Friday, September 20, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ພ້ອມດ້ວຍຄະນະສຳເລັດຢ້ຽມຢາມ ສສ ຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ພ້ອມດ້ວຍຄະນະສຳເລັດຢ້ຽມຢາມ ສສ ຫວຽດນາມ

ໃນລະຫວ່າງວັນທີ 4 – 5 ກໍລະກົດ ຜ່ານມາ, ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງຂັ້ນສູນກາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ເພື່ອເປັນການຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ – ຫວຽດນາມ, ຫວຽດນາມ – ລາວ.

ໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ເຈິ່ນ ລືວ ກວາງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຢູ່ ສູນກາງ ແລະ ທ້ອງຖິ່ນຂອງຫວຽດນາມ ຊຶ່ງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການລະອຽດໃນການຜັນຂະຫຍາຍຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືຜົນຂອງກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການຮ່ວມມືລະຫວ່າງສອງລັດຖະບານ, ພ້ອມທັງຕີລາຄາສູງຕໍ່ໝາກຜົນທີ່ສອງຝ່າຍຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະການສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ການເພີ່ມທະວີການແລກປ່ຽນຄະນະຜູ້ແທນຊຶ່ງກັນ ແລະ ກັນ. ພິເສດ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເດີນທາງຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງ ສະຫາຍໂຕ່ ເລິ່ມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ຈະມີຂຶ້ນໃນກາງເດືອນກໍລະກົດ 2024 ນີ້ ແລະ ປຶກສາຫາລືເພື່ອຊອກຫາຊ່ອງທາງໃນການແກ້ໄຂບັນຫາທີ່ຍັງຄົງຄ້າງ ເປັນຕົ້ນແມ່ນ ການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່, ການພັດທະນາທ່າທຽບເຮືອຫວຸງອ້າງ, ການເຊື່ອມໂຍງທາງດ້ານຄົມມະນາຄົມ (ທາງບົກ, ທາງລົດໄຟ), ເປີດກວ້າງ ແລະ ຍົກລະດັບການຮ່ວມມືດ້ານການສຶກສາ – ວັດທະນະທຳ ແລະ ສາທາລະນະສຸກ ລວມທັງການແລກປ່ຽນລະຫວ່າງປະຊາຊົນສອງຊາດ. ນອກຈາກນີ້, ສະຫາຍ​ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມຕື່ມອີກ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments