Friday, October 18, 2024
Homeຂ່າວພາຍໃນຜົນຮ້າຍຈາກການກິນຖົ່ວງອກ

ຜົນຮ້າຍຈາກການກິນຖົ່ວງອກ

ເຖິງແມ່ນວ່າຖົ່ວງອກຈະມີປະໂຫຍດ ແລະ ໃຫ້ຄຸນຄ່າທາງສານອາຫານຫລາຍ ແຕ່ບາງຄັ້ງການບໍລິໂພກໃນປະລິມານທ່ີຫລາຍເກີນໄປ ຫລື ເກັບຮັກສາໄວ້ບໍ່ດີອາດເພີ່ມຄວາມສ່ຽງໃຫ້ເກີດຄວາມຜິດປົກກະຕິໄດ້ພ້ອມທັງຄວນລະວັງການປົນເປື້ອນ ຫລື ສານບາງຊະນິດໃນຖົ່ວງອກດັ່ງນີ້: ເຊື້ອພະຍາດຂັ້ນຕອນການປູກ, ການຂົນສ່ົງ ຫລື ການເກັບຮັກສາບ່ໍດີຖົ່ວງອກຈະປົນເປື້ອນສານຈຸລິນຊີທີ່ເຮັດໃຫ້ເກີດອາການຖອກທ້ອງ, ປວດຮາກ ດ່ັງນ້ັນກ່ອນທ່ີຈະນຳຖ່ົວງອກມາປຸງອາຫານຄວນລ້າງດ້ວຍນ້ຳສະອາດປະສົມນ້ຳສົ້ມສາຍຊູ ເພື່ອຂ້າເຊື້ອພະຍາດສານຟອກຂາວ ເປັນວັດຖຸເຈືອປົນອາຫານທີ່ນິຍົມໃຊ້ກັບຖົ່ວງອກ ເພື່ອເຮັດໃຫ້ຖົ່ວງອກມີສີຂາວ, ສະອາດ, ບໍ່ມີຮອຍຊໍ້າ, ສົດ ແລະ ໜ້າກິນ ຖ້າຮ່າງກາຍໄດ້ຮັບສານຟອກ ຂາວໃນປະລິມານຫລາຍ ສາມາດຕົກຄ້າງຢູ່ໃນຮ່າງກາຍ ແລະ ເປັນອັນຕະລາຍ. ໂດຍສະເພາະຜູ້ທີ່ເປັນພະຍາດຫືດ ຄວນເລືອກຊື້ຖົ່ວງອກທີ່ບໍເປັນສີຂາວເກີນໄປ ຫລື ມີຮອຍຊ້ຳເລັກໜ້ອຍ ຊ່ວຍຫລຸດຜ່ອນຄວາມສ່ຽງຕໍ່ການກິນສານຟອກຂາວ. ສານໄຟເຕດເປັນສານທໍາມະຊາດທີ່ມີຢູ່ໃນຖົ່ວງອກດິບ ແຕ່ຈະມີປະລິມານຫລຸດລົງຫລັງຈາກການປຸງແຕ່ງສຸກ ເຊິ່ງເປັນສາເຫດສໍາຄັນຕ້ອງລະມັດລະວັງຂອງສານນີ້ ຍ້ອນວ່າມີການຢັບຢັ້ງການດູດຊຶມ ຂອງໂປຣຕີນ ແລະ ແຮ່ທາດເຊັ່ນ: ທາດເຫລັກ, ແຄວຊຽມ, ສັງກະສີ ຫລື ແມກນີຊຽມ. ດັ່ງນັ້ນ, ການບໍລິໂພກຖົ່ວງອກດິບຢ່າງຕໍ່ເນື່ອງໃນປະລິມານຫລາຍອາດເຮັດໃຫ້ໄດ້ຮັບສານອາຫານຫລຸດລົງ, ໂດຍສະ ເພາະໃນແມ່ຍິງຖືພາ ເພາະຕ້ອງການສານອາຫານເຫລົ່ານີ້ໃນປະລິມານທີ່ຫລາຍກວ່າຄົນທົ່ວໄປ ເພື່ອຊ່ວຍເສີມສ້າງການຈະເລີນເຕີບໂຕຂອງລູກໃນທ້ອງ ແລະ ບຳລຸງຮ່າງກາຍຂອງແມ່.

ໂດຍ: ມາລິດາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments