Friday, October 18, 2024
Homeຂ່າວໜ້າໜຶ່ງກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກົມເສນາຮັກ ກັບ ຄະນະແພດທະຫານກອງທັບໄທ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກົມເສນາຮັກ ກັບ ຄະນະແພດທະຫານກອງທັບໄທ

ກອງປະຊຸມພົບປະແລກປ່ຽນຖອດຖອນບົດຮຽນ ລະຫວ່າງ ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ກັບ ຄະນະແພດທະຫານກອງທັບ ແຫ່ງ ຮາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດ 2024 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ເຊິ່ງຝ່າຍລາວ ນໍາໂດຍ ທ່ານ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ພ້ອມຄະນະ, ຝ່າຍໄທ ນໍາໂດຍ ທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ຮອງເຈົ້າກົມກິດຈະການຊາຍແດນທະຫານ ກອງທັບໄທ ພ້ອມຄະນະ.

ໂອກາດນີ້, ທ່ານ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້. ພ້ອມທັງ ສະເໜີໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວຂອງ ກົມເສນາຮັກ ກໍຄືວຽກງານການແພດ ຂອງກອງທັບປະຊາຊົນລາວ ໃນໄລຍະຜ່ານມາ. ຈາກນັ້ນ, ກໍສົນທະນາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບແຜນການພົບປະຮ່ວມມື ທາງດ້ານການແພດ ທີ່ສອງຝ່າຍເຫັນດີຮ່ວມກັນ.

ທ່ານ ພົນຕີ ຍຸດທະພູມ ບຸນຍະລິດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງການພົບປະ ແລະ ແລກປ່ຽນຖອດຖອນບົດຮຽນ ໃນຄັ້ງນີ້, ເປັນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ທາງດ້ານການແພດ ລະຫວ່າງ ສອງກອງທັບລາວ-ໄທ ໃຫ້ກ້າວເຂົ້າສູ່ລວງເລິກ.

ຈາກນັ້ນ, ຄະນະແພດທະຫານກອງທັບໄທ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົວຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຕື່ມອີກ.

ໂດຍ: ເພັດ ສົມນໍວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments