Thursday, September 19, 2024
Homeຂ່າວຕ່າງປະເທດທ່ານນາງ ເອີຊູລາ ວອນ ເດີ ເລເຢນ ໄດ້ຮັບການເລືອກຕັ້ງເປັນປະທານຄະນະກຳມະການເອີຣົບ ສະໄໝທີ 2

ທ່ານນາງ ເອີຊູລາ ວອນ ເດີ ເລເຢນ ໄດ້ຮັບການເລືອກຕັ້ງເປັນປະທານຄະນະກຳມະການເອີຣົບ ສະໄໝທີ 2

ຂ່າວສານຫວຽດນາມລາຍງານວ່າ: ໃນທ້າຍອາທິດຜ່ານມາ, ບັນດາສະມາຊິກລັດຖະສະພາສະຫະພາບເອີຣົບ (ອີຢູ) ໄດ້ລົງຄະແນນສຽງເລືອກຕັ້ງທ່ານນາງ ເອີຊູລາ ວອນ ເດີ ເລເຢນສືບຕໍ່ດຳລົງຕຳແໜ່ງປະທານຄະນະກຳມະການເອີຣົບ (EC) ຕື່ມອີກ 5 ປີ.

ຂ່າວລະບຸວ່າ: ລັດຖະສະພາເອີຣົບ ລວມມີສະມາຊິກ 720 ທ່ານ ໄດ້ລົງຄະແນນສຽງຮັບຮອງເອົາການແຕ່ງຕັ້ງທ່ານນາງ ເອີຊູລາ ວອນ ເດີ ເລເຢນ ຄືນໃໝ່ ດ້ວຍຄະແນນສຽງເຫັນດີ 401 ສຽງ, 284 ສຽງຄັດຄ້ານ ແລະ ງົດອອກສຽງ 15 ສຽງ.

ໃນວາລະໃໝ່ນີ້, ໜຶ່ງໃນບັນດາພາລະກິດທຳອິດຂອງປະທານ EC ແມ່ນຄັດເລືອກເອົາຄະນະກຳມະການຂອງເອີຣົບ ເພື່ອວາງແຜນນະໂຍບາຍໃໝ່ໃຫ້ EU. ທ່ານນາງ ເອີຊູລາ ວອນ ເດີ ເລເຢນ ກ່າວວ່າ:ຈະສ້າງຕຳແໜ່ງກຳມະການຄົນໃໝ່ເພື່ອຮັບມືກັບວິກິດການທີ່ຢູ່ອາໄສຂອງ EU, ສ້າງຄວາມເຂັ້ມແຂງໃຫ້ອົງການເຂດຊາຍແດນ Frontex, ເພີ່ມທະວີການປ້ອງກັນຊາຍແດນ 3 ເທົ່າ ແລະ ຕ້ານຂ່າວບໍ່ຈິງ.

ສິ່ງທ້າທາຍອື່ນໆໃນສະໄໝໃໝ່ຂອງທ່ານນາງ ເອີຊູລາ ວອນ ເດີ ເລເຢນ ແມ່ນຄວາມຂັດແຍ່ງທີ່ນາບຂູ່ຈະແຜ່ລາມອອກໄປໃນຕາເວັນອອກກາງ, ເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ EU ແລະ ຈີນ ເພີ່ມຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments