Friday, October 18, 2024
HomeUncategorizedຮັບ​ຮູ້​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ຂອງ​ຈີນ​ໃນ​ຍຸກ​ໃໝ່

ຮັບ​ຮູ້​ນະ​ໂຍ​ບາຍ​ການ​ປະ​ຕິ​ຮູບ​ຂອງ​ຈີນ​ໃນ​ຍຸກ​ໃໝ່

ການ​ປະ​ຕິ​ຮູບ ​ແລະ​ ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ນະ​ໂຍ​ບາຍ​ພື້ນ​ຖານ​ແຫ່ງ​ຊາດ​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​. ນະ​ໂຍ​ບາຍ​ນີ້​ແມ່ນ​ໄດ້ສະ​ເໜີ​ອອກ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ XI ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ສະຫາຍ ເຕີ້ງ​ສ້ຽວ​ຜິງ ​ເມື່ອ​ປີ 1978 ແລະ ​ໄດ້​ຮັບ​ການ​ລົງ​ເລິກ​ຢ່າງ​ຮອບ​ດ້ານ​ຈາກ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XVIII ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ສະຫາຍ ສີ​ຈິ້ນ​ຜິງ​ ເມື່ອ​ປີ 2013. ເນື່ອງ​ໃນ​ໂອ​ກາດ​ທີ່ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມ ມູນິດຈີນ ສະໄໝທີ 20 ຈັດຂຶ້ນລະຫວ່າງວັນທີ 15 ຫາ 18 ກໍລະກົດ 2024 ຢູ່ນະຄອນ ຫລວງປັກກິ່ງປະເທດຈີນ, ພວກເຮົາຈະ​ນຳ​ສະ​ເໜີ​ໃຫ້​ທ່ານ​ຮັບ​ຮູ້ ​ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່. ໂດຍ ມື້ນີ້ສະເໜີຕອນທີ 4ທີ່ເວົ້າເຖິງຄວາມກວມລວມຮອບດ້ານ

​ນະຄອນໄຫໂຂ້ວ ແຂວງໄຫຫລໍາ ຕັ້ງຢູ່ແຄມຝັ່ງທະເລ, ເປັນເມືອງທີ່ເຕັມໄປດ້ວຍຕົ້ນພ້າວ, ມີຄື້ນທະເລພັດເຂົ້າຝັ່ງເປັນໄລຍະ, ໜ້ານໍ້າທະເລເຕັມໄປດ້ວຍກຸ່ມເຮືອ ແລະ ກຳປັ່ນຈຳນວນນັບພັນລຳແຂ່ງຂັນກັນອອກເດີນທາງ…ເມື່ອເດືອນ​ເມ​ສາ​ ປີ 2018 ໄດ້ມີພິ​ທີ​ສະ​ເຫລີມ​ສະຫລອງ​ການ​ສ້າງ​ຕັ້ງ​ແຂວງ​ໄຫຫລໍາ ​ແລະ ​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຄົບ​ຮອບ 30. ໃນ​ໂອ​ກາດ​ດັ່ງ​ກ່າວ, ສະຫາຍ ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​, ປະ​ທານ​ປະ​ເທດ​ຈີນ​ ໄດ້​ກ່າວ​​ຢ່າງ​ໜັກ​ແໜ້ນ​ວ່າ: “ສູນ​ກາງ​ພັກ​ຕົກ​ລົງ​ສະ​ໜັບ​ສະ​ໜູນ​ທົ່ວ​ເກາະ​ໄຫຫລໍາ​ ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ, ສະ​ໜັບ​ສະ​ໜູນ​ການ​ຄົ້ນ​ຄວ້າ​ເທື່ອ​ລະ​ກ້າວ ​ແລະ​ ຊຸກ​ຍູ້​ການ​ສ້າງ​ທ່າ​ການ​ຄ້າ​ເສ​ລີ ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ໜັກ​ແໜ້ນ​, ສ້າງ​ລະ​ບົບ​ນະ​ໂຍ​ບາຍ​ ແລະ​ ລະ​ບຽບ​ການ​ທ່າ​ການ​ຄ້າ​ເສ​ລີ​ ໂດຍ​ແບ່ງ​ເປັນ​ຫລາຍ​ບາດ​ກ້າວ​ ແລະ ຫລາຍ​ໄລ​ຍະ”.ຈາກ​ນີ້, ແຂວງ​ໄຫຫລໍາ ​ທີ່​ສ້າງ​ຕັ້ງ​ມາ​ເປັນ​ເວ​ລາ 30 ປີ ໄດ້​ກາຍ​ເປັນ​ຕົວ​ແບບ​ອັນ​ໃໝ່​ ແຫ່ງ​ການປະ​ສົມ​ປະ​ສານ​ການ​ປະ​ຕິ​ຮູບ​ເຂົ້າ​ໃນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ.

ການ​ເປີດ​ປະ​ຕູ​ສູ່​ພາຍນອກ ​ແລະ​ ການ​ປະ​ຕິ​ຮູບ​ເວ​ລາ​ໃດ​ກໍ​ຄຽງ​ຄູ່​ກັນ ​ແລະ​ ຊ່ວຍ​ຊູ​ຍູ້​ສະໜັບສະໜູນ​ກັນ. ສະຫາຍ ​ສີ​ຈິ້ນ​ຜິງ​ ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງວ່າ:“ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ ການ​ພັດ​ທະ​ນາ​ດ້ວຍ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ ເປັນ​ເຄັດ​ລັບ​ອັນ​ສຳ​ຄັນ ​​ທີ່​ເຮັດ​ໃຫ້​ການ​ພັດ​ທະ​ນາ​ຂອງ​ຈີນ​ ໄດ້​ຮັບ​ຜົນ​ສຳ​ເລັດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.”ເພິ່ນ​ໄດ້​ເນັ້ນ​ໜັກ​ຢູ່​​ເລື້ອຍໆວ່າ: “​ການ​ເປີດ​ປະ​ຕູພາ​ໃຫ້​ມີ​ຄວາມ​ກ້າວ​ໜ້າ, ການ​ປິດ​ປະ​ຕູ​ຍ່ອມມຈະຫລ້າ​ຫລັງ​ແນ່ນອນ”

ໃນ​ຖາ​ນະ​ເປັນ​ອະ​ລິ​ຍະ​ທຳ​ທີ່​ຂະ​ຫຍາຍ​ຕົວ​ດ້ວຍ​ຮູບ​ຖານ​ປະ​ເທດ​​ມາ​ເຖິງ​ປັດ​ຈຸ​ບັນ​ພຽງ​ໜຶ່ງ​ດຽວ​ຢູ່​ໃນ​ໂລກ, ອະ​ລິ​ຍະ​ທຳ​ຈີນ​ໄດ້​ກວມ​ລວມ​ຮັບ​ເອົາ​ສິ່ງ​ທີ່​ດີ​ທຸກ​ຢ່າງ​ ຈາກ​ອະ​ລິ​ຍະ​ທຳ​ຕ່າງໆ​ຢູ່​ໃນ​ໂລກ ເຊິ່​ງ​ເປັນ​ສາ​ເຫດ​ສຳ​ຄັນ​ອັນ​ໜຶ່ງ​ ທີ່​ເຮັດ​ໃຫ້​ອະ​ລິ​ຍະ​ທຳ​ຈີນ​ສາ​ມາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ.  ສະຫາຍ ​ສີ​ຈິ້ນ​ຜິງ​ ເຄີຍ​ໄດ້​ຊີ້​ແຈງ​ເຖິງ​ລັກ​ສະ​ນະ​ເປີດກວ້າງ ​ແລະ​ ກວມ​ລວມແບບ​ນີ້​ຂອງ​ອະ​ລິ​ຍະ​ທຳ​ຈີນ ​ຄື:“ອະ​ລິ​ຍະ​ທຳ​ຈີນ​ແມ່ນ​ໄດ້​ຈໍ່​ຕົວ​ໃຫ້​ເປັນ​ລະ​ບົບ​ເປີດກວ້າງ​ ຜ່ານ​ຈາກ​ການ​ແລກ​ປ່ຽນ ​ແລະ​ ຖອດ​ຖອນ​ບົດ​ຮຽນ​ ເຊິ່ງ​ກັນ ​ແລະ ​ກັນ​ກັບ​ອະ​ລິ​ຍະ​ທຳ​ອື່ນໆ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈາກ​ສາ​ສະ​ໜາ​ພຸດ​ຖືກ​ເຜີຍ​ແຜ່ ​ສູ່​​ປະ​ເທດຕາ​ເວັນ​ອອກ, ການ​ແລກ​ປ່ຽນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງ​ສາ​ສະ​ໜາ​ອິດ​ສະ​ລາມ​ ແລະ​ ປັດ​ຊະ​ຍາ​ຂົງ​ຈື້​ ໃນ​ສະ​ໄໝ​ບູ​ຮານ, ຈົນ​ຮອດ “ແນວ​ຄິດ​ວິ​ຊາ​ການ​ປະ​ເທດ​ຕາ​ເວັນ​ຕົກ​ເຜີຍ​ແຜ່​ສູ່​ຈີນ”, ຂະ​ບວນ​ການ​ວັດ​ທະ​ນະ​ທຳ​ໃໝ່, ລັດ​ທິ​ມາກ ​ແລະ ​ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ເຜີຍ​ແຜ່​ເຂົ້າ​ສູ່​ຈີນ ໃນ​ສະ​ໄໝ​ໃໝ່​ນັບ​ແຕ່​ປີ 1840 ເປັນ​ຕົ້ນ​ມາ, ຕະ​ຫລອດ​ຮອດ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ​ ນັບ​ຕັ້ງ​ແຕ່​ດຳ​ເນີນ​ການ​ປະ​ຕິ​ຮູບ ​ແລ​ະ​ ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ, ອະ​ລິ​ຍະ​ທຳ​ຈີນ​ໄດ້​ຜ່ານ​ຈາກ​ກວມ​ລວມ ​ແລະ ​ຮັບ​ເອົາ​ສິ່ງ​ທີ່​ດີ​ທຸກ​ຢ່າງ​ຈາກ​ອະ​ລິ​ຍະ​ທຳ​ອື່ນໆ​​ ໂດຍ​ສາ​ມາດ​ຂະ​ຫຍາຍ​ຕົວໃຫ້​ອຸ​ດົມ​ສົມ​ບູນ ​ແລະ ​ມີ​ຄຸນ​ຄ່າ​ຫລາຍ​ຍິ່ງ​ຂຶ້ນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

“​ຄວາມກວມ​ລວມ​ຮອບດ້ານ” ເປັນ​ສະ​ຕິ​ປັນ​ຍາ​ຈີນ​ຢ່າງ​ໜຶ່ງ​ທີ່​ສອດ​ຫ້ອຍເຂົ້າ​ໃນ​​ຂະ​ບວນ​ການ​ປະ​ຫວັດ​ສາດ​ ແຕ່​ສະ​ໄໝ​ບູ​ຮານ​ຈົນ​ມາ​ເຖິງ​ປັດ​ຈຸ​ບັນ. ບົດ​ຄວາມບົດ​ໜຶ່ງທີ່​ປະ​ພັນ​ໂດຍ ທ່ຫານຢ​ວີ້ ນັກ​ວັນ​ນະ​ຄະ​ດີ​ສະ​ໄໝ​ລາ​ຊະ​ວົງ​ຖັງ ​ເມື່ອ 1.000 ກວ່າ​ປີ​ກ່ອນ ໄດ້​ລະ​ບຸ​ວ່າ: “​ນາຍ​ໝໍ​ຜູ້​ເກັ່ງ ​ແລະ​ ສະຫລາດຈະ​ຮູ້​ເກັບ​ຮັກ​ສາ​ສິ່ງ​ຕ່າງໆ​ໄວ້ ​ເພື່ອ​ນຳ​ໃຊ້​ໃນ​ເວ​ລາ​ທີ່​​ມີ​ຄວາມຕ້ອງ​ການ.” ສະ​ຕິ​ປັນ​ຍາ​ອັນ​ເກົ່າ​ແກ່​ແບບ​ນີ້​ໄດ້​ພາ​ໃຫ້​ຄົນ​ຈີນ ​ມີ​ຈິດ​ໃຈ​ເປີດກວ້າງ. ຈາກ​ການ​ປະ​ຕິ​ຮູບ ​ແລະ ​ເປີດ​ປະ​ຕູ​ສູ່​ພາຍນອກ ​ທີ່​ເລີ່ມ​ປະ​ຕິ​ບັດ ເມື່ອ​ປີ 1978 ຈົນ​ຮອດ ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຢ່າງ​ຮອບ​ດ້ານ​ຂອງ​ຈີນ​ ໃນ​ຍຸກ​ໃໝ່ ເຊິ່ງ​ລ້ວນ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ແຮງ​ອັນ​ຍິ່ງ​ໃຫຍ່ ​ແຫ່ງ​ການ​ປະ​ຕິ​ບັດ​ຕົວ​ຈິງ​ແບບກວມ​ລວມ​ຮອບດ້ານ ​​ດ້ວຍ​ຈິດ​ໃຈ​ເປີດກວ້າງ. ຊາວ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະຫາຍ ​ເຕີ້ງ​ສ້ຽວ​ຜິງ ​ເປັນ​ຕົວ​ແທນ​ໄດ້​ຫັນ​ເອົາ​ຈິດ​ໃຈ ​ເປີດກວ້າງ​ໃຫ້​ເປັນ ທິດ​ສະ​ດີ​ບໍ​ລິ​ຫານ​ປະ​ເທດ​ຄື “ເປີດ​ປະ​ຕູ​ສູ່​ພາຍນອກ” ພ້ອມ​ທັງ​ກຳ​ນົດ​ໃຫ້​ເປັນ​ນະ​ໂຍ​ບາຍ ​ພື້ນ​ຖານ​ແຫ່ງ​ຊາດ​ ຂອງ​ຈີນ. ຜ່ານ​ຈາກ​ການ​ປະ​ຕິ​ບັດ​ຕົວ​ຈິງ​ມາ​ເປັນ​ເວ​ລາ 30 ກວ່າ​ປີ, ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ.

ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ, ​ສະຫາຍ ສີ​ຈິ້ນ​ຜິງ​ ໄດ້​ຍຶດ​ໝັ້ນຈິດ​ໃຈ​ເປີດກວ້າງ​ແບບກວມ​ລວມ​ຮອບ​ທຸກ​ສິ່ງ ໂດຍ​ໄດ້​ສະ​ເໜີ​ແນວ​ຄິດ​ປະ​ດິດ​ສ້າງ​ຄື “ການ​ພັດ​ທະ​ນາ​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ”. ເພິ່ນ​ຊີ້​ໃຫ້​ເຫັນ​ວ່າ: “ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ ​ແມ່ນ​ເປັນ​ແບບ​ຮອບ​ດ້ານ ​ແລະ ​ກວມ​ທຸກ​ຂົງ​ເຂດ, ຕ້ອງ​ຊຸກ​ຍູ້​​ການ​ສ້າງ​ໃຫ້​ເປັນ​ສະ​ພາບ​ການ​ໃໝ່​​ ແຫ່ງ​ການ​ເປີດ​ປ​ະ​ຕູ​ສູູ່​ພາຍນອກ​ຢ່າງ​ຮອບ​ດ້ານ” ເຊິ່ງສະ​ພາບ​ການ​ໃໝ່​ແບບ​ນີ້​ທີ່​ເພິ່ນ​ນຳ​ພາ​ສ້າງ​ຕັ້ງ​ຂຶ້ນ​ນັ້ນ​ ມີ​ເນື້ອ​ໃນ​ອັນ​ອຸ​ດົມ​ສົມ​ບູນ​ທີ່​ສຸດ ເຊິ່ງບໍ່​ພຽງ​ແຕ່ກວມ​ເຖິງ​ການ​ປັບ​ປຸງ ແຜນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ເຂດ​ແຄວ້ນ​, ແຜນ​ການ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ ແລະ​ ແຜນ​ການ​ລົງ​ທຶນ​ ໃຫ້​ສົມ​ບູນ​ຂຶ້ນ​ ເພື່ອ​ສ້າງ​ໃຫ້​ເປັນ​ໂຄງ​ປະ​ກອບ​ໃໝ່​​​ ດ້ານ​ການ​ເປີດ​ປ​ະ​ຕູ​ສູ່​ພາຍນອກ​ເທົ່າ​ນັ້ນ, ຍັງ​ກວມ​ເຖິງ​ການ​ປະ​ດິດ​ສ້າງ​ຮູບ​ແບບ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ປັບ​ປຸງ​ແຜນ​​​ການໃຫ້​ມີ​ປະ​ສິດ​ທິ​ຜົນ​ດີ​ຂຶ້ນ, ຍົກ​ສູງ​ຄຸນ​ນະ​ພາບ, ​ນຳ​ພາ​ການ​ປະ​ດິດ​ສ້າງ, ຊຸກ​ຍູ້​ການ​ປະ​ຕິ​ຮູບ ​ແລະ​ການ​ພັດ​ທະ​ນາ​ດ້ວຍການ​ເປີດກວ້າງ​ ການ​ເປີດ​ປະ​ຕູ​ສູ່​ພາຍນອກ.

ການ​ສ້າງ​ໂຄງ​ປະ​ກອບ​ໃໝ່​ຂອງ​ເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນພຶດ​ຕິ​ກຳ​ຕົວ​ຈິງ ​ທີ່​ມີ​ລັກ​ສະ​ນະ​ປະ​ດິດ​ສ້າງ​ຂອງ​ການ​ປະ​ຕິ​ບັດ​ແນວ​ຄິດ​ສີ​ຈິ້ນ​ຜິງ​ ກ່ຽວ​ກັບ“ການ​ພັດ​ທະ​ນາ​ແບບ​ເປີດ​ປະ​ຕູ​​ສູ່​ພາຍນອກ” ​ໄດ້​ສຸມ​ໃສ່​ທັບ​ມ້າງ​ອຸ​ປະ​ສັກ​ດ້ານ​ໂຄງ​ປະ​ກອບ​ ແລະ​ກົນ​ໄກ, ຜ່ານ​ຈາກ​ການ​ເລັ່ງ​ກໍ່​ສ້າງ​ຈຸດ​ສູງ​ແຫ່ງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕ່າງໆ​ເຊັ່ນ: ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ, ທ່າ​ການ​ຄ້າ​ເສ​ລີ​ເປັນ​ຕົ້ນ, ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ດ້ານ​ລະ​ບົບ​ລະ​ບຽບ​ການ. ນັບ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ຈີນ​ໄດ້​ສ້າງ​ຕັ້ງ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ ຈຳ​ນວນ 22 ແຫ່ງ​ ໂດຍ​ແບ່ງ​ເປັນ6ຊຸດ ເຊິ່ງ​ໄດ້​ກາຍ​ເປັນ​ສະ​ພາບ​ການ​ປະ​ດິດ​ສ້າງ​ ດ້ານ​ການ​ປະ​ຕິ​ຮູບ   ​ແລະ ​ເປີດ​ປະ​​ຕູ​ສູ່​ພາຍ ນອກ​ທີ່​ປົກ​ຄຸມ​ທົ່ວ​ປະ​ເທດ, ປະ​ສານ​ສົມ​ທົບ​ກັນ​ຊຸກ​ຍູ້ເຂດ​ແຄມ​ຝັ່ງ​ທະ​ເລ, ເຂດ​ໃນ ແລະ​ ເຂດ​ຊາຍ​ແດນ​ໃຫ້​​ພັດ​ທະ​ນາ​ໄປ​ຄຽງ​ຄູ່​ກັນ.

(ເຂດຫລິນກາງເຂດທົດລອງການຄ້າເສລີຊຽງໄຮ້ທີ່ມີການປ່ຽນແປງສູ່ໂສມໜ້າໃໝ່ໃນທຸກມື້ມີຕຶກສູງສຽດຟ້າເກີດຂຶ້ນໃໝ່ນັບມື້ນັບຫລາຍ, ເປັນເມືອງທີ່ພວມເລັ່ງພັດທະນາໃຫ້ຫຍັບເຂົ້າໃກ້ຄໍາວ່າຕົວເມືອງທັນສະໄໝແຫ່ງຍຸກອະນາຄົດ)

ການ​ສ້າງ​ໂຄງ​ປະ​ກອບໃໝ່ຂອງເສດ​ຖະ​ກິດ​​​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ ມີ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ ຄື: ເປັນ​ການ​ເປີດກວ້າງ​ດ້ານ​ລະ​ບຽບ​ການ ເຊັ່ນ ຫລັກ​ການ, ກົດ​ລະ​ບຽບ, ການ​ຄຸ້ມ​ຄອງ​ແລະ​ມາດ​ຕະ​ຖານເປັນ​ຕົ້ນ. ໃນ 10 ກວ່າ​ປີ​​ຜ່ານມາ​ນີ້, ພາຍ​ໃ​ຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ ສະຫາຍ ​ສີ​ຈິ້ນ​ຜິງ, ຈີນ​ໄດ້​ປັບ​ປຸງ​ກົດ​ໝາຍ​ກ່ຽວ​ກັບ​ການ​ຄ້າ​ຕໍ່​ຕ່າງ​ປະ​ເທດ​ ແລະ​ ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃຫ້​ສົມ​ບູນ​ຂຶ້ນຢ່າງບໍ່​ຢຸດ​ຢັ້ງ, ໄດ້​ຜ່ານ​ການ​ສ້າງ​ກົດ​ໝາຍ​ແນໃສ່​ເພີ່ມ​ທະ​ວີ​ການ​ສົ່ງ​ເສີມ ແລະ​ ການ​ປົກ​ປັກ​ຮັກ​ສາ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ເພື່ອ​ຮັດ​ແໜ້ນ​ພື້ນ​ຖານ​​ການ​ປົກ​ຄອງ ​ຕາມ​ກົດ​ໝາຍ​ຂອງ​ການເປີດ​ປະ​ຕູ​ສູ່​ພາຍນອກ​ ໃນ​ລະ​ດັບ​ສູງ​ຢ່​າງບໍ່​ຢຸດ​ຢັ້ງ.

ການປັບ​ປຸງ​​ໂຄງ​ປະ​ກອບ​ໃໝ່​ຂອງ​​ເສດ​ຖະ​ກິດແບບ​​ເປີ​ດ​ປະ​ຕູ​ສູ່​ພາຍນອກຂອງ​ຈີນ ​ໃຫ້​ສົມ​ບູນ​ຢ່າງບໍ່​ຢຸດ​ຢັ້ງ ບໍ່​ພຽງ​ແຕ່​ໄດ້​ຍົກ​ສູງ​ລະ​ດັບ​​ການ​ສ້າງ​ລະ​ບຽບ​ການ ​ແລະ ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ ​ດ້ານ​ການ​ເປີດ​ປະ​ຕູ​ສູ່​ພາຍນອກເທົ່າ​ນັ້ນ, ຍັງ​ໄດ້​ຊຸກ​ຍູ້​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ຕະຫລາດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ລະ​ດັບ​ສູງ​ຢ່າງ​ແຂງ​ແຮງນຳ​ອີກ ເຊິ່ງ​ໄດ້​ສ້າງ​​ຊ່ອງ​ທາງ​ການ​ພັດ​ທະ​ນາ​ທີ່​ກວ້າງ​ຂວາງກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ຈີນ ແລະ ສ້າງ​ໂອ​ກາດ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ທົ່ວ​ໂລກ.

ຈາກ “ດອກ​ໄມ້​​ບານພຽງ​ຊະ​ນິດ​ດຽວ” ຮອດ“ດອກ​ໄມ້​ນາ​ນາ​ຊະ​ນິດເບັ່ງ​ບານ​ພ້ອມ​ກັນ​ເຕັມ​ສວນ”: ​ຈິດ​ໃຈ​ເປີດກວ້າງ​ຂອງ​ສະຫາຍ ​ສີ​ຈິ້ນ​ຜິງ ​ຍັງ​ສະ​ແດງ​ໃຫ້​ເຫັນໃນການ​ນຳ​ພາ​ປະ​ເທດ​ຈີນ​ເປີດ​ປະ​ຕູ​ສູ່​ພາຍນອກ ​ໄປ​ສູ່ການ​ຊຸກ​ຍູ້​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ ​ຮ່ວມ​ກັນ​ເປີດ​ປະ​ຕູ​ສູ່​ພາຍນອກ. ເພິ່ນ​ເວົ້າ​ວ່າ: “ການ​ພັດ​ທະ​ນາ​ຂອງ​ຈີນ​ປັດ​ສະ​ຈາກ​ໂລກບໍ່​ໄດ້, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ​ ກໍ​ຕ້ອງ​ການ​ປະ​ເທດ​ຈີນ​ເຊັ່ນ​ດຽວ​ກັນ.” ເພິ່ນ​ໄດ້​ພັນ​ລະ​ນາ​ດ້ວຍ​ຄຳ​ປຽບ​ທຽບ​ທີ່ມີ​ຊີ​ວິດ​ຊີ​ວາ​ ວ່າ: “ດອກ​ໄມ້​ບານ​ພຽງ​ຊະ​ນິດ​ດຽວບໍ່​ສົມ​ວ່າ​ເປັນ​ລະ​ດູ​ບານ​ໃໝ່, ດອກ​ໄມ້​ນາ​ນາ​ຊະ​ນິ​ດ​ເບັ່ງ​ບານ​ພ້ອມ​ກັນ ຈຶ່ງ​ຈະ​ສ້າງ​ຄວາມ​ສວຍ​ງາມເຕັມ​ສວນ.” ເພິ່ນ​ໃຫ້​ຄຳ​ໝັ້ນ​ສັນ​​ຍາ​ວ່າ: “ຈີນ​ຈະ​ຍຶດ​ໝັ້ນ​ປະ​ຕິ​ບັດຍຸດ​ທະ​ສາດ​ ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນ​ປະ​ໂຫຍດ ​ຢ່າງ​ໝັ້ນ​ຄົງບໍ່​ປ່ຽນ​ແປງ ເພື່ອ​ໃຫ້​ປະ​ເທດ​ຈີນ​ຮັບ​ເອົາ​ແຮງ​ຂັບ​ເຄື່ອນ ​​ການ​ພັດ​ທະ​ນາ​ຈາກ​ໂລກ ແລະ​ໃຫ້​ການ​ພັດ​ທະ​ນາ​ຂອງ​ຈີນ​ ສ້າງ​ຜົນ​ປະ​ໂຫຍດຫລາຍກວ່າ​ເກົ່າ​ໃຫ້​ແກ່​ໂລກ.” ສະຫາຍ ​ສີ​ຈິ້ນ​ຜິງ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ດັ່ງ​ກ່າວ​ ດ້ວຍ​ການ​ກະ​ທຳ​ຕົວ​ຈິງ ຄື: ນັບ​ແຕ່​ປີ 2012 ​ຄື​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ​​ໄດ້​ເຂົ້າ​ສູ່​ຍຸກ​ໃໝ່ເປັນ​ຕົ້ນ​ມາ, ຈີນ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານເສດ​ຖະ​ກິດ​ໂລກ, ຊຸກ​ຍູ້​​ການສ້າງ​​ໃຫ້ເປັນ​ກຳ​ລັງແຮງ​ສັງ​ລວມຂອງ​ໂລກ ​ທີ່​ເປີດ​ກວ້າງພ້ອມ​ກັນ ເປັນ​ຕົ້ນ: ຍຶດ​ໝັ້ນ​ປົກ​ປັກ​ຮັກ​ສາ​ໂຄງ​ປະ​ກອບ​ການ​ຄ້າຫລາຍ​ຝ່າຍ, ຊຸກ​ຍູ້ໃຫ້​ການ​ຄ້າ ​ແລະ​ ການ​ລົງ​ທຶນ​​ຫັນ​ເປັນ​ເສ​ລີ​​ ແລະ​ ມີ​ຄວາມ​ສະ​ດວກຫລາຍ​ຂຶ້ນ, ເດັດ​ດ່ຽວ​ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ​ ແລະ ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ; ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກັບ​ກົນ​ໄກ​ສາ​ກົນ​ ແລະ ກົນ​ໄກຫລາຍ​ຝ່າຍ ເຊັ່ນ: ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ກຸ່ມ G20, ​ອົງ​ການບ​ຣິກ​ສ ແລະ​ ອື່ນໆ, ຍຶດ​ໝັ້ນ​ປົກ​ປັກ​ຮັກ​ສາ​ຖາ​ນະ​ແກນ​ກາງ​ ແລະ​ ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໃນ​ວຽກ​ງານ​ສາ​ກົນ; ລົງ​ເລິກ​ການ​ຮ່ວມ​ມື​ຢູ່​ໃນ​ພາກ​ພື້ນ​ ແລະ​ ອະ​ນຸ​ພາກ​ພື້ນ, ເຂົ້າ​ຮ່ວມ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ ແລະ​ ກົນ​ໄກ​​ການຮ່ວມ​ມື​ພາກ​ພື້ນ​ອື່ນໆ​ ຢ່າງ​ມີ​ລັກ​ສະ​ນະ​ສ້າງ​ສັນ, ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ໃນ​ອະ​ນຸ​ພາກ​ພື້ນ ເປັນ​ຕົ້ນ: ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ ໃຫ້​ພັດ​ທະ​ນາ​ເຂົ້າ​ສູ່​ລວງ​ເລິກ​ ແລະ ​ລວງກວ້າງ​ຢ່າງບໍ່​ຢຸດ​ຢັ້ງ; ເພີ່ມ​ທະ​ວີການ​ຮ່ວມ​ມື​ສາ​ກົນ​ ໃນ​ຂົງ​ເຂດ​ເສດ​ຖະ​ກິ​ດີ​ຈິຕອນ ເຊິ່ງ​ໄດ້​ປ່ຽນ​ແປງ​​ສະ​ພາບ​ການ​ທີ່ປະ​ເທດ​ ພວມ​ພັດ​ທະ​ນາ​ຂາດ​ລັກ​ສະ​ນະ​ຕົວ​ແທນ ​ໃນ​ລະ​ບົບ​ບໍ​ລິ​ຫານ ການ​ເງິນ​ທົ່ວ​ໂລກ​ຢ່າງ​ຊັດເຈັນ.

ນັບ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ, ສະຫາຍ ສີ​ຈິ້ນ​ຜິງ ​ໄດ້ສະ​ເໜີ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໂດຍ​ໄດ້​ເປີດກວ້າງຂົງ​ເຂດ​ທີ່ຈີນ​ ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ເປັ​ນ​ຕົ້ນ: 150 ກວ່າ​ປະ​ເທດ, 30 ກວ່າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກັບ​ຈີນ​ ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ການ​ຮ່ວມ​ມື​ ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”; ໂຄງ​ການ​ໃຫຍ່ທີ່​ເປັນ​ສັນ​ຍະລັກ ແລະ ​ໂຄງ​ການ​​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນທີ່​ລົງ​ທຶນ​ໜ້ອຍ​ແຕ່​ມີ​ປະ​ສິດ​ທິ​ຜົນຫລາຍ ​ໄດ້​ຊ່ວຍ​ເຫລືອ​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກຢ່າງກວ້າງ​ຂວາງ ແລະ ​ເພີ່ມ​ຄວາມ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ, ໄດ້ຊຸກ​ຍູ້ການ​ລົງ​ທຶນ​ເກືອບ 1.000 ຕື້​ໂດ​ລາ​ສະ​ຫະ​ລັດ ແລະ​ສ້າງ​ເປັນ​ 3.000 ກວ່າໂຄງ​ການ​ຮ່ວ​ມ​ມື້ ເຊິ່ງ​ໄດ້ສ້າງວຽກ​ເຮັດ​ງານ​ທຳ 420.000 ຕຳ​ແໜ່ງ ແລະ ພາ​ໃຫ້​ເກືອບ 40.000.000 ຄົນຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ; ​ສ້າງ​ເວ​ທີ​ການ​ຄ້າ​ແລະ​ການ​ລົງ​ທຶນ​ ແຫ່ງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ຕໍ່​ເນື່ອງ, ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ລະ​ດັບພາກ​ພື້ນ​ຕ່າງໆ ເຊັ່ນ: ງານ​ວາງ​ສະ​ແດງ​ສິນ​ຄ້ານຳ​ເຂົ້າ​​ສາ​ກົນ​ຈີນ, ງານ​ຕະຫລາດ​ນັດ​ສິນ​ຄ້ານຳ​ເຂົ້າສົ່ງ​ອອກ​ຂອງ​ຈີນ, ງານ​ຕະຫລາດ​ນັດ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​​ຈີນ, ງານ​ຕະຫລາດ​ນັດ​ການ​ຄ້າ​ ແລະ ​ການ​ລົງ​ທຶນ​ສາ​ກົນ​ຈີນ ແລະ ງານ​ວາງ​ສະ​ແດງ​ເຄື່ອງ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ເປັນ​ຕົ້ນ ເຊິ່ງ​ໄດ້ຊຸກ​ຍູ້ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”; ເລັ່ງ​ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ເຂດ​ການ​ຄ້າ​ເສ​ລີ ເຊິ່ງ​ເຄືອ​ຂ່າຍ​ເຂດ​ການ​ຄ້າ​ເສ​ລີ​ທີ່​ມີ​ມາດ​ຕະ​ຖານ​ສູງ​ທີ່ຕັ້ງ​ພື້ນຖານ​ຢູ່​ປະ​ເທດ​ໃກ້​ຄຽງ, ເປີດກວ້າງ​ໄປ​ສູ່​ປະ​ເທດ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ແລະ ​ມຸ່ງ​ໜ້າ​ສູ່​ທົ່ວ​ໂລກ​ໄດ້​ສ້າງ​ຂຶ້ນ​ໃນ​​ເບື້ອງ​ຕົ້ນ.”


(ປີ 2022, ການ​ທົດ​ລອງ​ປູກ​ແນວ​ພັນ​ເຂົ້າ​ທີ່​ປະ​ຢັດ​ນ້ຳ​ແລະ​ຕ້ານ​ທານ​ຄວາມ​ແຫ້ງ​ແລ້ງ​ຂອງ​ຈີນ​ຢູ່​ປະ​ເທດ​ໂບ​ສວາ​ນາ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ. ຈີນ​ໄດ້​ຮ່ວມ​ກັບ​140ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ ຢູ່​ໃນ​ໂລກ​ດຳ​ເນີນ​ການ​ແລກ​ປ່ຽນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ກະ​ສິ​ກຳແລະ​ໄດ້​ເຜີຍ​ແຜ່​ເຕັກ​ນິກ​ກະ​ສິ​ກຳ 1000ກວ່າ​ເຕັກ​ນິກ)

(ວັນ​ທີ 3ທັນ​ວາ2021, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການເຊິ່ງ​ໄດ້​ປ່ຽນ​ແປງ​ປ​ະ​ຫວັດ​ສາດ​ຂອງ​ລາວ​ທີ່​ບໍ່​ມີ​ທາງ​ລົດ​ໄຟ​ລາງ​ມາດ​ຕະ​ຖານ ທັງ​ໄດ້​ປ່ຽນ​ແປງ​ປະ​ຫວັດ​ສາດ​ຂອງ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​ຈີນ​ທີ່​ບໍ່​ມີ​ທາງ​ລົດ​ໄຟ​ເຂົ້າ​ເຖິງ)

ສະຫາຍ ​ສີ​ຈິ້ນ​ຜິງ ​ກ່າວ​ວ່າ: “ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ແຮງ​ຂັບ​ເຄື່ອນ​ອັນ​ສຳ​ຄັນ​ທີ່​ຊຸກ​ຍູ້​ ຄວາມ​ກ້າວ​ໜ້າ​ຂອງ​ອະ​ລິ​ຍະ​ທຳ​ມວນ​ມະ​ນຸດ, ແມ່ນ​ເສັ້ນ​ທາງ​ທີ່​ຕ້ອງ​ເດີນ​ຜ່ານ​ ຂອງ​ການ​ພັດ​ທະ​ນາ​ໂລກ​ ໃຫ້​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.” ມີ​ບົດ​ວິ​ເຄາະ​ເຫັນ​ວ່າ: ສະຫາຍ ​ສີ​ຈິ້ນ​ຜິງ ໄດ້​ນຳ​ພາ​ບຸກ​ເບີກ​ສະ​ພາບ​ການ​ໃໝ່ຂອງ​ໂລກ​ທີ່​ຮ່ວມ​ມື ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ເຊິ່ງ ​ໄດ້​ບັນ​ລຸ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ​​ ຈາກ​ການ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ນຳ​ພາ​ຈີນ​ ເປີດ​ປະ​ຕູ​ສູ່​ພາຍນອກ​ໄປ​​ສູ່​ການ​ທີ່​ຊຸກ​ຍູ້​ໃຫ້​ປະ​ເທດ​ຕ່າງໆ​ ໃນ​ໂລກ​ຮ່ວມ​ກັນ​​ເປີດ​ປະ​ຕູ​ສູ່​ພາຍນອກ ເຊິ່ງ​ໄດ້​ເພີ່ມ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃຫ້​ກັບ​ການ​ພັດ​ທະ​ນາ​ທົ່ວ​ໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments