Friday, October 18, 2024
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີ ຫວຽດນາມ ໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດແຖວໜ້າຂອງ ສ ເກົາຫຼີ

ນາຍົກລັດຖະມົນຕີ ຫວຽດນາມ ໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດແຖວໜ້າຂອງ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການ, ໃນວັນທີ 1 ກໍລະກົດ ຜ່ານມາ ຢູ່ນະຄອນຫຼວງເຊອູນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບການນຳບາງກຸ່ມບໍລິສັດໃຫຍ່ຂອງ ສ ເກົາຫຼີ.

ຂ່າວລະບຸວ່າ: ໃນກອງປະຊຸມໂອ້ລົມສົນທະນາ, ການນຳບັນດາກຸ່ມບໍລິສັດແຖວໜ້າ ສ ເກົາຫຼີ ເຊັ່ນ: Huyndai Motors, GS Energy, Doosan Enerbility, KB Financial Group, Hana Financial Group, Shinhan Bank…. ຕີລາຄາສູງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ແລະ ໃຫ້ຮູ້ວ່າ ພວມຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ. ບັນດາກຸ່ມບໍລິສັດ ສ ເກົາຫຼີ ປາຖະໜາຢາກສືບຕໍ່ລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດພະລັງງານ; ກໍ່ສ້າງສູນຂໍ້ມູນຄົບຊຸດ ແລະ ເຊື່ອມຕໍ່, ຫັນການບໍລິການສາທາລະນະ ເປັນດີຈີຕອນ; ຂະຫຍາຍສາຂາທະນາຄານ; ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ… ວິສາຫະກິດ ສ ເກົາຫຼີ ກໍປາຖະໜາວ່າ ບັນດາກະຊວງ, ຂະແໜງການ, ອົງການຂອງ ຫວຽດນາມ ຈະສືບຕໍ່ປະຕິຮູບລະບຽບການບໍລິ ຫານ, ຮັບປະກັນແຫຼ່ງໄຟຟ້າເປັນປົກກະຕິ ແລະ ຫຼາຍຮູບຫຼາຍແບບ; ມີນະໂຍບາຍໜູນຊ່ວຍພັດທະນາບັນດາຂະ ແໜງດັ່ງກ່າວ; ໜູນຊ່ວຍການບຳລຸງກໍ່ສ້າງ ແລະ ນຳໃຊ້ແຮງງານ, ເຊົ່າທີ່ດິນ.

ພາຍຫຼັງການນຳບັນດາກະຊວງ, ຂະແໜງການແບ່ງປັນກ່ຽວກັບບັນດາບັນຫາ ຊຶ່ງບັນດາກຸ່ມບໍລິສັດໃຫຍ່ຂອງ ສ ເກົາຫຼີ ມີຄວາມສົນໃຈ ແລະ ມີຂໍ້ສະເໜີ, ທ່ານ ຟ້າມມິງຈິງ ກ່າວຄຳເຫັນສະຫຼຸບການໂອ້ລົມສົນທະນາ ວ່າ: ບັນດາກຸ່ມບໍລິສັດແຖວໜ້າຂອງ ສ ເກົາຫຼີ ຈະສືບຕໍ່ເປີດກວ້າງການລົງທຶນ, ຮ່ວມມືກັບ ຫວຽດນາມ, ພ້ອມກັນຊຸກຍູ້ຂົງເຂດການຮ່ວມມືໃໝ່, ບົນພື້ນຖານວິທີການສຳຜັດທີ່ມີລັກສະນະ “ທົ່ວໂລກ, ຮອບດ້ານ, ທົ່ວປວງຊົນ”.

ໃນວັນດຽວກັນ, ຢູ່ນະຄອນຫຼວງເຊອູນ, ທ່ານ ຟ້າມມິງຈິງ ກໍໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ – ສ ເກົາຫຼີ. ເນື່ອງໃນໂອກາດນີ້, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດສອງປະເທດ ກໍໄດ້ມອບ-ຮັບຂໍ້ຕົກລົງການຮ່ວມມື 23 ສະບັບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments