Friday, October 18, 2024
Homeຂ່າວໜ້າໜຶ່ງລັດຖະບານ ສປປ ລາວ ໄດ້ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການສະຫະປະຊາຊາດ ສໍາລັບເດັກ...

ລັດຖະບານ ສປປ ລາວ ໄດ້ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການສະຫະປະຊາຊາດ ສໍາລັບເດັກ (UNICEF) ປະຈໍາ ສປປ ລາວ

ໂດຍປະຕິບັດຕາມດຳລັດຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 284/ນຍ, ລົງວັນທີ 24 ພຶດສະພາ 2024, ໃນວັນທີ 1 ກໍລະກົດ 2024, ທີ່ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການ ອຸຍນີເຊັບ ປະຈຳ ສປປ ລາວ, ໃນໂອກາດທີ່ທ່ານໄດ້ສໍາເລັດວາລະການປະຕິບັດໜ້າທີ່ຢູ່ ສປປ ລາວ.

ໃນພິທີດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ໂດຍມີແຂກຖືກເຊີນ ຈາກຄູ່ຮ່ວມມືພາກລັດ ຈາກກະຊວງ, ຂະແໜງການກ່ຽວຂ້ອງ ເປັນຕົ້ນ ກະຊວງ ແຜນການ ແລະ ການລົງທຶນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກົມກ່ຽວຂ້ອງຈາກກະຊວງການຕ່າງປະເທດ ລວມທັງ ບັນດາຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ແລະ ແຂກຖືກເຊີນ ລວມທັງໝົດ ຫຼາຍກວ່າ 25 ທ່ານ.

ການປະດັບຫຼຽນກາມິດຕະພາບໃຫ້ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ ຄັ້ງນີ້, ແມ່ນເປັນການຍ້ອງຍໍ ແລະ ຮັບຮູ້ຜົນງານອັນໂດຍເດັ່ນ ແລະ ການມີສ່ວນຮ່ວມ ຢ່າງຫ້າວຫັນຂອງທ່ານ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ໂດຍສະເພາະການປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກນ້ອຍ, ການປົກປ້ອງເດັກ, ການສຶກສາ, ສາທາລະນະສຸກ, ໂພຊະນາການ ແລະ ສຸຂະພິບານ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ແລະ ໄວໜຸ່ມ, ພ້ອມທັງການຮັບມື ແລະ ຟື້ນຟູຈາກການລະບາດຂອງ ພະຍາດໂຄວິດ-19 ເປັນຕົ້ນ.
ພາຍຫລັງພິທີປະດັບຫລຽນກາດັ່ງກ່າວ, ທ່ານ ນາງ ​ດຣ. ບຣິໂຕ ​ໄດ້​ສືບຕໍ່ເຂົ້າຢ້ຽມອຳລາ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດຖະມົນຕີກະຊວງການຕ່າງປະເທດ. ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຢ່າງຈິງໃຈ ​ຕໍ່​ການ​ສະ​ໜັບ​ສະ​ໜູນ​ ແລະ ​ການ​ຮ່ວມ​ມື​ຢ່າງໃກ້​ຊິດ ແລະ ຕັ້ງໜ້າຂອງອົງການ ຢູນີເຊັບ ພາຍໃຕ້ການນຳພາ ແລະ ຄວາມເອົາໃຈໃສ່ຂອງທ່ານ ຜູ້ຕາງໜ້າອົງການອຸຍນິເຊັບ​ ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ພ້ອມທັງ ໄດ້​ຊົມ​ເຊີຍ​ຄວາມ​​ພະຍາຍາມ​ຂອງ​ອົງການຢູນີເຊັບ ໃນ​ການ​ລະດົມ​ທຶນ ສຳລັບການສົ່ງເສີມການ​ສັກ​ວັກຊີນ, ຮັບປະກັນ​ການ​ສຶກສາ​ ຂອງ​ເດັກນ້ອຍ, ​ແລະ ການ​ໃຫ້​ບໍລິການ​ທີ່​ຈຳ​ເປັນ​ໃຫ້​ແກ່​ເດັກ ແລະ ຄອບຄົວ ແລະ ວຽກງານບຸລິມະສິດອື່ນໆ. ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງອົງການຢູນີເຊບ ປະຈໍາ ສປປ ລາວ ໃນໄລຍະຜ່ານມາ.

ໃນໄລຍະທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ, ທ່ານ ນາງ ດຣ ບຣິໂຕ ໄດ້ເຮັດວຽກຢ່າງໃກ້ຊິດກັບລັດຖະບານລາວ, ບັນດາຄູ່ຮ່ວມພັດທະນາ ແລະ ອຳນາດການປົກຄອງທ້ອງຖິ່ນ ເພື່ອຮັບປະກັນຄວາມສະເໝີພາບ ແລະ ໂອກາດສຳລັບເດັກນ້ອຍທຸກຄົນໃນ ສປປ ລາວ. ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ ໄດ້ກ່າວວ່າ: “ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບການຮ່ວມມື ແລະ ຕອບຮັບຈາກລັດຖະບານ ແຫ່ງ ສປປ ລາວ, ເມື່ອຂ້າພະເຈົ້າເດີນທາງມາຮອດ ສປປ ລາວ, ປະເທດແມ່ນຢູ່ໃນໄລຍະການຮັບມື ແລະ ຕອບໂຕ້ເຫດສຸກເສີນຈາກການລະບາດຂອງພະຍາດໂຄວິດ 19, ພວກ​ເຮົາ​ໄດ້ຮ່ວມ​ກັບທຸກພາກສ່ວນ ພ້ອມກັນ​​ຟື້ນ​ຟູ ​ເຮັດໃຫ້ສະພາບການຄືນສູ່ປົກກະຕິ. ຫຼຽນກາມິດຕະພາບນີ້ ແມ່ນເປັນການຢັ້ງຢືນເຖິງຄວາມພະຍາຍາມຮ່ວມກັນຂອງທີມງານຢູນີເຊັບ ແລະ ຄູ່ຮ່ວມງານຂອງພວກເຮົາໃນການສົ່ງເສີມສິດທິ ແລະ ຄວາມເປັນຢູ່ຂອງເດັກທຸກຄົນໃນ ສປປ ລາວ. ຂ້າ​ພະ​ເຈົ້າ​ຂໍສະແດງຄວາມຂອບ​ໃຈ​ຕໍ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ຮ່ວມ​ມື​ທີ່​ໃກ້​ຊິດ​​ຈາກ​ລັດ​ຖະ​ບານ ສປປ ລາວ ແລະ ຫວັງ​ວ່າ​ຈະ​ສືບຕໍ່ເສີມສ້າງສາຍພົວພັນການຮ່ວມມືທີ່ດີຂື້ນຕື່ມອີກໃນຕໍ່ໜ້າ”. ອົງການອຸຍນີເຊບ ຈະສືບຕໍ່ຮ່ວມມືຢ່າງຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງທາງດ້ານນະໂຍບາຍ ແລະ ສະຖາບັນການຈັດຕັ້ງແຫ່ງຊາດ, ພັດທະນາການເຂົ້າເຖິງການບໍລິການທີ່ມີຄຸນນະພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ສົ່ງເສີມການພັດທະນາແບບຍືນຍົງສໍາລັບອະນາຄົດຂອງ ສປປ ລາວ, ໂດຍສຸມໃສ່ການແກ້ໄຂສິ່ງທ້າທາຍທີ່ຕິດພັນກັບບັນຫາການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມ. ໃນໄລຍະຜ່ານມາ, ສປປ ລາວ ແລະ ອົງການ ອຸຍນີເຊັບ ໄດ້ສໍາເລັດການຈັດຕັ້ງປະຕິບັດ ແຜນງານການຮ່ວມມືກັນ ສົກປີ 2017-2021 ລວມມູນຄ່າການຊ່ວຍເຫລືອປະມານ 68 ລ້ານ ໂດລາສະຫະລັດ ແລະ ກໍາລັງສືບຕໍ່ຈັດຕັ້ງປະຕິບັດແຜນງານການຮ່ວມມື ສົກປີ 2022-2026 ດ້ວຍມູນຄ່າປະມານ 100 ລ້ານ ໂດລາສະຫະລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments