ້ນແມ່ນການພະນັນອອນລາຍ ຫລື ເກມອອນລາຍ ທີ່ບໍ່ຖືກຕ້ອງຢູ່ ສປປ ລາວ ທຸກພາກສ່ວນໃນສັງຄົມ ນັບແຕ່ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແຂວງ, ນະຄອນຫລວງ, ເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ວິສາຫະກິດກາຊີໂນ, ອົງການຈັດຕັ້ງສັງຄົມ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ, ນິຕິບຸກຄົນພາກລັດເອກະຊົນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຕ້ອງເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂເກມອອນລາຍ ຫລື ການພະນັນອອນລາຍດ້ວຍການຕິດຕາມກວດກາ, ສຶກສາອົບຮົມ, ກ່າວເຕືອນ ແລະ ແຈ້ງຂໍ້ມູນໃຫ້ແກ່ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ເພື່ອແກ້ໄຂຕາມລະບຽບການ.

ພ້ອມດຽວກັນຕ້ອງເຂັ້ມງວດຈັດຕັ້ງປະຕິບັດຂໍ້ຕົກ ລົງວ່າດ້ວຍການຄຸ້ມຄອງເກມອອນລາຍ ສະບັບເລກທີ 948/ປກສ, ລົງວັນທີ 03 ພຶດສະພາ 2023  ທີ່ໄດ້ລະບຸໄວ້ວ່າ: ໃຫ້ບັນດາເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ວິສາຫະກິດກາຊີໂນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ, ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ (ການບໍລິການອິນເຕີເນັດຄາເຟ, ຜູ້ບໍລິການເກມທຸກປະເພດ, ສະໂມສອນເກມໄຟຟ້າ, ຜູ້ເປີດບໍລິການໂອນ-ຖອນເງິນໄວ ແລະ ອື່ນໆ ທີ່ ເຮັດບໍລິການການສ່ຽງໂຊກຜ່ານອິນເຕີເນັດ) ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີການໃຫ້ບໍລິການເກມອອນລາຍ ຫລື ການພະນັນອອນລາຍ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃຫ້ໂຈະຢຸດເຊົາການໃຫ້ບໍລິການເກມອອນ ລາຍທີ່ເປັນການພະນັນແອບແຝງທຸກຮູບແບບຢ່າງເຂັ້ມງວດ. ສໍາລັບເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ວິສາຫະກິດກາຊີໂນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ, ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ ທີ່ໄດ້ດຳເນີນກິດຈະການ ໃນປັດຈຸບັນຕ້ອງໄດ້ໃຫ້ການຮ່ວມມື ແລະ ຂໍອະນຸຍາດດຳເນີນກິດຈະການເກມອອນລາຍນໍາອົງການຄຸ້ມຄອງເກມອອນລາຍຕາມລະບຽບການ ໂດຍຜ່ານສໍານັກງານບໍລິສັດບໍລິຫານຈັດການໄຊເບີລາວ ຈຳກັດ; ຫ້າມບຸກຄົນ, ນິຕິບຸກຄົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ໃນດິນແດນ ສປປ ລາວ ເຂົ້າໃຊ້ບໍລິການເກມອອນລາຍ ຫລື ການພະນັນອອນລາຍໃນທຸກຊ່ອງທາງ, ທຸກຮູບແບບຢ່າງເດັດຂາດ.

ການຈັດຕັ້ງປະຕິບັດມາດຕະ ການທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ ຈະມີຜົນສັກສິດກໍຕໍ່ເມື່ອບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ້ອງເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທ່ີກ່ຽວຂ້ອງ ໃນການຕິດຕາມກວດກາ, ສຶກສາອົບຮົມ, ກ່າວເຕືອນ, ສະກັດກັ້ນ ແລະ ແກ້ໄຂຕໍ່ກັບບຸກຄົນ, ນິຕິບຸກຄົນ ແລະ ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທີ່ມີການໃຫ້ບໍລິການເກມອອນລາຍ ຫລື ການພະນັນອອນລາຍ ທີ່ຍັງມີການລະເມີດໃຫ້ນໍາໃຊ້ມາດຕະການທາງດ້ານກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

ໂດຍ: ໄໝຄຳ ຍ້ອມສິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments