Friday, October 18, 2024
Homeສາລະໜ້າຮູ້ອາຫານຂອງຄົນນອນເດີກ

ອາຫານຂອງຄົນນອນເດີກ

ຄົນທີ່ນອນເດິກທຸກໆມື້ ຫລື ນອນບໍ່ພຽງພໍເປັນປະຈຳ ຮ່າງກາຍຈະອ່ອນເພຍຈົນຢາກຫາຫຍັງມາບຳລຸງໃຫ້ຮູ້ສຶກສົດຊື່ນ ມື້ນີ້ເຮົາມີເຄັດລັບໃຫ້ທ່ານມາອ່ານ ສຳລັບຄົນນອນເດີກ:

ເຕົ້າຮູ້, ຊີ້ນ, ປາ, ໄກ່, ໄຂ່ ຂາວ, ໄຂ່ແດງ ແລະ ຖົ່ວເຫລືອງ : ອາຫານເຫລົ່ານີ້ມີໂຄລີນ (Choline) ໂຕຊ່ວຍສ້າງເຄມີສະໝອງ ສານອາຫານທີ່ຈຳເປັນສຳລັບຄົນນອນເດິກ ເພາະຈະຊ່ວຍໃຫ້ສະໝອງທີ່ອ່ອນເພຍຈາກການນອນບໍ່ພໍໄດ້ຮັບສານອາຫານໄປບຳລຸງທົດແທນເຄມີສະໝອງທຳມະຊາດທີ່ຮ່າງກາຍບໍ່ມີໂອກາດສ້າງຂຶ້ນມາເອງຍ້ອນເຮົາອົດນອນ ເຮັດໃຫ້ສະໝອງເກີດຄວາມຕື່ນໂຕເຖິງວ່າຈະພັກຜ່ອນບໍ່ພຽງພໍມາກ່ອນກໍ່ຕາມ.

ທັນຍາພືດ : ກາບ້າ (GABA) ແມ່ນສິ່ງທີ່ຮ່າງກາຍຕ້ອງການຈາກທັນຍາພືດ ແລະ ເຂົ້າບໍ່ຜ່ານຂະບວນການຜັດສີ ໂດຍກາບ້າຈະຊ່ວຍໃຫ້ສະໝອງທີ່ຍັງມຶນໆເຮັດວຽກໄດ້ດີຂຶ້ນ ທັງມີວິຕາມິນເບໃນອາຫານເຫລົ່ານີ້ຍັງຊ່ວຍກະຕຸ້ນລະບົບປະສາດ ແລະ ສະໝອງໃຫ້ຕື່ນໂຕນຳອີກ.

ນໍ້າ : ການດື່ມນໍ້າໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍເປັນສິ່ງທີ່ຄວນເຮັດຫລາຍທີ່ສຸດ ເພາະນໍ້າຈະຊ່ວຍໃຫ້ປະລິມານອົກຊີແຊນໃນຮ່າງກາຍເພີ່ມຂຶ້ນ ສົ່ງຜົນໃຫ້ຮູ້ສຶກສົດຊື່ນຫລາຍຂຶ້ນ.

ດື່ມຊັອກໂກແລັດດຳປັ່ນ ຫລື ໂກໂກ້ແທນກາເຟ : ຖ້າຢາກປຸກໂຕເອງໃຫ້ຕື່ນດ້ວຍກາເຟອີນຂໍແນະນຳໃຫ້ດື່ມຊັອກໂກແລັດດຳ ຫລື ໂກໂກ້ແທນດີກ່ວາ ເພາະໃນເຄື່ອງດື່ມທັງສອງຊະນິດນີ້ມີຟລາໂວນອຍ ສານກະຕຸ້ນໃຫ້ເລືອດໄປລ້ຽງສະໝອງໄດ້ດີຂຶ້ນ.

ຜັກ ແລະ ໝາກໄມ້ : ມີວິຕາມິນເຊ ແລະ ວິຕາມິນເບຫລາຍສົມຄວນ ລວມທັງແຮ່ທາດທີ່ເປັນປະໂຫຍດຕໍ່ການເຮັດວຽກຂອງຕ່ອມໄພນຽວ (Pineal Gland) ເພາະຖ້າເມື່ອເຮົານອນບໍ່ພໍຍາມໃດ ຕ່ອມໄພນຽວກໍຈະອອກອາການເຫງົານອນ ບໍ່ຢາກຈະເຮັດໜ້າທີ່ຈົນເຮົາຮູ້ສຶກເພຍໄປນຳ ດັ່ງນັ້ນຫາກຢາກປຸກຄວາມສົດຊື່ນ ຜັກສົດ ແລະນຳ້ໝາກໄມ້ສົດໆ ຊ່ວຍໄດ້ດີ.

ນໍ້າໃບຜັກໜອກ : ສັບພະຄຸນຂອງໃບຜັກໜອກ ໂດດເດັ່ນຈົນເຮັດໃຫ້ຄົນນອນໜ້ອຍ ຫລື ນອນບໍ່ພໍ ມີຮ່າງກາຍແຂງແຮງຕໍ່ຕ້ານການອັກເສບບໍລິເວນຕ່າງໆ ໄດ້ ແລະ ໃບຜັກໜອກຍັງຊ່ວຍຫລຸດຄວາມສ່ຽງອາການອັກເສບໄດ້ນຳອີກ.

ໂປຣຕິນຢ່າໃຫ້ຂາດ : ໂດຍສະເພາະການກິນເຂົ້າເຊົ້າ ແລະ ເຂົ້າສວາຍ ສານອາຫານທີ່ຮ່າງກາຍຄວນໄດ້ຮັບຕ້ອງແມ່ນໂປຣຕິນ ຈາກອາຫານປະເພດນົມ, ໂຮເກຣນ ແລະ ວິຕາມິນຈາກຜັກ – ໝາກໄມ້ໃຫ້ພຽງພໍ ເພື່ອໃຫ້ຮ່າງກາຍມີພະລັງງານໄປໃຊ້ເຮັດກິດຈະກຳຕ່າງໆ ໄດ້ ແລະ ໃຫ້ບັນດາວິຕາມິນ ແລະ ເກືອແຮ່ເຂົ້າໄປເສີມທັບການເຮັດວຽກຂອງລະບົບປະສາດ ແລະ ສະໝອງ.

ຖົ່ວຊະນິດຕ່າງໆ : ຖົ່ວກໍແມ່ນພືດທີ່ອຸດົມໄປດ້ວຍໂປຣຕິນ ແລະ ແຮ່ທາດສູງ ແຖມຍັງມີໂປຕັສຊຽມ ແຮ່ທາດທີ່ຊ່ວຍໃນ ການເຮັດວຽກຂອງລະບົບປະສາດ ແລະ ສະໝອງ ໃນມື້ທີ່ຮ່າງກາຍອ່ອນເພຍ ຍ້ອນນອນບໍ່ພໍ ຂໍໃຫ້ຖົ່ວເປັນຂອງກິນໃນມື້ນັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments