ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໄດ້ເປີດຂຶ້ນໃນວັນທີ 15 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາສະຫາຍຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ທີ່ສໍາຄັນ ດັ່ງນີ້: ກອງປະຊຸມລັດຖະບານເປີດກວ້າງຄັ້ງນີ້ ໄດ້ເປີດຂຶ້ນທ່າມກາງສະພາບແວດລ້ອມສາກົນ ມີການຜັນແປໄປຢ່າງສັບສົນ, ເຕັມໄປດ້ວຍສິ່ງທ້າທາຍທົດສອບ ຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງ ດ້ານການເມືອງ, ເສດຖະກິດ-ການເງິນ ຂອງໂລກ; ຢູ່ພາຍໃນປະເທດ, ກຳລັງປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຊຶ່ງປັດຈຸບັນນີ້ ໄດ້ກາຍເປັນຄວາມຫຼໍ່ແຫຼມ ທີ່ພວມກະທົບ ຕໍ່ການນໍາພາຂອງພັກ ແລະ ລັດເຮົາ ໂດຍສະເພາະ ການຄຸ້ມຄອງ-ບໍລິຫານ ຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ທີ່ສະແດງອອກໃນສະພາບການປັ່ນປ່ວນ ຂອງອັດຕາແລກປ່ຽນເງິນຕາ, ເງິນກີບອ່ອນຄ່າ, ເງິນເຟີ້,… ເຮັດໃຫ້ລາຄາສິນຄ້າ ແລະ ຄ່າຄອງຊີບ ຖີບຕົວສູງຂຶ້ນ ຢ່າງບໍ່ເຄີຍມີມາກ່ອນ.
ສະນັ້ນ, ກອງປະຊຸມຄັ້ງນີ້ ເຖິງວ່າເປັນກອງປະຊຸມສາມັນ ແຕ່ກໍຖືກກັບຈຸດເວລາ ແລະ ການເລັ່ງທວງ ຂອງສະພາບການ ເພື່ອໃຫ້ລັດຖະບານ ຕ້ອງໄດ້ປຶກສາຫາລື, ຄົ້ນຄວ້າ ຊອກຫາທາງອອກ, ວາງມາດຕະການ-ວິທີການ ແກ້ໄຂບັນຫາ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມອບໝາຍ ໃຫ້ຂະແໜງການ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດ ດ້ວຍຄວາມເຄັ່ງຮ້ອນ, ດ້ວຍຄວາມຮັບຜິດຊອບສູງ ແລະ ດ້ວຍຈິດໃຈບຸກບືນສູ້ຊົນ, ເຮັດແທ້ທໍາຈິງອີ່ຫຼີ ຈຶ່ງຈະແກ້ບັນຫາທີ່ຫຍຸ້ງຍາກ ແລະ ເຮັດໃຫ້ຄວາມທ້າທາຍ ທີ່ມີຢູ່ໃນປັດຈຸບັນ ສາມາດຂ້າມຜ່ານໄປໄດ້.
ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ຕາງໜ້າໃຫ້ສູນກາງພັກ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມພະຍາຍາມ ຂອງລັດຖະບານ ກໍຄື ຄະນະພັກ, ບັນດາອົງການໃນລະ ບົບການເມືອງ ແຕ່ສູນກາງລົງຮອດທ້ອງຖິ່ນ-ຮາກຖານ ແລະ ປະຊາຊົນລາວທັງປະເທດ, ບັນດາພາກ ສ່ວນເສດຖະກິດຕ່າງໆ ທີ່ໄດ້ມີຄວາມພະຍາຍາມ, ບຸກບືນສູ້ຊົນ, ສະໜັບສະໜູນຊ່ວຍເຫຼືອ ລັດຖະບານຜ່ານຜ່າຄວາມຫຍຸ້ງຍາກ ແລະ ສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ, ເຮັດໃຫ້ຄາດໝາຍດ້ານເສດຖະກິດ-ສັງຄົມ ປະຈໍາປີ 2024 ໂດຍສະເພາະ ໃນ 6 ເດືອນຕົ້ນປີ ຫຼາຍດ້ານສາມາດບັນລຸໄດ້ຕາມແຜນ, ບໍ່ວ່າຈະເປັນດ້ານການຜະລິດ, ການປຸງແຕ່ງ, ການບໍລິການ ມີທ່າອ່ຽງຂະຫຍາຍຕົວທີ່ຕໍ່ເນື່ອງ,ການຈັດເກັບລາຍຮັບ ກໍເພີ່ມຂຶ້ນ, ການແກ້ໄຂໜີ້ສິນ ເຖິງວ່າມີຄວາມຫຍຸ້ງຍາກ ແຕ່ກໍໄດ້ຈັດສັນງົບປະມານ, ການລະດົມຈາກພາຍໃນ ເພື່ອບໍ່ໃຫ້ຜິດນັດຊໍາລະໜີ້, ດໍາເນີນນະໂຍບາຍເງິນຕາ ເພື່ອກະຕຸ້ນເສດຖະກິດ ແລະ ພະຍາຍາມຄຸມອັດຕາແລກປ່ຽນ, ລາຍຮັບເງິນຕາ ຈາກການສົ່ງອອກຜ່ານລະບົບທະນາຄານ ມີທ່າອ່ຽງດີຂຶ້ນ; ການເຕີບໂຕ ຂອງເສດຖະກິດ (GDP) ບັນລຸໄດ້ 4,7% ແລະ ອື່ນໆ. ທັງໝົດນັ້ນ ຖືເປັນສັນຍານທີ່ດີ ແລະ ເປັນພື້ນຖານຂັບເຄື່ອນໃຫ້ແກ່ການສືບຕໍ່ຍູ້ແຮງ ການຈັດຕັ້ງປະຕິບັດ ແຜນວຽກຈຸດສຸມ ຂອງລັດຖະບານ ໃນ 6 ເດືອນທ້າຍປີ 2024 ກໍຄື ວາລະແຫ່ງຊາດ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ເຖິງວ່າ ຍັງບໍ່ສາມາດແກ້ໝົດ ແຕ່ກໍ່ມີຄວາມພະຍາຍາມສູງ, ມີການເຂົ້າຮ່ວມຂອງສັງຄົມດີຂຶ້ນກວ່າເກົ່າ. ຜົນສໍາເລັດທີ່ຍາດມາໄດ້ນັ້ນ ເຖິງວ່າ ມີທ່ວງທ່າທີ່ດີ ແລະ ເປັນພື້ນຖານສໍາຄັນ ໃຫ້ແກ່ການສືບຕໍ່ແກ້ໄຂບັນຫາກໍຕາມ, ແຕ່ກໍຍັງບໍ່ທັນສາມາດຕອບໂຈດບັນຫາທີ່ເຄັ່ງຮ້ອນ ທີ່ແທ້ຈິງຢູ່ໃນປັດຈຸບັນນີ້ໄດ້ເທື່ອ.
ດັ່ງນັ້ນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໄດ້ໃຫ້ທິດຊີ້ນໍາວ່າ ການກະກຽມເນື້ອໃນ ແລະ ການຕັ້ງຫົວຂໍ້ ປຶກສາຫາລື ໃນກອງປະຊຸມລັດຖະບານຄັ້ງນີ້ ແມ່ນຢາກໃຫ້ແທດກັບສະພາບການຕົວຈິງ, ຖືກຈຸດ ແລະ ມີການຈັດວາງບຸລິມະສິດ, ຈັດລຽງລຳດັບ ຂອງບຸລິມະສິດ ໃຫ້ຈະແຈ້ງ ເພື່ອປຶກສາ, ຖົກຖຽງ ຢ່າງເລິກເຊິ່ງ ແລະ ເມື່ອຕົກລົງເປັນເອກະພາບແລ້ວ ຕ້ອງແບ່ງງານ, ມອບໝາຍວຽກທີ່ຈະແຈ້ງ ໄປຈັດຕັ້ງປະຕິບັດ ແລະ ມີການຕິດຕາມ, ກວດກາ ການປະຕິບັດ ຢ່າງໃກ້ຊິດ ເປັນຕົ້ນ:
1. ຄວາມເຄັ່ງຮ້ອນທີ່ສຸດ ທີ່ກຳລັງປະເຊີນຢູ່ປັດຈຸບັນນີ້ ແມ່ນຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ກັບ ເງິນກີບ ບໍ່ໄດ້, ເຮັດໃຫ້ຄ່າເງິນກີບອ່ອນຄ່າລົງທຸກມື້, ກົມການເມືອງສູນກາງພັກ ໄດ້ຊີ້ນຳບັນຫານີ້ຫຼາຍເທື່ອ ຄື: ຕ້ອງເຮັດໃຫ້ສະພາບອັດຕາແລກປ່ຽນຢຸດຈຶ້ງ ແລະ ຫຼຸດລົງເທື່ອລະກ້າວນັ້ນ ຈະເຮັດແນວໃດແທ້, ມີຈັກມາດຕະການ (ຜ່ານມາ ກໍມີການປັບປຸງບັນດາກົນໄກດ້ານຕ່າງໆ ແຕ່ກໍຍັງບໍ່ທັນມີທ່າອ່ຽງດີຂຶ້ນ).
– ຊອກເຫັນສາເຫດ ຂອງບັນຫາ ແລ້ວບໍ່?
– ຊອກເຫັນທາງອອກ ແລ້ວບໍ່?
– ມີຈັກທາງອອກ?
– ຈາກນັ້ນ ໃຜເປັນຜູ້ແກ້, ໃຜເປັນຜູ້ກວດ, ໃຜເປັນຜູ້ສະຫຼຸບຜົນການແກ້ໄຂ ຕ້ອງໃຫ້ຈະແຈ້ງ, ຕ້ອງໃຫ້ຊັດເຈນ. (ສະເໜີໃຫ້ນຳມາປຶກສາ, ຖົກຖຽງກັນ ໃນກອງປະຊຸມຄັ້ງນີ້)
2. ເງິນເຟີ້: ຄຸມບໍ່ໄດ້, ບໍ່ຢຸດ ຍ້ອນຈັກສາເຫດ? ເຫັນທີ່ມາ ຂອງບັນຫາແລ້ວບໍ່? ອັນໃດເປັນສາເຫດຫຼັກ, ອັນໃດທາງກົງ-ອັນໃດທາງອ້ອມ? ເຊັ່ນ:
– ມາຈາກ ອັດຕາແລກປ່ຽນບໍ່ ? ເງິນກີບອ່ອນຄ່າບໍ່ ?
– ມາຈາກ ການຜະລິດພາຍໃນບໍ່ຂະຫຍາຍຕົວ ແລະ ຕ້ອງດິ້ນຮົນນຳເຂົ້າສິນຄ້າບໍ່?
– ມາຈາກການເພີ່ມຂຶ້ນ ຂອງເງິນ M2 ບໍ່?
– ມາຈາກການປັບພາສີອາກອນ ຫຼື ວ່າການປັບອັດຕາດອກເບ້ຍເງິນຝາກ-ເງິນກູ້ ບໍ່ຖືກຈຸດເວລາ ຫຼື ບໍ່ມີຫຼັກວິທະຍາສາດ ບໍ່?
ຖ້າຮູ້ວ່າມັນເກີດມາຈາກອັນໃດ, ກອງປະຊຸມນີ້ ຕ້ອງວາງມາດຕະການອອກ ເພື່ອແກ້ໄຂບັນດາ
ບັນຫາທີ່ກ່າວມານັ້ນ ໃຫ້ໄດ້ຄືແນວໃດ?
ບັນຫາເຫຼົ່ານີ້ ແຍກອອກເປັນຄວາມຮັບຜິດຊອບ ຂອງໃຜ, ພາກສ່ວນໃດ, ອົງກອນໃດແທ້, ອັນໃດເປັນຄວາມຮັບຜິດຊອບ ຂອງລັດຖະບານ ຫຼື ອັນໃດ ເປັນພາລະ ຂອງອົງການມະຫາພາກ, ອັນໃດເປັນຂອງຈຸລະພາກ, ອັນໃດເປັນພາລະ-ພັນທະ ຂອງສັງຄົມ… ກອງປະຊຸມນີ້ ຕ້ອງຊີ້ອອກໃຫ້ເຫັນຢ່າງແຈ້ງຕື່ມ.
3. ລາຄາສິນຄ້າແພງຂຶ້ນ, ຄຸມບໍ່ຢູ່, ມາຈາກຈັກສາເຫດ? ແພງຍ້ອນຂາດເຂີນ ຫຼື ແພງຍ້ອນການຜະລິດພາຍໃນ ບໍ່ຂະຫຍາຍຕົວ, ແພງຍ້ອນອັດຕາແລກປ່ຽນ, ແພງຍ້ອນບໍ່ຮູ້ຄຸ້ມຄອງ ຫຼື ແພງຍ້ອນການແກ້ງແຍ້ງແຂ່ງຂັນ ທີ່ບໍ່ເປັນທຳ ຫຼື ຍ້ອນມີການທຸ້ມຕະຫຼາດ ຫຼື ເກີດຈາກບັນຫາຈິດຕະສາດ ຂອງສັງຄົມ ຫຼື ມີປັດໄຈອື່ນໃດແດ່ ທີ່ເຊື່ອງຊ້ອນ…ຖ້າຂະແໜງການບໍ່ຮູ້, ທ້ອງຖິ່ນບໍ່ຮູ້ ຈົນເຖິງຂັ້ນລັດຖະບານ ກໍບໍ່ທັນຫາທາງອອກ ທີ່ຖືກຕ້ອງສອດຄ່ອງ ກໍຈະບໍ່ຮູ້ຈັກວ່າ ຈະແບ່ງງານ ແລະ ມອບໝາຍຄວາມຮັບຜິດຊອບໃຫ້ໃຜ ແກ້ອັນໃດ (ພາກັນເບິ່ງລວມໆ, ພາກັນທ້ວງ, ພາກັນຮ້ອງ… ຮູ້ແຕ່ຊຸບຊິບນິນທາ ແມ່ນແກ້ໄຂບັນຫາບໍ່ຕົກ) ສະພາບເປັນແບບນີ້ ມີແຕ່ຈະບົ່ມຊ້ອນບັນຫາ ແລະ ເຮັດໃຫ້ບັນຫາກອງຂຶ້ນ.
4. ນະໂຍບາຍປະຢັດ ວາງອອກດີ ແຕ່ຂາດປະສິດທິພາບ ໃນການປະຕິບັດ ຫຼື ປະຕິບັດບໍ່ໄດ້, ຊໍ້າບໍ່ໜຳ ຍັງພາກັນສວຍໂອກາດຟຸ່ມເຟືອຍ ນັບມື້ນັບເພີ່ມຂຶ້ນອີກ… ເປັນຫຍັງ ກົມການເມືອງສູນກາງພັກ ຈຶ່ງແນະນຳວ່າ ໃຫ້ເພີ່ມພາສີອາກອນຂອງການນຳເຂົ້າສິນຄ້າຟຸ່ມເຟືອຍສູງຂຶ້ນ ຫຼື ບໍ່ນຳເຂົ້າສິນຄ້າທີ່ບໍ່ຈຳເປັນ, ບໍ່ນຳເຂົ້າສິນຄ້າທີ່ເຮົາຜະລິດໄດ້ແລ້ວ… ແຕ່ໃນພາກຕົວຈິງຍັງປ່ອຍໃຫ້ຊຸກເຊື່ອງ, ມີວິທີຮ່ວມກັນຊິກແຊກ ເພື່ອໃຫ້ໄດ້ນຳເຂົ້າ (ຕົວເລກເອົາເງິນຕາຕ່າງປະເທດ ໄປຈ່າຍໃຫ້ຜູ້ນຳເຂົ້າສິນຄ້າຟຸມເຟືອຍ…ປີກາຍ ລື່ນ ປີກ່ອນ, ປີນີ້ ລື່ນ ປີກາຍ…). ອັນນີ້ ແມ່ນການຟຸມເຟືອຍເງິນຕາຕ່າງປະເທດ, ເຮັດໃຫ້ເງິນຕາ ໄຫຼອອກແບບອັດຕະໂນມັດ, ຮູ້ແລ້ວວ່າ ນຳລົດເຂົ້າມາ ມາໃຊ້ນໍ້າມັນ, ນໍ້າມັນແພງຂຶ້ນ ແລະ ບໍລິການບໍ່ທັນ, ນໍ້າມັນຂາດປໍ້າ… ເປັນບັນຫາສັງຄົມ, ບັນຫາການເມືອງ ແທນທີ່ຈະນຳເຂົ້າເພື່ອຮັບໃຊ້ ແລະ ສົ່ງເສີມການຜະລິດ, ແທນທີ່ຈະປະຢັດເງິນຕາ ດ້ວຍມາດຕະການ ແລະ ປຸກລະດົມກັນໃຊ້ລົດ-ພາຫະນະດ້ວຍໄຟຟ້າ… ພ້ອມກັນນັ້ນ ກໍປະຢັດເງິນບໍລິຫານບໍ່ໄດ້, ໄປຕ່າງປະເທດຫຼາຍ…, ບັນຫານີ້ເວົ້າກັນມາຫຼາຍ ແຕ່ເຮັດໄດ້ໜ້ອຍກວ່າເວົ້າ.
5. ການສ້າງເງື່ອນໄຂ ໃຫ້ມີການຜະລິດພາຍໃນ:
1) ການຜະລິດພາຍໃນ ທົດແທນການນໍາເຂົ້າ ເຮັດບໍ່ທັນເຖິງຖອງ, ເຮັດບໍ່ທັນແຮງ, ແຕ່ມີບາງຊະນິດສິນຄ້າ ກໍມີແລ້ວ, ແຕ່ບໍ່ຮູ້ຈັດສັນ ເປັນສາເຫດໃຫ້ຜູ້ຢາກນຳເຂົ້າ, ຜູ້ເຄີຍໄດ້ຮັບຜົນປະໂຫຍດຈາກການນຳເຂົ້າ ສວຍໂອກາດ;
2) ສົ່ງເສີມການລົງທຶນຕ່າງປະເທດ ເພື່ອດຶງດູດໃຫ້ເຂົານຳທຶນ ເຂົ້າມາສູ່ໂຄງສ້າງການຜະ ລິດ ຂອງປະເທດໃຫ້ຫຼາຍ ເພື່ອສ້າງວຽກເຮັດງານທຳ ໃຫ້ປະຊາຊົນພາຍໃນ, ເພື່ອໃຫ້ມີຜະລິດຕະພັນພາຍໃນເພີ່ມຂຶ້ນ, ຫຼຸດຜ່ອນການນໍາເຂົ້າ, ຫຼຸດຜ່ອນການໃຊ້ເງິນຕາ, ປະຢັດເງິນຕາ ເພື່ອເພີ່ມຄັງສຳຮອງເງິນຕາ ແລະ ທຶນສະສົມແຫ່ງລັດ ແຕ່ເປັນຫຍັງ ຈຶ່ງກະຕຸກກະຕັກ, ອັດຕັນ? ນະໂຍບາຍ 3 ເປີດ ທີ່ເຄີຍປະກາດ ວ່າແມ່ນດີ, ຖືກຕ້ອງ ແລະ ໃຜໆກໍດີໃຈ, ສຸດທ້າຍ ກໍກາຍເປັນ 3 ປິດ ໄປໃນຕົວ ຍ້ອນຂາດຄວາມຮັບຜິດຊອບ, ຂາດການກວດກາເຄັ່ງຄັດ, ການລົງວິໄນ, ລົງໂທດຕໍ່ຜູ້ບໍ່ເຮັດ ຫຼື ຜູ້ກັ່ນແກ້ງຂັດຂວາງ…
6. ການແກ້ໄຂໜີ້ສິນສາທາລະນະ, ໜີ້ສິນຕ່າງປະເທດ ກໍເຫັນວ່າ ຍັງເປັນບັນຫາໃຫຍ່ຫຼວງເຖິງວ່າ ມີຄວາມພະຍາຍາມຢຸດຕິການສ້າງໜີ້ເພີ່ມ ດ້ວຍຫຼາຍມາດຕະການ ແລະ ຮູບການ ແຕ່ກໍຍັງເຕັມໄປດ້ວຍຄວາມທ້າທາຍ, ຖ້າຈັງຫວະເປັນຢູ່ປັດຈຸບັນນີ້ ຍັງສືບຕໍ່ໄປ, ປະເທດເຮົາຈະຫຼີກຈາກການຜິດນັດຊຳລະໜີ້ ໄດ້ຍາກ. ພວກເຮົາ ກໍເຂົ້າໃຈດີນໍາກັນແລ້ວ ຕ້ອງທຳການຈັດສັນໃຫ້ດີ, ມີຫຼາຍທາງອອກ, ມີຫຼາຍມາດຕະການ ໃຫ້ແກ້, ໃຫ້ຜ່ອນຄາຍ… ກອງປະຊຸມນີ້ ຕ້ອງນຳມາຄົ້ນຄວ້າ, ຕຶກຕອງ ໃຫ້ດີ ແລະ ຫາທາງອອກໃຫ້ຊັດເຈນ…
ສະຫາຍເລຂາທິການໃຫຍ່ ປະທານປະເທດ ຍັງໄດ້ຊີ້ໃຫ້ເຫັນຜົນຕາມມາ ຂອງການແກ້ໄຂບັນ ຫາເສດຖະກິດ ບໍ່ທັນໄດ້ ຊຶ່ງເຮັດໃຫ້ເກີດມີສະພາບການຕ່າງໆ ທີ່ໜ້າເປັນຫ່ວງຂຶ້ນ ເປັນຕົ້ນແມ່ນ:
– ພະນັກງານປະລະວຽກງານ ອອກໄປຈາກຖັນແຖວ (ກຳລັງແຮງງານໄຫຼ, ສະໝອງໄຫຼ);
– ແຮງງານມີສີມື ແມ້ກະທັ້ງແຮງງານດິບ ກໍໄຫຼອອກຈາກປະເທດ ໄປຫາເງິນລ້ຽງຊີບ;
– ທຸລະກິດ ພາຍໃນບໍ່ເດີນ;
– ນັກລົງທຶນຕ່າງປະເທດຖອນໜີ ຫຼື ບໍ່ກໍບໍ່ດຳເນີນທຸລະກິດໄດ້ຕໍ່, ລັດບໍ່ມີຖານລາຍຮັບ ຫຼື ມີກໍຫຼຸດໜ້ອຍຖອຍລົງ;
– ຕ່າງປະເທດ ບໍ່ມາລົງທຶນ;
– ພາບພົດ ຂອງປະເທດ ຖືກກະທົບ;
– ປະຊາຊົນພາຍໃນ ແລະ ປະເທດຄູ່ຮ່ວມພັດທະນາ ຂາດຄວາມເຊື່ອໝັ້ນສັດທາ;
– ໄພວ່າງງານ ເພີ່ມຂຶ້ນ;
– ເຍົາວະຊົນ, ຊາວໜຸ່ມ ປະລະການຮຽນ ຫຼາຍຂຶ້ນ;
– ບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ອື່ນໆ…
ຕໍ່ໜ້າສະພາບການດັ່ງກ່າວ, ທຸກພາກສ່ວນຕ້ອງມີຄວາມຮັບຜິດຊອບຮ່ວມກັນ ເພື່ອແກ້ໄຂບັນ ດາບັນຫາທີ່ຕັ້ງຂຶ້ນໃຫ້ໄວ, ໃຫ້ມີປະສິດທິພາບ, ພວກເຮົາ ຕ້ອງຫັນປ່ຽນສະພາບວິກິດ ໃຫ້ເປັນໂອກາດ ໃຫ້ແກ່ການຫັນໄປສູ່ອັນໃໝ່, ສູ່ຈຸດໃໝ່ ໃນການຫັນປ່ຽນດ້ວຍການບໍລິຫານຈັດການ ຢ່າງຖືກເປົ້າໝາຍ ທີ່ຈະນຳໄປສູ່ການແກ້ໄຂບັນຫາ ໃຫ້ຕົກໄປໄວເທົ່າທີ່ຈະໄວໄດ້, ບໍ່ແມ່ນເພື່ອໃຫ້ຮູ້ຊື່ໆ, ໃຫ້ເບິ່ງຊື່ໆ, ຫຼື ໃຫ້ມີການຮ້ອງໂຮ ຫຼື ບໍ່ກໍຈົ່ມຊຸບໆຊິບໆກັນຊື່ໆ… ຖ້າພວກເຮົາ ບໍ່ຊອກມາດຕະການ ແລະ ບໍ່ດຳເນີນໃດໆ ແມ່ນພວກເຮົາຈະຕົກທ່າຮັບ ຢ່າງຫຼີກລ່ຽງບໍ່ໄດ້.
ການທີ່ເວົ້າສະພາບ ທີ່ກຳລັງເປັນຢູ່ປັດຈຸບັນຂຶ້ນມາໃນທີ່ນີ້ ກໍຍ້ອນວ່າພວກເຮົານັ່ງຢູ່ນີ້ ເປັນຜູ້ບໍລິຫານລະດັບສູງ, ເປັນຜູ້ຮັບຜິດຊອບຕໍ່ຊາຕາກຳຂອງປະເທດ. ອີກອັນໜຶ່ງ, ພວກເຮົາທຸກຄົນ ໂດຍສະເພາະການນຳຂັ້ນຕ່າງໆ ຕ້ອງໄດ້ທຸ່ນທ່ຽງ, ບໍ່ກະວົນກະວາຍ ແລະ ບໍ່ສິ້ນຫວັງເກີນໄປ, ເຖິງຈະຍາກປານໃດ, ທ້າທາຍປານໃດ ກໍ່ຕ້ອງມີທາງອອກ, ມີທາງແກ້ ຖ້າພວກເຮົາທຸກຄົນ ຢືນຢູ່ບົນຫຼັກໝັ້ນປະຕິ ວັດ, ຫຼັກໝັ້ນຊົນຊັ້ນ, ຊອກຮູ້ ແລະ ຊອກຫາທາງອອກ ຢ່າງແທດເໝາະ, ມີຫຼັກວິທະຍາສາດ, ເບິ່ງບັນຫາ ແລະ ແກ້ບັນຫາ ຢ່າງພາວະວິໄສ, ບໍ່ເອົາພະຍາດຝ້າວຝັ່ງ, ຮ້ອນຮົນ, ກະວົນກະວາຍ ມາຄອບງໍາຈຶ່ງສາມາດເຮັດໃຫ້ບັນຫາຕົກໄປໄດ້, ສິ່ງສຳຄັນ ພວກເຮົາຕ້ອງແກ້ແຕ່ຕົ້ນເຫດ ແລະ ແກ້ໃຫ້ຖືກຈຸດ.
ຈາກນັ້ນ, ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ສະເໜີບາງບັນຫາ ທີ່ເປັນຂໍ້ຄິດ ແລະ ທິດຊີ້ນໍາ ເພື່ອໃຫ້ກອງປະຊຸມລັດຖະບານຄັ້ງນີ້ ຄົ້ນຄວ້າ, ພິຈາລະນາຕົກລົງ ເພື່ອພ້ອມກັນຈັດຕັ້ງປະຕິ ບັດ ໃຫ້ໄດ້ຮັບຜົນດີ ດັ່ງນີ້:
1. ໃຫ້ເອົາມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ “ ສອຈ ” ໃນໄລຍະໃໝ່, ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ມາເປັນບ່ອນອີງ ເພື່ອໄຈ້ອອກມາເປັນອາວຸດ, ເປັນເຂັມທິດ ເພື່ອແກ້ບັນຫາເສດຖະກິດ ທີ່ກຳລັງເປັນຢູ່ໃຫ້ໄດ້ຜົນ (ເຖິງວ່າມີດຳລັດ ກ່ຽວກັບການແບ່ງງານແລ້ວ, ແຕ່ຕ້ອງໄດ້ນຳໄປສູ່ການປະຕິບັດໃຫ້ເປັນຈິງ);
2. ເມື່ອຮັບຮູ້ວ່າ ພວກເຮົາ ພວມຢູ່ໃນສະພາບວິກິດການ ພວກເຮົາຕ້ອງປັບແບບແຜນເຮັດວຽກ ທີ່ຍັງເປັນແບບແຜນປົກກະຕິນັ້ນ ໃຫ້ມາເປັນແບບແຜນເຄັ່ງຮ້ອນ ສຸກເສີນ, ແນ່ນອນວ່າ ບໍ່ແມ່ນຢູ່ໃນອາການກະວົນກະວາຍ, ສິ້ນຫວັງ ບໍ່ມີທາງອອກແຕ່ຢ່າງໃດ, ຫາກແຕ່ວ່າ ລັດຖະບານ ຕ້ອງເປັນເຈົ້າການ ນຳພາທຸກພາກສ່ວນ, ທຸກກົມກອງ, ທຸກທ້ອງຖິ່ນ ໃຫ້ເຫັນແບບຢ່າງ ແລະ ວິທີເຮັດວຽກ ທີ່ ບຸກທະລຸແທ້ ຂອງລັດຖະບານ ຫຼື ຜູ້ທີ່ເປັນຫົວໜ້າ ຢູ່ແຕ່ລະອົງກອນ, ທ້ອງຖິ່ນ…
ວິທີເຮັດວຽກແບບບຸກທະລຸ, ແບບແຜນການບໍລິຫານຈັດການແບບໃໝ່ ເພື່ອຮັບມືກັບສະຖານະການ ທີ່ເປັນຢູ່ ຕ້ອງສະແດງອອກ ຄື:
1) ທຸກໆນະໂຍບາຍ, ທຸກໆໜ້າວຽກທີ່ວາງອອກ ຕ້ອງຈັດໃຫ້ເປັນສ່ວນໆທີ່ຊັດເຈນ, ແທດຕົວຈິງ, ເຂົ້າໃຈງ່າຍ ແລະ ສາມາດນຳໄປປະຕິບັດ ໄດ້ໂລດ;
2) ທຸກໆວຽກທີ່ວາງອອກ ຕ້ອງແບ່ງງານໃຫ້ປະຕິບັດ, ແບ່ງ ແລະ ມອບໝາຍກັນໃຫ້ແຈ້ງ ໜ່ວຍງານໃດຮັບຜິດຊອບ, ບຸກຄົນຜູ້ໃດຊີ້ນຳ, ບໍ່ຄຸມເຄືອ, ບໍ່ລວມໆ, ບໍ່ກະແຈກກະຈາຍ ຕ້ອງເຈາະຈົງ ອັນໃດໃຫ້ເປັນອັນນັ້ນ ເພື່ອບໍ່ໃຫ້ມີກໍລະນີໜິ້ງກັນ ໃນການຈັດຕັ້ງປະຕິບັດ ຫຼື ບໍ່ໃຫ້ມີກໍລະນີທີ່ວຽກດຽວຍາດກັນເຮັດ ຫຼື ບາງວຽກບໍ່ມີຄົນເຮັດ, ບໍ່ມີໜ່ວຍງານໃດເຮັດ ຫຼື ບໍ່ມີຜູ້ຮັບຜິດຊອບ…ເປັນຕົ້ນ (ມອບວຽກ, ມອບຄວາມຮັບຜິດຊອບ, ມອບຄົນ ແລະ ມອບເງິນ… ໄປພ້ອມກັນ);
3) ການມອບວຽກ ຕ້ອງໃຫ້ມີລະດັບຄາດໝາຍ, ມີກຳນົດເວລາ ໃຫ້ສຳເລັດມື້ໃດ-ໄລຍະໃດ, ໃຫ້ສະຫຼຸບລາຍງານເວລາໃດ-ລາຍງານໃຫ້ໃຜ, ຜູ້ຮັບລາຍງານ ຕ້ອງສັງເກດ-ຕີລາຄາ ສາເຫດ ທີ່ເຮັດໄດ້ ຫຼື ເຮັດບໍ່ໄດ້ ໃຫ້ຮູ້ໂລດ;
4) ຜູ້ຊີ້ນຳບັນຊາ ຕ້ອງມີລະບອບກວດກາ ຢ່າງຕິດແທດ (ກວດກາປົກກະຕິ, ກວດກາສຸກເສີນ) ກວດກາຕາມການສະເໜີ ຂອງປະຊາຊົນ, ຂອງມະຫາຊົນ ຫຼື ກວດກາຕາມການທັກທ້ວງ;
5) ຖ້າມີຂໍ້ບົກຜ່ອງ-ຜິດພາດ ຕ້ອງຮີບຮ້ອນແກ້ໄຂ, ບໍ່ປະແຊ່ໄວ້ ແຕ່ຖ້າກວດເຫັນອັນດີ-ອັນເດັ່ນ ທີ່ພົ້ນເດັ່ນຂຶ້ນ ຕ້ອງຍ້ອງຍໍຊົມເຊີຍ ແລະ ໃຫ້ຄ່າຕອບແທນຢ່າງທັນເວລາ… ການຕຳນິ, ການຍ້ອງຍໍ ຕ້ອງເປີດເຜີຍ, ໂປ່ງໃສ ແລະ ມີປະຊາທິປະໄຕ…
ສະຫາຍເລຂາທິການໃຫຍ່ ປະທານປະເທດ ໄດ້ສະເໜີບາງລະດັບຄາດໝາຍ ແລະ ຈຸດໝາຍ ສະເພາະໜ້າ ທີ່ລັດຖະບານ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາໃຫ້ໄດ້ຕາມຄາດໝາຍ ທີ່ຈຳເປັນຮີບດ່ວນ ຄື:
1) ເອົາຄ່າເງິນກີບທີ່ອ່ອນລົງ ໃຫ້ຢຸດພາຍໃນ 1 ເດືອນ, ຈາກນັ້ນ ໃຫ້ຄ່ອຍໆແຂງຂຶ້ນເປັນກ້າວໆ (ບໍ່ແມ່ນເຮັດບໍ່ໄດ້, ຕ້ອງເຮັດໄດ້ ຖ້າຕັດສິນໃຈເຮັດດ້ວຍນໍ້າໃຈຮັບຜິດຊອບແທ້);
2) ເອົາອັດຕາເງິນເຟີ້ໃຫ້ລົງເປັນກ້າວໆ ດ້ວຍທຸກວິຖີທາງ (ກ້າວໄປເຖິງໃຫ້ຢູ່ໃນລະດັບທີ່ສະພາຮັບ ຮອງ);
3) ຄຸ້ມຄອງລາຄາສິນຄ້າ ໃຫ້ຮັດກຸມ, ສົມເຫດສົມຜົນ; ພວກເຮົາປະຕິບັດການຄ້າເສລີເປີດກວ້າງ, ແຕ່ມີການຄຸ້ມຄອງ-ດັດສົມ ຂອງລັດ, ນີ້ຄືເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ;
4) ແກ້ໄຂຄ່າຄອງຊີບຂອງ ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຄູ, ແພດໝໍ ໃຫ້ຢູ່ໃນລະດັບສາມາດປະຄັບປະຄອງໄປໄດ້… ສ້າງທຸກເງື່ອນໄຂ ທຸກຢ່າງເທົ່າທີ່ຈະເຮັດໄດ້ ເພື່ອແກ້ໄຂບັນຫານີ້, ໃຫ້ຖືວຽກນີ້ ເປັນບຸລິມະສິດລະດັບຕົ້ນໆ;
5) ເພີ່ມຄັງສຳຮອງເງິນຕາຕ່າງປະເທດຂຶ້ນຕື່ມ ໃຫ້ໄດ້ລະດັບຄາດໝາຍ ຫຼື ລື່ນນັ້ນ ດ້ວຍມາດຕະ ການ ນໍາເຂົ້າ-ສົ່ງອອກ ສິນຄ້າ ຜ່ານລະບົບທະນາຄານ;
6) ຕັ້ງໜ້າຫຼຸດຜ່ອນການໃຊ້ເງິນຕາ ໃຫ້ຫຼຸດລົງ ດ້ວຍວິທີຈຳກັດການນໍາເຂົ້າສິນຄ້າທີ່ບໍ່ຈຳເປັນ ໃຫ້ເປັນຮູບປະທຳ, ໃຫ້ຮີບຮ້ອນສ້າງຕັ້ງທະນາຄານຄຳ ຂຶ້ນໂດຍໄວ ແລະ ເອົາຄຳເປັນຄັງສະສົມແຫ່ງລັດໃຫ້ໄດ້, ຖືເປັນບາດກ້າວສຳຄັນ ຂອງການຄໍ້າປະກັນສະຖຽນລະພາບ ຂອງເສດຖະກິດແຫ່ງຊາດ; ແຕ່ຕ້ອງຄຸ້ມຄອງໃຫ້ຮັດກຸມ, ຫຼຸດຜ່ອນການໃຊ້ເງິນຕາລົງ ແມ່ນໝາກຫົວໃຈ ຂອງການປະຢັດ, ແມ່ນການສະກັດກັ້ນການເພີ່ມຂຶ້ນ ຂອງການແລກປ່ຽນນອກລະບົບ;
7) ຕັດສິນໃຈສູງ ໃນການປະຕິບັດມາດຕະການປະຢັດມັດທະຍັດ, ວາງມາດຕະການປະຢັດນີ້ ກໍເວົ້າລວມໆບໍ່ໄດ້, ຕ້ອງມີຈຸດສຸມ, ມີຄວາມລະອຽດ ຮອບດ້ານ ເປັນຕົ້ນ ແມ່ນປະຢັດຕົ້ນທຶນ, ປະຢັດພະລັງງານ, ປະຢັດການໃຊ້ຈ່າຍບໍລິຫານ… ປະຕິບັດນະໂຍບາຍການປະຢັດນີ້ ຕ້ອງສ້າງເປັນແຜນ, ສ້າງຂະບວນການປະຕິບັດໃຫ້ໄປພ້ອມໆກັນ ໃນທົ່ວສັງຄົມ; ແກ້ໄຂດ່ວນ, ແກ້ຂາດຕົວ ບັນດາກົນໄກ ອືດອາດ, ຊັກຊ້າ, ບໍ່ໂປ່ງໃສ ແລະ ມີເງື່ອນງໍາ ຂອງການສໍ້ລາດບັງຫຼວງ, ກິນສິນບົນ, ໃຫ້ສິນບົນ ແລະ ກວດກາຄົນສວຍໃຊ້ໂອກາດ ໃນເວລາທີ່ມີສະພາບຫຍຸ້ງຍາກ ເຊັ່ນ: ການລັກລອບຂາຍໂຄງການ, ລັກລອບເອົາຊັບພະຍາກອນ ເອົາຂອງສ່ວນລວມ ໄປເປັນຂອງສ່ວນຕົວ… ຢ່າງເດັດດ່ຽວ, ເດັດຂາດ.
9) ສືບຕໍ່ເກັບກູ້ໜີ້ສິນ, ທວງໜີ້ສິນ ມາໃຫ້ລັດ, ຮີບຮ້ອນປະມູນຂາຍຊັບສິນທີ່ຢືດໄດ້ຈາກຜູ້ກະທຳຜິດກົດໝາຍ, ຮີບຮ້ອນເກັບກູ້ ວັດຖຸ-ເງິນຄຳ-ຊັບສົມບັດ ຈາກຜູ້ທີ່ລັກໂລບເອົາໄປ ໃນກໍລະນີຕ່າງໆ ທີ່ສານຕັດສິນແລ້ວ.
ສະຫາຍເລຂາທິການໃຫຍ່ ປະທານປະເທດ ຍັງໄດ້ຮຽກຮ້ອງໃຫ້ທົ່ວພັກ, ລັດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນ ທີ່ພວມປະເຊີນຢູ່ ໃຫ້ມີການຫັນປ່ຽນ ຕາມແນວທາງທີ່ດີຂຶ້ນ, ປະຕິບັດຄໍາຂວັນປະຈໍາໃຈທີ່ວ່າ ພວກເຮົາ ສາມາດເຮັດໄດ້, ສາມາດເຮັດເອງໄດ້, ສິ່ງສໍາຄັນ ແມ່ນເພີ່ມທະວີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ຖືເອົາເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ເປັນແນວທາງ, ເປັນອາວຸດ. ກົມການເມືອງສູນກາງພັກ ຊີ້ນໍາ; ລັດຖະບານ, ບໍລິຫານ-ຈັດການ, ສະພາແຫ່ງຊາດ-ສະພາປະຊາຊົນທ້ອງຖິ່ນ ຕິດຕາມ, ກວດກາ ໃຫ້ຄໍາເຫັນ; ບັນດາອົງການຈັດຕັ້ງການເມືອງ, ມະຫາຊົນ ປຸກລະດົມ, ຈັດຕັ້ງເປັນແບບຢ່າງ; ນັກທຸລະ ກິດ, ຜູ້ປະກອບການ, ປະຊາຊົນ ເປັນຜູ້ເຂົ້າຮ່ວມ ແລະ ຈັດຕັ້ງປະຕິບັດ ຢ່າງເປັນຂະບວນ, ຢ່າງມີສະຕິ.ຈຶ່ງຈະແກ້ໄຂໄດ້, ຜ່ານຜ່າໄດ້, ປະເທດຊາດ ຈຶ່ງຢູ່ໄດ້ ແລະ ກ້າວເດີນໄປໜ້າ ຕໍ່ໄປ.