Friday, September 20, 2024
HomeUncategorizedຄຳມ່ວນ ຈັດກອງປະຊຸມລາຍງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ

ຄຳມ່ວນ ຈັດກອງປະຊຸມລາຍງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ

ໃນວັນທີ 8 ກໍລະກົດ 2024 ທີ່ ແຂວງຄຳມ່ວນ ໄດ້ເປີດກອງປະຊຸມສ່ອງແສງລາຍງານກ່ຽວກັບການລົງກໍ່ສ້າງຮາກຖານການເມືອງ, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກທີ່ຂຶ້ນກັບ ອົງຄະນະພັກເມືອງ 10 ເມືອງ, ອົງຄະນະພັກກອງບັນຊາການ ປກຊ-ປກສ ພາຍໃຕ້ການ ເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ, ມີບັນດາສະຫາຍການນຳຂອງແຂວງ, ເລຂາພັກເມືອງ, ຄະນະຈັດຕັ້ງເມືອງ, ຫົວຫນ້າຄະນະລົງກໍ່ສ້າງຮາກຖານການເມືອງທັງ 10 ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການງານລາຍຫຍໍ້ກ່ຽວກັບການລົງກໍ່ສ້າງຮາກຖານ ການເມືອງ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກທີ່ຂຶ້ນກັບ ອົງຄະນະພັກເມືອງ ແລະ ຂອງອົງຄະນະພັກກອງບັນຊາການ ປກຊ-ປກສ, ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ ໜ່ວຍພັກຮາກຖານພັກບ້ານໃນແຕ່ລະເມືອງທີ່ສຳເລັດໄປແລ້ວ ແລະ ເມືອງທີ່ຍັງບໍ່ທັນສຳເລັດ ເພື່ອຕີລາຄາການຈັດຕັ້ງປະຕິບັດ ແລະ ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອປຶກສາຫາລືໃນການປັບປຸງແກ້ໄຂໃນຕໍ່ໜ້າ.

ໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ບັນດາສະຫາຍໃນຄະນະພັກແຕ່ລະຂັ້ນ ກຳແໜ້ນເນື້ອໃນ ຂອງຄໍາສັ່ງ, ຄໍາແນະນຳຕ່າງໆຂັ້ນສູນກາງ, ຂັ້ນແຂວງ ທີ່ໄດ້ວາງອອກໃຫ້ເລິກເຊິ່ງ ເພື່ອເຮັດໜ້າທີ່ນຳພາຖືກທິດຕາມຄຳຊີ້ນຳ, ຕີລາຄາຄືນ ພະນັກງານຫຼັກແຫຼ່ງທີ່ລົງຊຸກຍູ້ໃນຂັ້ນຮາກຖານ ຄຽງຄູ່ກັບການສຶກສາອົບຮົມການເມືອງ-ແນວຄິດ, ຍົກສູງວຽກງານກໍ່ສ້າງພັກພະນັກງານ, ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ສຸມໃສ່ສາມວຽກໃຫຍ່ ໃນການກະກຽມກອງປະຊຸມໃຫຍ່ 3 ຂັ້ນຄື: ວຽກງານຊຸກຍູ້ດ້ານຂະບວນການ, ວຽກງານດ້ານເນື້ອໃນ ແລະ ການກະກຽມດ້ານບຸກຄະລາກອນ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນເຕັມໄປດ້ວຍເນື້ອໃນ ແລະ ຄາດໝາຍທີ່ກຳນົດໄວ້.

ຂ່າວ-ພາບ: ກອງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments