Home ຂ່າວພາຍໃນ ການຫາ ຫລື ຊອກຄົ້ນສັດນໍ້າ-ສັດປ່າ ຕ້ອງປະຕິບັດຕາມລະບຽບກົດໝາຍ

ການຫາ ຫລື ຊອກຄົ້ນສັດນໍ້າ-ສັດປ່າ ຕ້ອງປະຕິບັດຕາມລະບຽບກົດໝາຍ

0
78

ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບປີ 2007, ມາດຕາ 24 ໄດ້ກຳນົດວ່າ: ການລ່າສັດນ້ຳ ແລະ ສັດປ່າ ຕ້ອງປະຕິບັດດັ່ງນີ້: ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມທີ່ໄດ້ກຳນົດໄວ້ໃນບັນຊີ  I  ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າຢ່າງເດັດຂາດ ເວັ້ນເສຍແຕ່ໃນກໍລະນີທີ່ຈຳເປັນ ເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.ຖ້າວ່າສັດກໍ່ຄວາມເສຍຫາຍຢ່າງຫລວງຫລາຍຕໍ່ຊັບສິນຂອງບຸກຄົນ ແລະ ການຈັດຕັ້ງຕ້ອງໄດ້ລາຍງານຕໍ່ອົງການປົກຄອງເມືອງ, ເທສະບານເພື່ອພິຈາລະນາແກ້ໄຂ.

ສຳລັບສັດທີ່ກຳລັງທຳລາຍ, ກໍ່ກວນອາລະວາດຄົນ ຫລື ເປັນໄພອັນຕະລາຍຕໍ່ຊີວິດຂອງຄົນຕ້ອງແກ້ໄຂຢ່າງທັນການແລ້ວຈຶ່ງລາຍງານຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ. ສຳລັບສັດນ້ຳ ແລະ ສັດປ່າ ປະເພດຄຸ້ມຄອງ ທີ່ໄດ້ກຳນົດໄວ້ໃນບັນ ຊີ II ແມ່ນບໍ່ອະນຸຍາດໃຫ້ຫາ ຫລື ລ່າເວັ້ນເສຍແຕ່ສັດບາງຊະນິດ, ບາງເຂດ ແລະ ບາງລະດູການທີ່ກຳນົດ ໃຫ້ເພື່ອຊົມໃຊ້ຕາມຮີດຄອງໂດຍບໍ່ໃຫ້ນຳໃຊ້ເຄື່ອງມືແບບດັບສູນ. ສຳລັບການຫາເພື່ອຈຸດປະສົງທາງທຸລະກິດ ສາມາດດຳເນີນໄດ້ສະເພາະສັດນ້ຳເທ່ົານັ້ນ ແຕ່ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງກະສິກຳ ແລະ ປ່າໄມ້. ສ່ວນສັດນ້ຳ ແລະ ສັດປ່າປະເພດທົ່ວໄປ ທີ່ໄດ້ກຳນົດໄວ້ໃນບັນຊີ III ແມ່ນອະນຸຍາດໃຫ້ຫາ ຫລື ລ່າໄດ້ຕາມລະດູການທີ່ໄດ້ກຳນົດໄວ້ໂດຍນຳໃຊ້ເຄື່ອງມືທີ່ບໍ່ມີລັກສະນະດັບສູນ. ສຳລັບການຫາເພື່ອຈຸດປະສົງທາງທຸລະກິດ ສາມາດດຳເນີນໄດ້ສະເພາະສັດນ້ຳເທົ່ານັ້ນ ແຕ່ຕ້ອງໄດ້ຮັບອະນຸຍາດຈາກພະແນກກະສິກຳ ແລະປ່າໄມ້ແຂວງ, ນະຄອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here