Friday, October 18, 2024
Homeຂ່າວພາຍໃນເຊັນບົດບັນທືກຄວາມເຂົ້າໃຈການຮ່ວມມື 03 ຝ່າຍ ດ້ານການທ່ອງທ່ຽວ

ເຊັນບົດບັນທືກຄວາມເຂົ້າໃຈການຮ່ວມມື 03 ຝ່າຍ ດ້ານການທ່ອງທ່ຽວ

ພິທີເຊັນບົດບັນທືກຄວາມເຂົ້າໃຈການຮ່ວມມື 03 ຝ່າຍ ດ້ານການທ່ອງທ່ຽວ ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກັບ ຫ້ອງການວັດທະນະທໍາ ແລະ ທ່ອງທ່ຽວ ກິ່ງແຂວງ ສິບສອງພັນນາ ສປ ຈີນ ແລະ ບໍລິ ສັດລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດຂື້ນໃນວັນທີ 7 ກໍລະກິດ 2024 ທີ່ກິ່ງແຂວງສິບສອງພັນນາ, ສປ ຈີນ.

ເຂົ້າຮ່ວມລົງນາມໃນຄັ້ງນີ້ມີ ທ່ານ ປອ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ແຂວງ ຫຼວງພະບາງ ສປປ ລາວ, ທ່ານ ຫຼີ ສຽງ, ຫົວໜ້າຫ້ອງການວັດທະນະທໍາ ແລະ ທ່ອງທ່ຽວ ກິ່ງແຂວງສິບສອງພັນນາ ສປ ຈີນ ແລະ ທ່ານ ສຽມ ນຽນ ກົງ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລົດໄຟລາວ-ຈີນ ຈຳກັດ ໂດຍໃຫ້ກຽດຂຶ້ນເປັນສັກຂີພິຍານທັງສອງຝ່າຍ ລາວ-ຈີນ ປະກອບມີ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ; ທ່ານ ສຸຍ ເຈ່ຍຝູ, ປະທານສະພາປະຊາຊົນ ກິ່ງແຂວງສິບສອງພັນນາ ແລະ ທ່ານ ຫຼິວ ຫົງ, ຜູ້ອຳນວຍການໃຫຍ່ ບໍລິສັດ ລົດໄຟລາວ-ຈີນ ຈໍາກັດ.

ການເຊັນບົດບັນທືກໃນຄັ້ງນີ້ຈຸດປະສົງກໍເພື່ອແນ່ໃສ່ແລກ ປ່ຽນບົດຮຽນ ການພັດທະນາ ແລະ ສົ່ງເສີມການໂຄສະນາ ການທ່ອງທ່ຽວ, ຊຸກຍູ້ກຸ່ມບໍລິສັດທ່ອງທ່ຽວ ຂອງສອງປະເທດ ທີ່ມີຕົ້ນກໍາເນີດຈາກຊາຍແດນລະຫວ່າງ ລາວ-ຈີນ ຈີນ-ລາວ, ສ້າງຜະລິດຕະພັນການທ່ອງທ່ຽວ ຕາມເສັ້ນທາງລົດໄຟ ລາວ-ຈີນ ແລະ ເຊື່ອມໂຍງການທ່ອງທ່ຽວ ໃນພາກພື້ນ ແລະ ສາກົນ ໃຫ້ແທດເຫມາະກັບຕົວຈິງ ແລະ ມີປະສິດທິຜົນ, ພ້ອມທັງຮ່ວມກັນສ້າງວົງຈອນ ການທ່ອງທ່ຽວ ນະຄອນຫຼວງພະບາງ-ກິ່ງແຂວງສີບສອງພັນນາ ແລະ ການພັດທະນາການທ່ອງທ່ຽວຊາຍແດນລະຫວ່າງ ລາວ-ຈີນ ຈີນ-ລາວ ໃຫ້ເປັນຮູບປະທໍາ. ລົງເລີກຄົ້ນ ຄວ້າກ່ຽວກັບແຫຼ່ງທ່ອງທ່ຽວພາຍໃນແລວທາງເສດຖະກິດລາວ-ຈີນ, ຮ່ວມກັນສຶກສາການພັດທະນາ ແລະ ການພັດທະນາວົງຈອນການທ່ອງທ່ຽວຂ້າມຊາຍແດນ, ຊຸກຍູ້ການລົງທຶນດ້ານການທ່ອງທ່ຽວ ແລະ ການຂົນສົ່ງນັກທ່ອງທ່ຽວ ລະຫວ່າງ ສອງປະ ເທດ ລາວ-ຈີນ ແລະ ຂະຫຍາຍການຕະຫຼາດທ່ອງທ່ຽວຊາຍແດນລະຫວ່າງ ລາວ-ຈີນ, ຍົກລະດັບຄຸນນະພາບການບໍລິການດ້ານການທ່ອງທ່ຽວ ໃຫ້ນັບມື້ນັບດີຂຶ້ນ. ໂດຍອີງໃສ່ ກິ່ງແຂວງສີບສອງພັນນາ ເປັນຈຸດຫມາຍປາຍທາງຂອງການທ່ອງ ທ່ຽວ ແຂວງຫຼວງພະບາງ ເປັນສະຖານທີ່ທ່ອງທ່ຽວ ແລະ ສູນກະຈາຍນັກທ່ອງທ່ຽວລາວ, ໄທ, ເອີຣົບ ແລະ ອາເມລິກາ, ບໍລິສັດລົດໄຟລາວ-ຈີນຈໍາກັດ ເປັນຜູ້ສະຫນອງປີ້ລົດໄຟໃຫ້ທັນກັບ ເວລາ ແລະ ຈັດສັນສະຖານທີ່ໃຫ້ນັກທ່ອງທ່ຽວ ຢູ່ຫນ້າສະຖານີລົດໄຟ, ຈັດສັນສະຖານທີ່ລໍຖ້າຂຶ້ນລົດໄຟຢູ່ພາຍໃນສະຖານີ ໃຫ້ຜູ້ໂດຍສານ ກໍຄືນັກທ່ອງທ່ຽວໃຫ້ພຽງພໍ . ເພີ່ມທະວີ ການຮ່ວມມືດ້ານການທ່ອງທ່ຽວ ຕັ້ງຫນ້າບັນລຸ “ເປີດຖ້ຽວລົດໄຟສາຍທ່ອງທ່ຽວຊາຍແດນ ສາຍພິເສດຫນຶ່ງສາຍ, ຮ່ວມມືໂຄງການສະຖານທີ່ທ່ອງທ່ຽວ” ເພື່ອບັນລຸການຂົນສົ່ງນັກທ່ອງທ່ຽວ, ການຂະຫຍາຍຕົວຂອງຕະຫຼາດທ່ອງທ່ຽວ ແລະ ຜົນປະໂຫຍດເຊິ່ງກັນ ແລະ ກັນ.

ເພື່ອບັນລຸຕົວເລກຄາດໝາຍໃນປີ 2024 ສາມາດຕ້ອນຮັບນັກທ່ອງທ່ຽວ ຈາກ ສາກົນ ໄດ້ 4,5 ລ້ານເທື່ອຄົນ ໃນປັດຈຸບັນ ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກຄຳແນະນຳການຈັດຕັ້ງປະຕິບັດກ່ຽວກັບນະໂຍບາຍວີຊາ ແລະ ໄລຍະການພັກເຊົາ ຢູ່ ສປປ ລາວ ສຳລັກນັກທ່ອງທ່ຽວ ຈາກ ສປ ຈີນ ມາທ່ຽວລາວ ຫຼາຍຂື້ນ ໂດຍນຳໃຊ້ປື້ມຜ່ານແດນ ສາມາດເດີນທາງຜ່ານເສັ້ນ ທາງລົດໄຟລາວ-ຈີນ ແຕ່ແຂວງຫຼວງນ້ຳທາ ຮອດນະຄອນຫຼວງ ວຽງຈັນ ລວມທັງນະໂຍບາຍວີຊາ ບໍ່ເສຍຄ່າ ໂດຍຜ່ານການບໍລິການຂອງບໍລິສັດນຳທ່ຽວ ທີ່ດຳເນີນທຸລະກິດຢູ່ ສປປ ລາວ ໃນການຕ້ອນຮັບ ແລະ ໃຫ້ບໍລິການແກ່ນັກທ່ອງທ່ຽວ ຈີນ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ວັນທີ 1 ກໍລະກົດ 2024 ເປັນຕົ້ນ ມາ.

ຂ່າວ-ພາບ: ມະນີວັນ ສຸດຕະພົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments