Friday, September 20, 2024
Homeຂ່າວໜ້າໜຶ່ງທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ມານດິບ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ມານດິບ

ໃນຕອນເຊົ້າວັນທີ 15 ກໍລະກົດ 2024, ຢູ່ສໍານັກງານປະ ທານາທິບໍດີ ນະຄອນຫຼວງມາເລ, ສາທາລະນະລັດ ມານດີບ, ທ່ານ ບຸນມີ ວັນມະນີ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ໂມຮາເມັດ ມູອິສຊູ / H.E.Dr. Muhamed Muizzu, ປະທານາທິ ບໍດີ ແຫ່ງ ສາທາລະນະລັດ ມານດີບ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ມານດິບ, ຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີ, ປະເທດ ອິນ ເດຍ.

ໃນໂອກາດດັ່ງກ່າວ, ພະນະທ່ານ ໂມຮາເນັດ ມູອິສຊູ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນມີ ວັນມະນີ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳສາທາລະນະລັດ ມານດີບ ແລະ ເຊື່ອຫມັ້ນວ່າ ທ່ານທູດ ຈະຊ່ວຍເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໄດ້ຮັບການສືບຕໍ່ເສີມຂະຫຍາຍຍິ່ງໆຂຶ້ນໃນອະນາຄົດ. ພ້ອມດຽວກັນນັ້ນ, ພະນະທ່ານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະ ຖືໂອ ກາດດັ່ງກ່າວ ນຳເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິ ບໍດີ ໂມຮາເນັດ ມູອິສຊູ ແລະ ຜ່ານພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ມານດີບ.

ນອກຈາກນັ້ນ, ທ່ານ ເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານປະທານາທິບໍດີ ສາທາລະນະ ລັດ ມານດິບ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ພະນະທ່ານນສະດວກ. ທ່ານປະທານາທິບໍດີ ແລະ ທ່ານເອກອັກຄະລັດຖະທູດ ໄດ້ພ້ອມກັນຕີລາຄາສູງ ເຖິງການພົວພັນ ອັນດີງາມ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ມານດີບ ນັບແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 2012 ເປັນ ຕົ້ນມາ. ໃນຂະນະດຽວກັນ, ທ່ານທູດ ໄດ້ອວຍພອນໄຊໃຫ້ ພະນະທ່ານປະທາ ນາທິບໍດີ ໂມຮາເນັດ ມູອິສຊູ ພ້ອມດ້ວຍຄອບຄົວ ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງ ພະນະທ່ານ.

ພິທີຍື່ນສານ ໄດ້ດຳເດີນໄປດ້ວຍບັນຍາກາດທີ່ດີ ແລະ ສົມ ກຽດ. ພາຍຫຼັງສໍາເລັດການຍື່ນສານຕາຕັ້ງ, ທ່ານເອກອັກຄະ ລັດຖະທູດ ຍັງໄດ້ເຂົ້າຢ້ຽມຂຳນັບ ທ່ານ Moosa Zameer, ລັດຖະມົນຕີກະຊວງການຕ່າງປະເທດ ມານດີບ ເພື່ອແນະນຳຕົວ ແລະ ແລກປ່ຽນຄຳຄິດເຫັນເຖິງການສົ່ງເສີມການພົວພັນ ແລະ ທ່າແຮງໃນການຮ່ວມມືສອງຝ່າຍ ລາວ-ມາດີບ ໃນອານາຄົດ ໂດຍສະເພາະຂະແຫນງການທ່ອງທ່ຽວ ທີ່ມານດີບ ມີປະສົບການສູງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments