Home ທຸລະກິດ ລາວ-ຈີນ ຍົກລະດັບການຮ່ວມມືດ້ານເຕັກນິກມາດຕະຖານໄຟຟ້າ

ລາວ-ຈີນ ຍົກລະດັບການຮ່ວມມືດ້ານເຕັກນິກມາດຕະຖານໄຟຟ້າ

0
76

ພິທີເຊັນສັນຍາຮ່ວມມືລະຫວ່າງລາວ-ຈີນໃນການຍົກລະດັບເຕັກນິກມາດຕະຖານໄຟຟ້າໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາທີ່ ນະຄອນຫຼວງ ປັກກິ່ງ ສປຈີນ. ຕາງໜ້າ ສປປລາວ ລົງນາມໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະ ລັງງານ ແລະ ບໍ່ແຮ່ ແລະ ຝ່າຍສປ ຈີນ ລົງນາມໂດຍ ທ່ານ Tian SHIHONG ຫົວໜ້າອົງການບໍລິຫານລັດ ການຄຸ້ມຄອງຕະຫຼາດ, ອົງການຄຸ້ມຄອງມາດຕະຖານແຫ່ງຊາດຈີນ ແລະ ພາກ ສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ທ່ານ ທອງພັດ ອິນທະວົງ ໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ດ້ານມາດຕະຖານເຕັກນິກ, ຖືວ່າເປັນຈຸດເລີ່ມຕົ້ນ ແລະ ເປັນບ່ອນອີງ ໃນການສ້າງພື້ນຖານການພັດທະນາຂະແໜງພະລັງ ງານໄຟຟ້າ ຂອງລາວ ໃຫ້ມີຄວາມຍືນຍົງ, ມີຄວາມປອດໄພ ແລະ ສ້າງຄວາມເຊື່ອໝັ້ນ ໃນການຜະລິດ, ການສົ່ງ, ການຈຳໜ່າຍ ແລະ ການບໍລິການດ້ານພະລັງງານໄຟຟ້າເພື່ອສະໜອງໃຫ້ພາຍໃນ ແລະ ເຊື່ອມໂຍງກັບພາກພື້ນ ຕາມນະໂຍບາຍຂອງລັດຖະບານ ແລະ ແຜນພັດທະນາພະລັງງານຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອປະກອບສ່ວນ ອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງລາວ.

ອີງຕາມເນື້ອໃນບົດບັນທຶກໃຫ້ຮູ້ວ່າ, ການຮ່ວມມືດັ່ງກ່າວ ຈະໄດ້ເນັ້ນໃສ່ ບາງກິດຈະກຳທີ່ສໍາຄັນເຊັ່ນ: ສ້າງ ແລະ ປັບປຸງ ລະບົບມາດຕະຖານເຕັກນິກໄຟຟ້າຂອງລາວ. ສອງ, ຊ່ວຍເຫຼືອທາງດ້ານເຕັກນິກ ໃຫ້ແກ່ວິຊາການຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ໃນຂັ້ນຕອນຂອງການຄຸ້ມຄອງມາດຕະຖານເຕັກນິກໄຟຟ້າ; ສາມ, ຈັດຝຶກອົບຮົມ ແລະ ແລກປ່ຽນ ກ່ຽວກັບ ຄວາມ ຮູ້ດ້ານມາດຕະຖານ, ລວມທັງການຝຶກອົບຮົມແບບກໍານົດເປົ້າໝາຍກ່ຽວກັບຄວາມອາດສາມາດໃນການຄຸ້ມຄອງ, ຄວາມຮູ້ຢ່າງຮອບດ້ານ ແລະ ໃຫ້ເປັນມືອາຊີບ ເພື່ອຍົກສູງຄວາມຮັບຮູ້ດ້ານມາດຕະຖານ, ແລະ ປັບປຸງຂີດຄວາມສາມາດ ດ້ານມາດຕະ ຖານສາກົນທັງສອງຝ່າຍ ຢ່າງຮອບດ້ານ, ສີ່,​ດໍາເນີນການຄົ້ນຄວ້າວິໄຈຮ່ວມກັນ ກ່ຽວກັບມາດຕະຖານເຕັກນິກໄຟຟ້າ ລວມມີ: ຮ່າງຄຳແນະນຳໃນການເຊື່ອມຕໍ່ພະລັງງານໃໝ່, ຄຳແນະນຳກ່ຽວກັບຄວາມສະຖຽນລະພາບຂອງລະບົບໄຟຟ້າ, ຄຳແນະນຳດ້ານເຕັກ ນິກ ກ່ຽວກັບ ການດຳເນີນງານ ແລະ ບຳລຸງຮັກສາ, ຄຳແນະນຳ ກ່ຽວກັບ ອຸປະກອນ ຂອງສາຍສົ່ງໄຟຟ້າ, ໝໍ້ແປງໄຟຟ້າ, ແລະ ສຶກສາການໄຫຼຂອງພະລັງງານໄຟຟ້າ ໂດຍການຈໍາລອງດ້ວຍຄອມຟີວເຕີ ແລະ ການຈໍາລອງເວລາຈິງ ແລະ ອື່ນໆ.

ຂ່າວ,​ ສູນຂ່າວສານພະລັງງານແລະບໍ່ແຮ່

NO COMMENTS

LEAVE A REPLY

Please enter your comment!
Please enter your name here