Friday, October 18, 2024
Homeທ່ອງທ່ຽວທ່ານ ນາງ ແທມມີ້ ດັກຫວອດສະມາຊິກວຸດທິສະພາ ອາເມຣິກາ ພ້ອມດ້ວຍຄະນະຢ້ຽມຢາມເມືອງວັງວຽງ

ທ່ານ ນາງ ແທມມີ້ ດັກຫວອດສະມາຊິກວຸດທິສະພາ ອາເມຣິກາ ພ້ອມດ້ວຍຄະນະຢ້ຽມຢາມເມືອງວັງວຽງ

ໃນໂອກາດການຢ້ຽມຢາມທີ່ສະຖານທີ່ຖໍ້າປູຄຳ ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 16 ກໍລະກົດ 2024, ທ່ານ ນາງ ແທມມີ້ ດັກຫວອດ ສະມາຊິກວຸດທິ ສະພາ ສ ອາເມຣິກາພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ, ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ແຂວງວຽງຈັນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງບ້ານນາທອງ ເມືອງວັງວຽງ.

ໃນໂອກາດດັ່ງກ່າວ, ທ່ານ ທອງດຳ ພີມມະສອນ ເລຂາພັກບ້ານນາຍບ້ານນາທອງ ໄດ້ລາຍງານກ່ຽວກັບການຄຸ້ມຄອງ, ບໍລິຫານກິດຈະກຳ ແລະ ການບໍລິການແຂກທີ່ມາທ່ຽວຊົມສະຖານທີ່ທ່ອງທ່ຽວຖ້ຳປູຄຳ ຫຼັງຈາກນັ້ນທ່ານພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດການກໍ່ສ້າງໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 w03 ແລະ w04 ຢູ່ພາກສະໜາມຄື: ການປັບປຸງກໍ່ສ້າງທາງເບຕົງເຂົ້າຫາສະຖານທີ່ທ່ອງທ່ຽວນ້ຳຕົກຕາດແກ້ງຍຸຍ, ຂົວຂ້າມນ້ຳຊອງ ແຫ່ງທີ 2, ເສັ້ນທາງປູຢາງ 2 ຊັ້ນໄປຫາສະຖານທີ່ທ່ອງທ່ຽວເບື້ອງຕາເວັນຕົກຂອງສາຍນ້ຳຊອງ ຫຼື ເອີ້ນວ່າ ທາງວົງແຫວນ ແລະ ການປັບປຸງກໍ່ສ້າງສະໜາມຂີ້ເຫຍື້ອບ່ອນເກົ່າໃຫ້ເປັນລະບົບທີ່ທັນສະໄໝ ແລະ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ຂອງໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງ ເພື່ອປຶກສາຫາລື ແລກປ່ຽນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ (ຂ່າວ: ຖວທ ເມືອງວັງວຽງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments